ໄທຊ່ວຍເຫຼືອລາວ ແລະກໍາພູຊາ
2011.09.20

ກົດຟັງສຽງ
ອົງການ ເນດາ ຊຶ່ງເປັນ ອົງການ ຊ່ວຍເຫລຶອ ປະເທດ ເພຶ່ອນບ້ານ ຂອງ ຣັຖບານ ໄທ ໄດ້ໃຫ້ການ ຊ່ວຍເຫລຶອ ລາວ ແລະ ກຳພູຊາ ມາເປັນ ເວລາ ຫລາຍປີ ແລ້ວ. ອົງການ ດ່ັງກ່າວ ໄດ້ຕັ້ງຂຶ້ນ ໃນປີ 2005 ເພື່ອ ຊ່ວຍເຫລຶອ ເພຶ່ອນບ້ານ ທາງດ້ານ ການຄ້າ, ການລົງທືນ, ການ ຄົມມະນາຄົມ, ການທ່ອງທ່ຽວ ແລະ ການພັທນາ ຊັພຍາກອນ ມະນຸສ.
ແຕ່ປີ 2005 ເປັນຕົ້ນມາ ອົງການ ດັ່ງກ່າວ ໄດ້ອະນຸມັດ ເງິນກູ້ ດອກເບັ້ຽຕ່ຳ ໃຫ້ແກ່ ປະເທດ ເພື່ອນບ້ານ ມີມູນຄ່າ ເຖິງ 9 ພັນ ລ້ານບາດ ໃນຈຳນວນ 23 ໂຄງການ ສ່ວນໃຫຍ່ ແມ່ນໂຄງການ ພັທນາ ໂຄງຮ່າງ ພື້ນຖານ ໃນນັ້ນ 14% ແມ່ນ ໂຄງການ ໃນລາວ.
ໂຄງການ ໃນລາວ ທີ່ໄດ້ຮັບ ເງິນທຶນ ການກໍ່ສ້າງ ຖນົນ R3A, ການປັບປຸງ ສນາມບິນ ວັດໃຕ ແລະ ສນາມບິນ ປາກເຊ, ການສ້າງ ເສັ້ນທາງ ຣົຖໄຟ ຕໍ່ຈາກ ຫນອງຄາຍ ຫາ ທ່ານາແລ້ງ, ການສ້າງຮ່ອງ ຣະບາຍ ນ້ຳເສັຽ ທີ່ ນະຄອນຫລວງ ວຽງຈັນ, ການພັທນາ ຖນົນ ເອເຊັຽ ແລະ ຖນົນ ຫ້ວຍກົງ ເມືອງເງີນ ປາກແບ່ງ. ທີ່ ກຳພູຊາ ອົງການ ດັ່ງກ່າວໄດ້ ອະນຸມັດ ເງິນກູ້ ຈຳນວນ ຫລາຍພັນ ລ້ານ ໂດລາ ໃນການ ສ້າງ ໂຄງຮ່າງ ພື້ນຖານ ຕ່າງໆ.