ສະພາບສັງຄົມໃນ ເມືອງຫລວງພຣະບາງ
2011.01.14

ກົດຟັງສຽງ
ປັດຈຸບັນນີ້ ສັງຄົມ ໃນ ເມືອງຫລວງພຣະບາງ ວຸ້ນວາຍ ຫລາຍກວ່າເກົ່າ ເຮັດໃຫ້ວຽກງານ ຂອງອັຍການມີເພີ້ມ ແລະໄດ້ຮັບ ຄວາມຫຍຸ້ງຍາກ, ປະຊາຊົນ ຈາກຊົນນະບົດ ແລະ ນັກທ່ອງທ່ຽວ ທີ່ເຂົ້າມາໃນ ຕົວເມືອງ ມີເພີ້ມຂື້ນ ຈື່ງເກີດມີບັນຫາ ຫລາຍຢ່າງ, ພາກສ່ວນກ່ຽວຂ້ອງ ຕ້ອງແກ້ໄຂ ບັນຫານີ້ ເພື່ອເຮັດໃຫ້ ເມືອງຫລວງພຣະບາງ ກັບຄືນສູ່ ສະພາບສງົບ ຄືເມື່ອກ່ອນ. ດັ່ງທີ່ເຈົ້າໜ້າທີ່ ອັຍການ ປະຊາຊົນ ແຂວງຫລວງພຣະບາງ ໄດ້ກ່າວ:
"ກໍມີບັນຫາ ຫຍຸ້ງຍາກ ສັງຄົມຫຍຸ້ງຍາກ ກັບພວກເຮົາຫລາຍ ເຣື້ອງສະພາບ ບ້ານເມືອງ ມັນກໍບໍ່ຄ່ອຍ ດີປານໃດ ຄັນມາເຮັດຈັ່ງຊີ້ ສະພາບ ໂດຍລວມໆມັນບໍ່ດີ ມັນສ້າງຄວາມ ຫຍຸ້ງຍາກ ໃຫ້ພວກເຮົາຫລາຍ ບັນຍາກາດ ມັນບໍ່ດີ ເວົ້າຈັ່ງຊັ້ນ".
ທ່ານວ່າ ຫລວງພຣະບາງ ເປັນເມືອງທ່ອງທ່ຽວ ມີນັກທ່ອງທ່ຽວ ຈາກຫລາຍແຫ່ງ ຈາກຫລາຍປະເທດ ເຂົ້າມາທ່ຽວ ບາງຄັ້ງ ກໍ່ຄວາມບໍ່ສງົບ ຂື້ນໃນເມືອງ. ເຈົ້າໜ້າທີ່ຮັກສາ ຄວາມສງົບ ບໍ່ພຽງພໍ ທີ່ຈະໄປກວດສອບ ແລະ ຄວບຄຸມ ສະຖານະການ ທີ່ເກີດຂື້ນ ທຸກຄັ້ງໄດ້ ອັນເຮັດໃຫ້ ສະຖານະການ ໃນໂຕເມືອງ ວຸ້ນວາຍ. ເພື່ອຄວບຄຸມ ສະຖານະການ ບໍ່ສງົບ ທີ່ເກີດຂື້ນນີ້ ທ່ານວ່າ ເຈົ້າໜ້າທີ່ ຈາກຫລາຍພາກສ່ວນ ໄດ້ປະສົມປະສານ ງານກັນຢ່າງ ເອົາຈິງເອົາຈັງ:
"ທຸກຢ່າງ ກໍຕ້ອງມີ ການແກ້ໄຂທຸກຢ່າງ ພວກເຮົາມີ ການແກ້ໄຂ ມີການ ປະສານງານທີ່ດີ ລະຫ່ວາງ ເຈົ້າໜ້າທີ່ກ່ຽວຂ້ອງ ພວກເຮົາມີການ ປະສານງານ ມີການຊີ້ນໍາ ຢ່າງລະອຽດ".
ທ່ານກ່າວສລຸບວ່າ, ເຫດການ ທີ່ເກີດຂື້ນນັ້ນ ປະຊາຊົນໃນ ເມືອງຫລວງພຣະບາງ ກໍບໍ່ພໍໃຈ ຕໍ່ເຈົ້າໜ້າທີ່ ປະຕິບັດ ກົດໝາຍ ແລະເຈົ້າໜ້າທີ່ ອັຍການ ພໍເທົ່າໃດ.