ສິນຄ້າໄທຂາອອກຄ້າງຄາ ຍ້ອນບັນຫາກໍາພູຊາ
2011.04.26
ກົດຟັງສຽງ
ສະມາຄົມ ອຸດສາຫະກັມ ສົ່ງອອກ ຂອງໄທ ຈະປະຊຸມກັນ ໃນມື້ນີ້ ເພື່ອຫາລື ກ່ຽວກັບ ຜົລກະທົບ ຕໍ່ການ ສົ່ງອອກ ຈາກການ ປະທະກັນ ຕາມແນວ ຊາຍແດນ ຣະຫວ່າງ ກຳພູຊາ ແລະ ໄທ ຊື່ງເປັນ ບັນຫາ ຮີບດ່ວນ ເພາະການ ປະທະກັນ ບໍ່ເປັນພຽງແຕ່ ຈະສົ່ງຜົລ ກະທົບ ທາງດ້ານ ການຄ້າ ຣະຫວ່າງ ສອງປະເທດ ເທົ່ານັ້ນ ຍັງສ້າງ ຄວາມເສັຽຫາຍ ໃຫ້ການສົ່ງ ສີນຄ້າອອກ ສູ່ວຽດນາມ ແລະ ລາວ ນຳອີກ.
ໃນເວລາ ດຽວກັນ ທະນາຄານ ອັງກິດ ທີ່ປະເທດໄທ ກໍ່ໄດ້ ໃຫ້ການ ຄາດຄະເນ ໃນມື້ວານນີ້ ວ່າ ຈະມີຜົລ ກະທົບ ພຽງເລັກນ້ອຍ ຕໍ່ການຄ້າໄທ ໂດຍທົ່ວໄປ ຈາກການ ປະທະກັນ ຍ້ອນວ່າ ໄທສົ່ງສີນຄ້າ ໄປ ກຳພູຊາ ມີຈຳນວນ ຫນ້ອຍ.
ທ່ານ ທານີິດ ໂສຣາດ ຮອງປະທານ ສະມາຄົມ ອຸດສາຫະກັມ ໄທ ກ່າວວ່າ ຫລັງຈາກການ ປະທະກັນ ໃນແຕ່ລະ ມື້ ມູນຄ່າ ການສົ່ງອອກ ຂອງໄທ ເສັຽລາຍໄດ້ ມື້ລະຫລາຍ ລ້ານໂດລາ ແລະ ຍັງສົ່ງຜົລ ກະທົບຕໍ່ ການສົ່ງອອກ ຂອງໄທ ໄປວຽດນາມ ແລະ ລາວນຳອີກ ເນື່ອງຈາກວ່າ ສີນຄ້າ ທີ່ສົ່ງອອກນັ້ນ ຕ້ອງໄດ້ຜ່ານ ຖນົນເລກ ທີ 48 ທີ່ເຊື່ອມຕໍ່ ໄທ-ກຳພູຊາ ເພື່ອສົ່ງໄປ ພາກໃຕ້ ຂອງວຽດນາມ ແລະ ລາວ. ທ່ານວ່າ ຕາມ ທັມມະດາ ແລ້ວ ໄທ ຈະສົ່ງສີນຄ້າ ປະເທດ ຫມາກໄມ້ສົດ ແປ້ງ ແລະ ອາຫານ ການກີນ ປະເພດຕ່າງໆ ຕາມເສັ້ນທາງ ເລກທີ 48, ຫລັງຈາກການ ປະທະກັນ ເກິດຂື້ນ ການສັ່ງ ສີນຄ້າ ກໍ່ໄດ້ ຫລຸດລົງ ຢ່າງຫລວງຫລາຍ ຕາມເສັ້ນທາງ ສາຍນີ້.
ສະມາຄົມ ອຸດສາຫະກັມ ສົ່ງອອກ ຂອງໄທ ຈະຮຽກຮ້ອງ ປະຊຸມ ຢ່າງຮີບດ່ວນ ກັບກະຊວງກ ານຕ່າງ ປະເທດໄທ, ຫ້ອງການ ເຈຣະຈາ ການຄ້າໄທ ແລະ ຫໍການຄ້າ ໄທ ເພື່ອຫາທາງ ແກ້ໄຂ ບັນຫາ ດັ່ງກ່າວ ໃນຊ່ວງ ທີ່ມີການ ຜິດຖຽງ ວິວາດ ທາງດ້ານ ການເມືອງ ກັນຢູ່ ໃນເວລານີ້.