ເຂື່ອນໄຊຍະບຸຣີ ຍັງມີຜູ້ຕໍ່ຕ້ານ

ອົງການ ທີ່ບໍ່ສັງກັດ ໃນຣັຖບານໄທ ສະແດງ ຄວາມກັງວົນ ກັບການຮີບເລັ່ງ ອະພິປາຍ ກ່ຽວກັບ ໂຄງການສ້າງເຂື່ອນ ໄຟຟ້າ ໄຊຍະບຸຣີ ໃນລາວ.
ໂພໄຊສວັດ
2011.01.20

ກົດຟັງສຽງ

ກົມຊັພຍາກອນນ້ຳ ກະຊວງ ສິ່ງແວດລ້ອມ ແລະ ຊັພຍາກອນ ທັມມະຊາດ ຂອງໄທ ຈະຈັດໃຫ້ມີ ການອະພິປາຍ ຮັບຟັງ ຄວາມຄິດຄວາມເຫັນ ຂອງຊຸມຊົນ 3 ເທື່ອຕິດຕໍ່ກັນ ເພື່ອສຶກສາກ່ຽວກັບ ໂຄງການ ສ້າງເຂື່ອນໄຟຟ້າ ໄຊຍະບຸຣີ. ກິຈກັມດັ່ງກ່າວ ຈະຈັດຂຶ້ນຢູ່ ເມືອງຊຽງຂອງ ແຂວງຊຽງຮາຍ, ເມືອງຊຽງຄານ ແຂວງເລີຍ ແລະ ເມືອງແລະແຂວງ ນະຄອນພະນົມ ໃນມື້ວັນທີ 22, 29, ແລະ 31 ມົກກະຣາ 2011 ນີ້ ຕາມລຳດັບ.

ເຄືອຂ່າຍ ປະຊາຄົມໄທ ເພື່ອແມ່ນ້ຳຂອງ ມີຄວາມເປັນຫ່ວງ ຢ່າງແຮງກ່ຽວກັບ ໂຄງການ ສ້າງເຂື່ອນໄຟຟ້າ ໄຊຍະບຸຣີ ຈຶ່ງໄດ້ອອກ ຄວາມຄິດຄວາມເຫັນ ກ່ຽວກັບການ ຈັດກາ ນອະພິປາຍ ຮັບຟັງ ຄວາມຄິດເຫັນ ຂອງຊຸມຊົນວ່າ:

1/- ການຈັດການ ອະພິປາຍ ຮັບຟັງ ຄວາມຄິດຄວາມເຫັນ ຂອງ ຊຸມຊົນເທື່ອນີ້ ຟ້າວຟັ່ງເກີນໄປ. ຈະເຫັນໄດ້ວ່າ ການຈັດການ ອະພິປາຍ ມີຂຶ້ນພາຍໃນ ບໍ່ເທົ່າໃດມື້ ຕິດຕໍ່ກັນ, ໂດຍທີ່ ກົມຊັພຍາກອນນ້ຳ ເປັນຜູ້ຈັດລາຍການ ແຕ່ຜູ້ດຽວ, ໂດຍບໍ່ມີຂໍ້ມູນ ລາຍລະອຽດ ກ່ຽວກັບການ ອະພິປາຍເລີຍ ແລະ ລາຍງານສ່ວນໃຫຍ່ ກໍບໍ່ໄດ້ແປອອກ ໃຫ້ເປັນຫລາຍ ພາສາ.

2/- ການພິຈາຣະນາ ກ່ຽວກັບໂຄງການ ສ້າງເຂື່ອນໄຟຟ້າ ໄຊຍະບຸຣີ ຈະມີຄວາມໝາຍ ຫາກມີການສຶກສາ ແລະ ການປະເມີນ ຜົນກະທົບ ຢ່າງຖີ່ຖ້ວນ ໂດຍຜ່ານ ການກວດສອບ ສາທາຣະນະ. ນອກຈາກນັ້ນ ລາຍງານຂອງ ຄນະກັມມາທິການ ແມ່ນ້ຳຂອງ MRC ກ່ຽວກັບໂຄງການ ໄຟຟ້ານ້ຳຕົກ ຕ້ອງເປີດເຜີຍ ຜົນຮ້າຍທີ່ຈະມີ ຕໍ່ພາກເສຖກິດ, ສັງຄົມ ແລະ ຊີວະນາໆພັນ ທັງພາຍໃນ ປະເທດ ແລະ ຂ້າມປະເທດ. ດ້ວຍເຫດນີ້ MRC ແລະ ພາກຣັຖທີ່ກ່ຽວຂ້ອງ ຕ້ອງເປີດເຜີຍຂໍ້ມູນ ທັງໝົດ ທີ່ກ່ຽວກັບ ໂຄງການດັ່ງກ່າວ.

3/- ຕ້ອງສຶກສາ ໃຫ້ຮູ້ວ່າ ກະແສໄຟ ທີ່ໄດ້ມາຈາກ ເຂື່ອນໄຟຟ້າ ໄຊຍະບຸຣີ ແລະ ເຂື່ອນຕ່າງໆຮວມກັນ ຈະມີຄວາມສຳຄັນ ຕໍ່ຄວາມຕ້ອງການ ພະລັງໄຟຟ້າ ໃນໄທ, ເພາະທີ່ຜ່ານມາ ກະຊວງ ພະລັງງານ ໄທ ຄາດໝາຍ ຄວາມຕ້ອງການ ພະລັງໄຟຟ້າ ຫລາຍເກີນ ຄວາມຕ້ອງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.