ລາວ-ສະຫະຣັດ ຫາຣືຮອບດ້ານ

ຜູ້ຊ່ວຍ ຣັຖມົນຕຣີ ກາຣຕ່າງປະເທສ ສະຫະຣັຖ ເຂົ້າຮ່ວມ ໃນກາຣຫາຣື ຮອບດ້ານ ຣະຫວ່າງ ສະຫະຣັຖ ແລະ ສປປລາວ.

ຍານາງ Maria Otero ຜູ້ຊ່ວຍ ຣັຖມົນຕຣີ ກາຣຕ່າງ ປະເທສ ສະຫະຣັຖ ກິຈກາຣ ດ້ານ ປະຊາທິປະໄຕ ສິທທິມະນຸສ ແລະ ຄວາມປອດພັຍ ພົລເຮືອນ ໃນຕອນ ຢ້ຽມຢາມ ນະຄອນຫລວງ ວຽງຈັນ ວັນທີ 7-8 ມີຖຸນາ 2012 ກໍາລັງ ພົບປະກັບ ທ່ານ ທອງລຸນ ສີສຸລິຕ ຣັຖມົນຕຣີ ກາຣຕ່າງ ປະເທສ ສປປລາວ. us-embassy-laos

ໃນຣະຫວ່າງ ທີ່ມີກາຣ ພົບປະຫາຣື ດ້ານກາຣ ພົວພັນ ຣະຫວ່າງ ສອງຝ່າຍ ຂອງ ສະຫະຣັຖ ແລະ ສປປລາວ ຢູ່ກຸງ ວໍຊີງຕັນ ໃນຕອນບ່າຍ ຂອງ ມື້ວັນພຸທ ທີ 27 ມີຖຸນາ ນີ້ ຍານາງ Maria Otero ຜູ້ຊ່ວຍ ຣັຖມົນຕຣີ ກາຣຕ່າງປະເທສ ຂອງ ສະຫະຣັຖ ໃນກິຈກາຣ ດ້ານ ປະຊາທິປະໄຕ ສິທທິມະນຸສ ແລະ ຄວາມປອດພັຍ ພົລເຮືອນ ກໍມີກຳໜົດ ເຂົ້າຮ່ວມນຳ ແຕ່ກໍຫາກ ບໍ່ມີກາຣ ແຈ້ງເຖີງ ຣາຍລະອຽດ ແຕ່ຢ່າງໃດ.

ຍານາງ Maria Otera ໄດ້ນໍາຄະນະ ຈາກທາງກະຊວງ ກາຣຕ່າງ ປະເທສ ເດີນທາງ ຢ້ຽມຢາມ ນະຄອນຫລວງ ວຽງຈັນ ໃນມື້ວັນ ທີ 7-8 ມີຖຸນາ ນີ້ ເພື່ອທົບທວນ ດ້ານ ສະຖານະພາບ ສາຍກາຣ ພົວພັນ ແລະ ກາຣຮ່ວມມື ກັບທາງກາຣ ສປປລາວ.

ຍານາງ Otera ມີຄວາມສົນໃຈ ດ້ານຄວາມ ຮ່ວມມື ກັບທາງກາຣລາວ ໃນຫລາຍໆດ້ານ ໂດຽສະເພາະ ກໍແມ່ນ ໂຄງກາຣ ເກັບກູ້ ຣະເບີດ ລູກຫວ່ານ ທີ່ຍັງ ບໍ່ທັນແຕກ ຫລື UXO ຕລອດຮອບ ບັນຫາ ຢາເສພຕິດ ບັນຫາ ທີ່ຍັງມີ ຂບວນກາຣ ຄ້າມະນຸສ ແລະ ໂຄງກາຣ ສົ່ງເສີມ ແມ່ຍິງ ແລະເດັກນ້ອຍ ຕລອດຮອດ ໂຄງກາຣອື່ນໆ ໃນທົ່ວປະເທສ ນຳດ້ວຍ.

ຢ່າງໃດກໍຕາມ ໃນຂະນະ ທີ່ເດີນທາງເຖີງ ນະຄອນຫລວງ ວຽງຈັນ ເປັນເທື່ອ ທໍາອິດ ດັ່ງກ່າວ ຍານາງ Otera ກໍໄດ້ພົບປະ ຫາຣື ກັບ ທ່ານທອງລຸນ ສີສຸລິຕ ຣັຖມົນຕຣີ ກາຣຕ່າງ ປະເທສ ພ້ອມດ້ວຍ ທ່ານບຸນເກີດ ສັງສົມສັກ ຮອງ ຣັຖມົນຕຣີ ກາຣຕ່າງ ປະເທສ ໂດຽສະເພາະ ກໍແມ່ນດ້ານ ກາຣຮ່ວມມື ທຸກຮອບດ້ານ ຣະຫວ່າງ ສອງຝ່າຍ ແລະ ບັນຫາອື່ນໆ ອີກຫລາຍໆ ຢ່າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org