ເກົາຫລີໃຕ້ຈະຂຸດເຫຼັກ ແລະທອງແດງຢູ່ລາວ

ເກົາຫລີໃຕ້ ລົງນາມ ສັນຍາ ກັບສປປ ລາວ ເພື່ອຂຸດຄົ້ນ ແຮ່ທາດ ເຫລັກ ແລະ ທອງແດງ.
ສົມເນ
2010.12.23

ກົດຟັງສຽງ

ເກົາຫລີໃຕ້ ເປີດເຜີຽ ໃນວັນພຣະຫັດ ນີ້ວ່າ ໄດ້ລົງນາມ ໃນຂໍ້ຕົກລົງ ສັນຍາ ກັບ ສປປ ລາວ ເພື່ອພັທນາ ຊັພຍາກອນ ທັມມະຊາດ ຮ່ວມທັງ ແຮ່ທາດເຫລັກ ທອງແດງ ແລະ ແຮ່ທາດ ທີ່ຫາຍາກອື່ນໆ ແລະ ຈະຮ່ວມມືກັນ ໃນດ້ານ ພະລັງງານ ໄຟຟ້າ. ຕາມລາຍງານ ຂອງອົງການຂ່າວ ຣອຍເຕີ້ ຈາກກຸງໂຊນ ເກົາຫລີໃຕ້.

ກະຊວງເສຖກິດ ຂອງເກົາຫລີໃຕ້ ກ່າວວ່າ 30% ເທົ່ານັ້ນ ຂອງ ຊັພຍາກອນ ທັມມະຊາດ ທັງໝົດໃນລາວ ຖືກຂຸດຄົ້ນ ລາວມີ ສັກກະຍາພາບ ສູງດ້ານ ແຮ່ທາດ. ເກົາຫລີໃຕ້ ເປັນນື່ງໃນ 10 ປະເທດທີ່ມີ ເສຖກິດ ກໍາລັງກ້າວໜ້າ ທີ່ເລີ້ມກໍ່ຮ່າງ ສ້າງຕົວຈາກ ເປັນປະເທດ ທີ່ທຸກຍາກ ຈື່ງຢາກຖ່າຍທອດ ບົດຮຽນໃຫ້ ສປປ ລາວ. ເກົາຫລີໃຕ້ ອີງຕໍ່ການ ນໍາເຂົ້າ ດ້ານພະລັງງານ ແລະ ວັດຖຸດິບ ຈາກ ຕ່າງປະເທດ ດັ່ງນັ້ນ ຈື່ງຢາກຫລຸດພົ້ນ ຈາກການອີງຕໍ່ ນີ້ພາຍໃນປີ 2019 ໂດຍລົງທືນ ຫລາຍໆໂຄງການ ຢູ່ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.