ຊາວລາວເຫັນວ່ານໍ້າຖ້ວມ ມີຜົນຮ້າຍຕໍ່ຊາວໄທ

ຊາວລາວ ເປັນຫ່ວງ ນຳ ສະພາບ ນ້ຳຖ້ວມ ໃນໄທຽ ທີ່ ອາຈສົ່ງ ຜົລ ກະທົບ ຕໍ່ ປະຊາຊົນ ຢ່າງ ຫຼວງຫຼາຍ.
ຫວາດ ສີມູນ
2011.11.02
F-Thai-Flood-man ສະພາບ ຄວາມລໍາບາກ ຂອງຊາວໄທ ທີ່ຕ້ອງ ປະຄອງຊີວິດ ໄປແຕ່ລະມື້ ພັຍນໍ້າຖ້ວມ ສ້າງຄວາມ ເສັຽຫາຍ ທັງເຮັດໃຫ້ ການສັນຈອນ ຕິດຂັດຢ່າງໜັກ
RFA

ກົດຟັງສຽງ

ກ່ຽວກັບ ສະພາບ ນໍ້າຖ້ວມ ໃນຫລາຍ ແຂວງ ຢູ່ ປະເທສໄທຽ ຊຶ່ງກໍ ຮວມທັງ ໃນເຂຕ ບາງກອກ ຢ່າງຮ້າຍແຮງ ເປັນ ປະວັຕກາຣ ຈົນເທົ້າ ປັຈຈຸບັນ ນີ້ນັ້ນ ກໍເຮັດໃຫ້ ຊາວລາວ ມີຄວາມ ເປັນຫ່ວງ ກັງວົນ ນຳຜົລ ກະທົບ ຕໍ່ ຊາວໄທຽ ແລະ ຊັພຍາກອນ ທັມຊາຕ ເຊັ່ນກັນ. ດັ່ງຣາສດອນ ແຂວງ ສວັນນະເຂຕ ໄດ້ເວົ້າວ່າ:

"ຄວາມຄິດເຫັນ ຂອງ ເອື້ອຍນີ້ ຄິດວ່າ ມັນເກີດ ຂຶ້ນຍ້ອນ ສາເຫຕໃດ ເຮົາກະບໍ່ ເຂົ້າໃຈນຳ ກະຄິດວ່າ ເປັນກາຣ ບໍ່ດີ ວ່າຊັ້ນຊ໋າ ມັນຈະ ເຮັດໃຫ້ ທຳລາຍ ຫລາຍອັນ ຫລາຍແນວ ກ່ຽວກັບ ຊັພຍາກອນ ທັມຊາຕ ຕ່າງໆ ເຮົາກະໜ້າ ເປັນຫ່ວງ ຫລາຍ".

ໃນປັຈຈຸບັນ ນີ້ ນໍ້າໄດ້ ເຂົ້າຖ້ວມ ຫລາຍແຂວງ ໃນພາຄກາງ ໂດຽສະເພາະ ໃນເຂຕ ບາງກອກ ຊຶ່ງເປັນ ເຂຕແຂວງ ທີ່ສຳຄັນ ທີ່ສຸດ ເພາະເປັນ ສູນກາງ ທຸກໆດ້ານ ໃນ ປະເທສໄທຽ ຊຶ່ງກໍໄດ້ ເຮັດໃຫ້ ພື້ນທີ່ ທຳມາ ຫາກິນ ຂອງ ປະຊາຊົນ ຕລອດຮອດ ຣະບົບ ຊົລປະທານ ຄອງນ້ຳ ສິ່ງ ແວດລ້ອມ ຖນົນຫົນທາງ ແລະ ບ້ານເຮືອນ ໄດ້ຮັບຄວາມ ເສັຽຫາຍ ຢ່າງ ຫລວງຫລາຍ ຈົນຕ້ອງໄດ້ ໂຍກຍ້າຍ ປະຊາຊົນ ໄປອາສັຍ ຢູ່ໃນເຂຕ ພື້ນທີ່ໆ ປອດພັຍ ເປັນກາຣ ຊົ່ວຄາວ ດ້ວຍຄວາມ ລຳບາກ.

ສະພາບ ນໍ້າຖ້ວມ ໃນໄທຽ ຊຶ່ງຊາວ ນະຄອນຫລວງ ວຽງຈັນ ຜູ້ໜຶ່ງ ທີ່ໄດ້ ຕິດຕາມ ຮັບຟັງຂ່າວ ຈາກ ໂທຣະທັສ ໄທຽ ເປັນປະຈຳ ໃນແຕ່ ລະມື້ ກໍໃຫ້ທັສນະ ວ່່າ:

"ສຳລັບ ບັນຫາ ເຣື່ອງນີ້ ຂ້າພະເຈົ້າ ຂໍ ອະນຸຍາຕ ບໍ່ໃຫ້ ຄວາມເຫັນ ໄດ້ແຕ່ຂໍ ສຣຸບຮວມວ່າ ທຸກຝ່າຍ ແມ່ນໄດ້ ທຸ້ມເທ ທຸກສະຕິ ປັນຍາ ທຸກ ວິທີກາຣ ເພື່ອຊ່ວຍເຫລືອ ປະຊາຊົນ ປະເທສຊາຕ ສຳລັບ ແຜນກາຣ ຕ້ານນ້ຳ ຖ້ວມນີ້ ຖືວ່າ ຣັຖບາລ ໄດ້ ປະຕິບັຕ ວິທີກາຣ ທີ່ ເໝາະສົມ ແລ້ວ".

ເຖີງຢ່າງໃດ ກໍຕາມ ອຸທະກະພັຍ ໃນປະເທສ ໄທຽ ຄັ້ງນີ້ ກໍໄດ້ ເຮັດໃຫ້ ປະຊາຊົນ ຊາວໄທຽ ໄດ້ຮັບ ຄວາມເດືອດຮ້ອນ ຢ່າງ ຫລວງຫລາຍ ພ້ອມກັບມີ ຜູ້ເສັຽ ຊີວີຕ ໄປ ຈາກກາຣ ຈົມນ້ຳຕາຍ ກະແສ ໄຟຟ້າ ດູດ ແລະ ຈາກ ສາເຫຕອື່ນໆ ຮວມທັງໝົດ ບໍ່ຕໍ່ກວ່າ 400 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.