ຊາວຄຣິສຈຽນບໍ່ເຂົ້າໃຈ ອໍານາດປົກຄອງທ້ອງຖິ່ນ
2012.03.15
ກົດຟັງສຽງ
ຊາວຄຣິສຕຽນ ທີ່ມີບັນຫາ ກັບທາງການ ທ້ອງຖິ່ນ ສ່ວນໃຫຍ່ ຈະອາສັຍ ຢູ່ຕາມ ເມືອງນ້ອຍໆ ຊຶ່ງສາເຫດ ສໍາຄັນ ກໍມາຈາກວ່າ ພວກຂະເຈົ້າ ບໍ່ເຄົາຣົບ ນັບຖື ອໍານາດ ປົກຄອງ ທ້ອງຖິ່ນ ຈົນກໍ່ໃຫ້ເກີດ ຄວາມບໍ່ເຂົ້າ ໃຈກັນ. ເຈົ້າໜ້າທີ່ ຫ້ອງການ ແນວລາວ ສ້າງຊາດ ແຂວງ ຫລວງພຣະບາງ ໄດ້ ອະທິບາຍ ວ່າ:
"ສາເຫດມັນ ເປັນແນວນີ້ ພວກຊົນເຜົ່າ ຂະເຈົ້າ ບໍ່ເຂົ້າໃຈ ເພາະວ່າບາງຄົນ ເຂົ້າສາສນາ ນີ້ແລ້ວ ວ່າຕົນເປັນ ລູກພຣະເຈົ້າ ບໍ່ນັບຖື ອໍານາດ ປົກຄອງ ເມື່ອເຂົາເຮັດ ແນວນັ້ນແລ້ວ ຜູ້ບໍ່ເຂົ້າ ສາສນາເຂົາ ກໍຂັດຂ້ອງ ແລະ ກໍມີ ທະເລາະວິວາດ ກັນ ບາງເທື່ອ ມີບັນຫາ ບາງບ່ອນ ບໍເຂົ້າໃຈ".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ຕອນທໍາອິດ ຊາວບ້ານ ເຫລົ່ານັ້ນ ກໍຈະບໍ່ໄດ້ ນັບຖື ສາສນາຄຣິສ ຈົນມີຜູ້ມາ ແພ່ຜາຍສາສນາ ຊັກຊວນໃຫ້ເຂົ້າ ແລະ ຜູ້ທີ່ມາ ແພ່ຜາຍສາສນາ ກໍບໍ່ໄດ້ ອະທິບາຍ ກ່ຽວກັບ ວຽກບ້ານ ການເມືອງ ຫລືຮີດຄອງ ປະເພນີ ດັ້ງເດີມ ສູ່ພວກຂະເຈົ້າ ຟັງ. ສ່ວນເຈົ້າໜ້າທີ່ ທ້ອງຖິ່ນ ກໍບໍ່ໄດ້ ສຶກສາ ໃຫ້ເຂົ້າໃຈ ກ່ຽວກັບ ຜູ້ທີ່ນັບຖື ສາສນາອື່ນ ທີ່ບໍ່ແມ່ນ ສາສນາພຸທ.
ສໍາລັບການ ແກ້ໄຂ ບັນຫາ ດັ່ງກ່າວ ໜ່ວຍງານ ທີ່ກ່ຽວຂ້ອງ ກໍຕ້ອງໄດ້ ຈັດກອງປະຊຸມ ອະ ທິບາຍ ໃຫ້ເຈົ້າໜ້າທີ່ ອໍານາດທ້ອງຖິ່ນ ເຂົ້າໃຈວ່າ ການນັບຖື ສາສນາ ທີ່ບໍ່ແມ່ນ ສາສນາພຸທ ກໍບໍ່ຜິດຕໍ່ ກົດໝາຍ ບ້ານ ເມືອງ ແລະ ຜູ້ທີ່ນັບຖື ສາສນາ ກໍຕ້ອງ ຮັບຮູ້ວ່າ ຕ້ອງໄດ້ ເຄົາຣົບນັບຖື ອໍານາດ ປົກຄອງ ທ້ອງຖິ່ນ ແລະກົດໝາຍ ບ້ານເມືອງ ຄືກັນກັບ ປະຊາຊົນ ຄົນອື່ນໆ ໃນປະເທດ. ດັ່ງເຈົ້າໜ້າທີ່ ອະທິບາຍ ວ່າ:
"ຕຽມກອງ ປະຊຸມ ເພື່ອແກ້ໄຂ ບັນຫານີ້ ອໍານາດ ການປົກຄອງ ໃນແຕ່ລະເມືອງ ມາປະຊຸມກັນ ຈະປະຊຸມ ມັນມີຢູ່ 12 ເມືອງ ຈາກນັ້ນກະຊິ ເຊີນພວກຕາງໜ້າ ແຕ່ລະ ສາສນາ ເຂົ້າມາຟັງນໍາ ເພື່ອແກ້ໄຂກັນ".
ຢູ່ຕາມບ້ານ ທີ່ຫ່າງໄກ ສອກຫລີກ ຈະມີ ປະຊາຊົນ ບັນດ າເຜົ່ານັບຖື ສາສນາຄຣິສ ທີ່ເຈົ້າໜ້າທີ່ ທ້ອງຖິ່ນ ບໍ່ຍອມຮັບ ແລະ ຊາວຄຣິສຈຽນ ບາງຄົນກໍບໍ່ ເຄົາຣົບນັບຖື ອໍານາດປົກຄອງ ທ້ອງຖິ່ນ ແລະເຊື່ອວ່າ ກົດລະບຽບ ວິໄນຂອງ ສາສນາ ຢູ່ເໜືອອໍານາດ ປົກຄອງໃດໆ ທັງໝົດ ຈຶ່ງເກີດຄວາມ ບໍ່ເຂົ້າໃຈກັນ ດັ່ງກ່າວ.