ກໍາຈັດການສໍ້ຣາສ ໃນຣັຖບານພັກດຽວ

ເປັນການຍາກ ທີ່ຈະເຮັດ ໃຫ້ ການສໍ້ຣາສ ບັງຫລວງ ໃນລາວ ຫມົດໄປໄດ້ ໃນເມື່ອ ສປປລາວ ປົກຄອງ ດ້ວຍພັກດຽວ ເຄົ້າດຽວ.
ສິດນີ
2012.01.10

ກົດຟັງສຽງ

ຊາວລາວ ທ່ານນື່ງເວົ້າວ່າ ປັດຈຸບັນ ສປປລາວ ມີກົດຫມາຍ ປາບປາມ ການສໍ້ຣາສ ບັງຫລວງ ແລະກໍຍັງມີ ຫນ່ວຍງານ ກວດສອບ ແຫ່ງຣັຖ ເພື່ອກວດກາ ການທຸຈຣິດ ຂອງ ເຈົ້າຫນ້າທີ່ ຣັຖ ແຕ່ບັນຫາ ສໍ້ຣາສ ບັງຫລວງ ໃນລາວ ຍັງແຜ່ລາມ ໄປຫລາຍ ໃນປັດຈຸບັນ ເປັນຍ້ອນວ່າ ລາວ ປົກຄອງ ດ້ວຍພັກ ການເມືອງດຽວ ບໍ່ມີຝ່າຍຄ້ານ ຊື່ງ ໃນບາງຄັ້ງ ບຸກຄົນທີ່ ເຮັດວຽກ ກ່ຽວກັບ ການກວດກາ ຊັພສີນ ຂອງ ເຈົ້າຫນ້າທີ່ ຣັຖນັ້ນ ກໍບໍ່ກ້າ ທີ່ຈະກວດກາ ເພາະ ເປັນຫມູ່ຄນະ ຫລືນາຍ ຂອງຕົນເອງ. ທ່ານເວົ້າວ່າ:

"ກໍຖືວ່າຍາກ ສົມຄວນ ເຣື້ອງສໍ້ຣາສ ບັງຫລວງ ຢູ່ລາວນີ້ ຖ້າວ່າເຮົາ ຢາກໃຫ້ ເປັນທັມແທ້ ເຣື້ອງກົດຫມາຍ ເພີ່ນຍັງ ປົກປ້ອງຢູ່ ຖືວ່າ ຍັງແກ້ໄຂຍາກ ເຣື້ອງບັນຫາ ຂອງ ປະເທດລາວ ນັ້ນກໍຖືວ່າ ເຮົາມີ ພັກດຽວ ເຮົາຈະຮູ້ ແຕ່ວ່າເຮົາ ກໍບໍ່ກ້າອອກສິດ ອອກສຽງ ຖ້າເວົ້າອອກໄປ ຜູ້ເວົ້າຈະ ເປັນຄົນຜິດ".

ທ່ານກ່າວ ຕໍ່ໄປວ່າ ບັນຫາ ການສໍ້ຣາສ ບັງຫລວງ ໃນລາວ ເປັນ ບັນຫາໃຫຍ່ ໃນປັດຈຸບັນ ເພາະຍັງມີ ພະນັກງານ ຈຳນວນບໍ່ນ້ອຍ ທຳການ ສໍ້ຣາສ ບັງຫລວງ ໂດຍສເພາະ ຫົວຫນ້າ ຄວບຄຸມ ໂຄງການໃຫຍ່ໆ ຂອງ ຣັຖບານ ແລະ ເຈົ້າຫນ້າທີ່ ພາສີອາກອນ ຫລື ເຈົ້າຫນ້າທີ່ ຜູ້ທີ່ຮັບ ຜິດຊອບ ກ່ຽວກັບ ການເງີນຂອງຣັຖ. ຄົນລາວ ອີກຜູ້ນື່ງ ເວົ້າວ່າ:

"ຕາມຄວາມຄິດ ຂ້ອຍ ຄິດວ່າ ສ່ວນຫລາຍ ຂ້ອຍຄິດວ່າ ເພີ້ມຂື້ນ ເພີ້ມຂື້ນ ຫລາຍໄປເລື້ອຍໆ ຖ້າໃຫ້ຍາກ ມັນກໍບໍ່ຍາກ ຖ້າໃຫ້ງ່າຍ ມັນກໍ ບໍ່ງ່າຍ ແຕ່ວ່າມີ ຄນະນື່ງທີ່ວ່າ ຈັດຕັ້ງ ແບບສືບສວນ ຖ້າເຮົາຈັດຕັ້ງ ຂື້ນມາ ດີໆ ຂອ້ຍຄິດວ່່າ ມັນຊີ່ບໍ່ ຍາກດອກ ຄັນຫາກ ຕັ້ງໃຈເຮັດ".

ສຳນັກຂ່າວສານ ແຫ່ງ ປະເທດລາວ ລາຍງານວ່າ ເຈົ້າຫນ້າທີ່ຣັຖ ທີ່ສໍ້ໂກງ ຫລາຍກວ່າຫມູ່ ແມ່ນຫນ່ວຍງານ ຮັບຜິດຊອບ ດ້ານການ ລົງທືນ ແລະ ເຈົ້າຫນ້າທີ່ ພາສີ ເຖິງແມ່ນວ່າ ຈະມີກົດຫມາຍ ປາບປາມ ການສໍ້ຣາຊ ບັງຫລວງ ຫລາຍປານໃດ ກໍຕາມ ແຕ່ການ ບັງຄັບໃຊ້ ກົດຫມາຍ ຍັງບໍ່ມີ ປະສິທທິພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 10, 2012 03:16 PM

ຄິດແລ້ວກໍ່ເປັນຕາດີຕົນປະຊາຊົນແທ້ໆ ທີ່ບໍ່ໄດ້ຮັບຄວາມຍຸດຕິທຳ ແລະເປັນທຳໃນບັນຫາທີ່ດີນ ຖ້າມີການ Corruption ຢູ່ບ່ອນໃດ ຄວາມຍຸຕິທຳ ແລະເປັນທຳ ຄົງຈະບໍ່ເກີດຂື້ນ ປັດຈະບັນ ປະຊາຊົນສ່ວນໃຫຍ່ກໍ່ຮູ້ດີກ່ຽວກັບເລື່ອງນີ້ ແຕ່ບໍ່ມີສິດ ມີສຽງໄດ້ ເພາະຜູ້ມີອຳນາດສ່ວນໃຫຍ່ເຮັດຫຍັງກໍ່ຄົງບໍ່ຜິດ ຖ້າຈະໄປຟ້ອງຫຼືກ່າວຫາເພີ່ນ ກໍ່ກ້ຽວກັບມາຫາຕົນເອງຄືເກົ່າ ເພາະພັກເພີ່ນປົກປ້ອງເອົາກັນ ຍ້ອນຂະບວນການຍຸຕິທຳບໍ່ສັກສິດເທົ່າທີ່ຄວນ ເຮັດໃຫ້ເກີດມີຊ່ອງຫວ່າງຫຼາຍຂື້ນ