ຂຸມຄໍາຍັງມີໄວ້ ໃຫ້ລູກຫຼານລາວ

ຣັຖບານ ສປປລາວ ແຈ້ງວ່າ ໄດ້ສງວນ ພື້ນທີ່ ບໍ່ແຮ່ ຈໍານວນນື່ງ ໄວ້ສໍາຫລັບ ຄົນລາວແລ້ວ.

0:00 / 0:00

ເຈົ້າໜ້າທີ່ ລາວເວົ້າວ່າ ຢູ່ສປປລາວ ຍັງມີ ຊັພຍາກອນ ບໍ່ແຮ່ ຢູ່ຫລາຍແຫ່ງ ໃນທົ່ວ ປະເທດ ແລະໄດ້ສງວນ ຈໍານວນນື່ງ ໄວ້ເປັນສົມບັດ ຂອງຊາຕ ເພື່ອໃຫ້ ຄົນລາວ ຂຸດຄົ້ນ ດ້ວຍຕົນເອງ ໃນ ອະນາຄົດ ເຖິງວ່າຣັຖບານ ໄດ້ໃຫ້ ຕ່າງຊາຕ ສັມປະທານ ຂຸດຄົ້ນ ໄປຫລາຍແລ້ວ ກໍຕາມ. ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງ ສວັນນະເຂດ ເວົ້າວ່າ:

"ຍັງສງວນ ຫລາຍຈຸດຢູ່ ດຽວນີ້ຍັງ ສງວນໄວ້ ແລະ ກໍມີບາງຈຸດ ຍັງບໍ່ໃຫ້ ສໍາຣວດກໍມີ ຍັງຫລາຍ ພື້ນທີ່ຢູ່ ແມ່ນຣັຖບານ ເພິ່ນເປັນຜູ້ ຈໍາກັດເຂດວ່າ ເຂດນີ້ບໍ່ໃຫ້ ຍັງສງວນໄວ້ ເປັນຂອງຄົນລາວ ແລະ ກໍຍັງສງວນ ບໍ່ທັນໃຫ້ ສໍາຣວດກໍມີ".

ທ່ານເວົ້າວ່າ ຣັຖບານໄດ້ ອະນຸຍາດ ໃຫ້ຂຍາຍ ການລົງທືນ ຂຸດຄົ້ນບໍ່ແຮ່ ເພື່ອເປັນລາຍໄດ້ ເຂົ້າປະເທດ ແລະ ເອົາຜົນກໍາໄຣ ມາພັທນາ ປະເທດຊາຕ ຄຽງຄູ່ກັບ ການປົກປັກ ຮັກສາ ສິ່ງແວດ ລ້ອມ ແລະ ຮັກສາບໍ່ໃຫ້ ປະຊາຊົນ ເຂົ້າໄປລັກ ຂຸດແຮ່ທາຕ ໃນບໍຣິເວນ ຂຸດຄົ້ນ. ປັດຈຸບັນນີ້ ມີຫລາຍໆ ບໍຣິສັດ ຂຸດຄົ້ນບໍ່ແຮ່ ບໍ່ສາມາດ ຮັກສາ ສິ່ງແວດລ້ອມ ໃນບໍຣິເວນ ຂຸດຄົ້ນບໍ່ແຮ່ ເຊັ່ນ: ເຂດ ຂຸດຄົ້ນແຮ່ຄໍາ ບ້ານຫ້ວຍຊາຍ ເຂດຂຸດຄົ້ນຄໍາ ທອງແດງ ຢູ່ພູຄໍາ ແຂວງວຽງຈັນ ເຂດຂຸດຄົ້ນຄໍາ ຢູ່ເຊກອງ ແຂວງອັດຕະປື ເຂດຂຸດຄົ້ນຄໍາ ແຂວງຊຽງຂວາງ ເຂດຂຸດຄົ້ນ ກົ່ວ-ຊືນ ແລະ ບ໊ອກໄຊທ໌ ເຂດຂຸດຄົ້ນ ເກືອກາລີ ຢູ່ແຂວງຄໍາມວນ ແລະອື່ນໆ. ເຈົ້າໜ້າທີ່ ເວົ້າວ່າ ການທີ່ ຣັຖບານ ໄດ້ສງວນເຂດ ບໍ່ແຮ່ໄວ້ ຈໍານວນນື່ງ ເພາະເຫັນວ່າ ໃນອະນາຄົດ ຄົນລາວ ອາດມີ ຄວາມສາມາດ ໃຊ້ເທັກໂນໂລຈີ ເພື່ອຂຸດຄົ້ນບໍ່ແຮ່ ດ້ວຍຕົນເອງໄດ້:

"ພິຈາຣະນາ ຈາກ ຫລາຍເຫດຜົນ ເພາະວ່າ ເໝືອງແຮ່ ກໍອາດຈະຕ້ອງ ເບິ່ງວ່າ ຕ້ອງມີ ຂອງເຮົາໄວ້ ທີ່ເດີມ ເຮົາຈະບໍ່ໃຫ້ໝົດ ມື້ໜ້າ ມັນອາດສີ່ແພງ ອະນາຄົດ ເທັກໂນໂລຈີ ການຂຍາຍ ຂອງ ຄົນລາວ ຈະເຮັດໄດ້ດີ ຕໍ່ໄປກັບ ລູກຫລານ ຕ້ອງໄດ້ຄິດ ໂຕນັ້ນ".

ລາຍງານ ຂອງກະຊວງ ອຸດສະຫະກັມ ຣະບຸວ່າ ຢູ່ລາວ ມີບໍ່ແຮ່ ທີ່ມີຄ່າສູງ ຫລາຍກວ່າ 570 ແຫ່ງ ໃນອະນາຄົດ ແຮ່ທາດຕ່າງໆ ຈະຕ້ອງແພງ ຂື້ນເລື້ອຍໆ ຈື່ງຈໍາເປັນ ຕ້ອງໄດ້ ສງວນໄວ້.