ຍາກທີ່ຈະປ່ຽນຣະບົບ ການປົກຄອງໃນລາວ
2012.01.26

ກົດຟັງສຽງ
ການປ່ຽນ ຣະບົບ ການປົກຄອງ ໃນລາວ ນັ້ນ ຊາວລາວ ຈຳນວນນຶ່ງ ຄຶດວ່າ ເປັນໄປໄດ້ຍາກ ເນື່ອງຈາກວ່າ ເປັນເຣື້ອງໃຫຍ່ ແລະ ສປປລາວ ກໍບໍ່ເຄີຍປ່ຽນ ການປົກຄອງ ມາດົນແລ້ວ ທັງຕ້ອງຄຳນຶງ ເຖິງບັນຫາ ບຸຄລາກອນ ແລະ ປັດຈັຍອື່ນໆ ທີ່ເປັນ ອົງປະກອບຫລັກ ໃນການປົກຄອງ ປະເທດ. ດັ່ງລາວຜູ້ນຶ່ງ ອອກຄວາມເຫັນວ່າ:
“ຖ້າຈະປ່ຽນ ກໍດີຄືກັນ… ກໍຄົງດີເພາະວ່າ ຊ່ວຍກັນຄິດ ຊ່ວຍກັນທຳ ກໍຈະເຮັດໃຫ້ ປະເທດຊາຕ ຂອງເຮົາ ຈະເຣີນຂຶ້ນໆ”.
ຄົນລາວຜູ້ນີ້ ເວົ້າຕື່ມວ່າ ຫາກໃນລາວ ມີການປ່ຽນແປງ ການປົກຄອງ ທາງພັກຈະຕ້ອງ ໃຫ້ສິທ ເດັດຂາດ ແກ່ປະຊາຊົນ ເພື່ອເລືອກເອົາຄົນ ທີ່ຈະເອົາ ຄົນໃໝ່ ເຂົ້າມາ ແລະ ຄວນໃຫ້ຄົນ ຮຸ້ນໃໝ່ ເຂົ້າມາມີ ສ່ວນ ຮ່ວມ ໃນການແລກປ່ຽນ ຄວາມຄິດ ຄວາມເຫັນ ແລະບໍຣິຫານ ປະເທດ ດ້ວຍເຊັ່ນກັນ ແຕ່ເຣື້ອງນີ້ ຄົງເປັນໄປໄດ້ຍາກ ເນື່ອງຈາກຍັງມີ ປະຊາຊົນ ອີກຈຳນວນນຶງ ທີ່ເຫັນດີນຳ ຣະບົບ ປັດຈຸບັນຢູ່ ແລະ ຄົງບໍ່ມີຜູ້ໃດ ກ້າລຸກຂຶ້ນ ປະທ້ວງ.
ຂນະດຽວກັນ ມີອີກຜູ້ນຶ່ງ ເວົ້າວ່າ ຫາກມີການ ປ່ຽນແປງ ຣະບົບ ການປົກຄອງ ຕົນເອງ ກໍຄົງບໍ່ ສາມາດບອກໄດ້ ວ່າຍາກຫລືງ່າຍ ແຕ່ສ່ວນຕົວແລ້ວ ພໍໃຈນຳ ຣະບົບ ການປົກຄອງ ປັດຈຸບັນ:
“ບໍ່ຢາກໃຫ້ ມັນປ່ຽນ ຢາກໃຫ້ມັນ ເປັນແບບນີ້ ຕລອດ ເພາະວ່າບ້ານເມືອງ ມັນສງົບ ມັນສີ່ມີ ຄວາມສຸກ”.
ຄົນລາວຜູ້ນີ້ ເວົ້າໃນຕອນ ທ້າຍວ່າ ຈະເປັນ ການປົກຄອງ ແບບໃດ ຕົນກໍບໍເຫັນ ສຳຄັນ ສຳຄັນພຽງ ແຕ່ວ່າຕ້ອງການ ໃຫ້ທາງຜູ້ໃຫຍ່ ເອົາໃຈໃສ່ ນຳການເປັນຢູ່ ຂອງ ປະຊາຊົນ ເຮັດໃຫ້ດີຂຶ້ນ ກວ່າເກົ່າ ແລະໃຫ້ ແກ້ໄຂບັນຫາ ຕ່າງໆ ໃນສັງຄົມ ໃຫ້ໝົດໄປ.