ທັກສິນເຖິງວຽງຈັນ ພາດກັບກຸ່ມເສື້ອແດງ

ກຸ່ມເສື້ອແດງ ທີ່ໄປຄອງຖ້າ ຕ້ອນຮັບ ທ່ານ ທັກສິນ ຊິນນະວັດ ທີ່ສນາມບິນ ວັດໄຕ ໃນຕອນເຊົ້າ ວັນທີ 11 ເມສາ ນີ້ ແຕ່ກໍ ຜິດຫວັງ ເພາະສ່ວນຕົວ ຂອງທ່ານ ໄດ້ໄປລົງ ຢູ່ເດີ່ນຍົນ ທະຫານ ໃນເຂດ ໃກ້ຄຽງ. ຕາມ ກະແສຂ່າວ ຈາກ ນະຄອນຫຼວງ ວຽງຈັນ.
ມະນີຈັນ
2012.04.12
F-Taksin-that-luang ທ່ານ ທັກສິນ ຖືກຕ້ອນຮັບ ຈາກຊຸມຊົນ ຊາວໄທ ແລະ ຊາວລາວ ທີ່ເດີ່ນ ພຣະທາຕຫຼວງ
The nation

ກົດຟັງສຽງ

ກຸ່ມຄົນເສື້ອແດງ ໄດ້ຖືກ ແນະນໍາ ບໍ່ໃຫ້ນຸ່ງ ເສື້ອແດງ ຕອນເຂົ້າມາລາວ ແຕ່ພາກັນ ປ່ຽນນຸ່ງເສື້ອ ສີແດງ ຫລັງຈາກ ເຂົ້າໄປສນາມບິນ ວັດໄຕ ແລ້ວ ພ້ອມທັງ ຊູປ້າຍ ຄໍາຂວັນ ຄອຍຖ້າ ຕ້ອນຮັບ. ກ່ຽວກັບ ເປົ້າໝາຍ ມາທ່ຽວລາວນັ້ນ ທ່ານ ທັກສິນ ຕອບຕໍ່ ນັກຂ່າວວ່າ:

"ທ່ານວ່າ ຢາກມາເຮັດບຸນ ແລະ ພົບພໍ້ກັບ ບັນດາ ພີ່ນ້ອງ ບໍ່ໄດ້ພໍ້ກັນ ມານານ ຫລາຍຄົນ ກໍບອກວ່າ ຢາກຈະພໍ້ ກໍເລີຍແວະມາ ບາງຄົນ ກໍເປັນຫ່ວງ ເຣື່ອງສຸຂພາບ ຂອງທ່ານ ເປັນແນວໃດ ເພາະມີການ ປ່ອຍຂ່າວ ຫລາຍ ແລ້ວກໍຢາກ ເຫັນໜ້າຕາ ນໍາດ້ວຍ".

ທ່ານ ຂວັນໄຊ ຫົວໜ້າກຸ່ມ ຮັກອຸດອນ ເວົ້າວ່າ ທາງການລາວ ໄດ້ປ່ຽນແຜນ ການເດີນທາງ ຂອງທ່ານ ທັກສິນ ໂດຍບໍ່ບອກ ໃຫ້ຮູ້ເລີຍ ແລະ ກໍປ່ຽນແປງ ທັງແຜນການ ເຄື່ອນໄຫວ ຂອງທ່ານ ໂດຍບໍ່ບອກ ໃຫ້ກຸ່ມຜູ້ ສນັບສນູນ ທີ່ຄອງຖ້າ ຕ້ອນຮັບ ທ່ານ ນັ້ນຮູ້ເລີຍ. ອັນນີ້ກໍເປັນ ທີ່ເຂົ້າໃຈດີ ເພາະໄດ້ມີ ຣາຍງານ ກ່ຽວກັບ ແຜນຕໍ່ຕ້ານ ທ່ານທັກສິນ ຊຶ່ງ ຣັຖບານລາວ ກໍຮັກສາ ຄວາມປອດພັຍ ເຂັ້ມງວດຂຶ້ນ.

ສ່ວນພິທີ ບາສີ ປີໃໝ່ ສໍາລັບ ທ່ານ ທັກສິນ ນັ້ນທ່ານ ຂວັນໄຊ ກໍວ່າບໍ່ຮູ້ ວ່າເພິ່ນໄປຈັດ ຢູ່ໃສ ຕາມແຜນເດີມ ກໍານົດຈັດຂຶ້ນ ມື້ຕໍ່ມາ ຢູ່ເຂດຮ້ານ ຊັພສິນຄ້າ ASEAN Mall ນະຄອນຫລວງ ວຽງຈັນ. ກ່ອນໜ້ານີ້ ທ່ານທັກສິນ ມີກໍານົດ ພົບປະກັບ ບັນດາ ນັກທຸຣະກິດ ລາວ ທີ່ໂຮງແຮມ ດອນຈັນ ເວລາບ່າຍ 1 ໂມງ 30 ນາທີ. ຫລັງຈາກນັ້ນ ກໍຈະຮ່ວມ ງານລ້ຽງ ອາຫານຄໍ່າ ຈັດຂຶ້ນ ໂດຍສະພາ ອຸດສາຫະກັມລາວ.

ທ່ານ ຂວັນໄຊ ວ່າ ຈະເປັນການ ດີຫລາຍ ຫາກທ່ານ ແລະ ຄົນອື່ນໆ ສາມາດເຫັນ ທ່ານ ທັກສິນ ກັບປະເທດ ຜ່ານສນາມບິນ ສຸວັນນະພູມ ທີ່ບາງກອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 18, 2012 04:21 PM

ພໍ່ອາວເອີຍ ຈັກເຈົ້າຊິເປັນເດືອດເປັນຮ້ອນຫຍັງ ຄັນເປັນຫ່ວງປະເທດຊາດອີຫຼີ ຊິໜີໄປເປັນຂີ້ຂ້າເຂົາເຮັດຫຍັງ ປີ 2015ນີ້ ມີເລືອກຕັ້ງ ສສຊ ອີກ ລອງມາສະມັກເດີ້ ຂ້ອຍຊິເລືອກເອົາເຈົ້າດອກ...

Anonymous
Apr 12, 2012 03:23 PM

So good to see you at my homeland Thaksin. Happy Lao New Year to you, all Redshirts people and All my love Lao people.

Anonymous
Apr 15, 2012 08:46 PM

ທາງການລາວຫ້າມຄົນມາຮັບຕ້ອນ ທັກສິນບໍ່ໃຫ້ໃສ່ເສື້ອແດງເວລາຂ້າມມາ ແຕ່ເຖິງສນາມບິນວັດໄຕແລ້ວ,ປ່ຽນໃສ່ໄດ້ຕາມໃຈ ເບິ່ງລວມແລ້ວ ຄວາມສັກສິດຂອງເຈົ້າຫນ້າທີ່ລາວ ແມ່ນບໍ່ມີກຽດອັນໄດ ມອບໃຫ້ຊາຕແລະແຜ່ນດິນໄດ້ເປັນພິເສດ,ນີ້ລະນໍ້!ມັນຈຶ່ງມີບັນຫາເຕັມບ້ານ,ໂຈນເຕັມເມືອງ ຜູ້ໄດມີອຳນາດປ່ຽນເອົາໄດ້ ຕາມໃຈມັກ,ຄັກແທ້ໆຄອມມູຍນິຕ໌ລາວແດງ.ກົດໝາຍກໍ່ ຄືກົດໝູ່ ນັ້ນນໍ້!