ເກົາຫລີໃຕ້ຕ້ານພຍາດ ຕີນແລະປາກເປື່ອຍ

ເກົາຫລີໃຕ້ ຢືນຢັນ ໃນມື້ວັນຈັນ ທີ 27 ທັນວາ 2010 ນີ້ວ່າໄດ້ ພົບພຍາດ ຕີນແລະປາກເປື່ອຍ ອີກ 3 ກໍຣະນີ ຕື່ມຂຶ້ນເປັນ ທັງໝົດ 56 ກໍຣະນີ ນັບຕັ້ງແຕ່ ພຍາດດັ່ງກ່າວ ໄດ້ເລີ້ມແຜ່ ລະບາດ ເມື່ອເດືອນກ່ອນ.
ໂພໄຊສວັດ
2010.12.27

ກົດຟັງສຽງ

ຣັຖມົນຕຣີ ກະຊວງ ກະສິກັມ ເປີດເຜີຍວ່າ ກໍຣະນີການ ແຜ່ລະບາດ ຂອງພຍາດ ເກີດຂຶ້ນໃນ ຟາມງົວແລະໝູ ໃນເຂດເມືອງ ແຢງປີອອນ 55 ກິໂລແມັດ ທາງພາກຕາເວັນອອກ ຂອງກຸງໂຊນ, ໃນເມືອງທ່າເຮືອ ອິນຊີອອນ ແລະ ພາກຕາເວັນ ອອກສ່ຽງໃຕ້ ເມືອງ ຊີອົງຊົງ.

ເຈົ້າໜ້າທີ່ຈາກ ກະຊວງກະສິກັມ ກ່າວວ່າ ສັດປະມານ 389,000 ໂຕຈະຕ້ອງ ໄດ້ຖືກກວດກາ, ຊຶ່ງເປັນຈຳນວນ ທີ່ຫລວງຫລາຍ ຕາມທີ່ເຄີຍ ໄດ້ມີການ ແຜ່ລະບາດມາ. ຄວາມເສັຍຫາຍ ຈາກພຍາດ ຕີນແລະປາກເປື່ອຍ ເທື່ອນີ້ ທາງການຄາດວ່າ ຈະຕົກຢູ່ ປະມານ 400 ຕື້ ວອນຫລືປະມານ 348 ລ້ານ ໂດລາ ສະຫະຣັຖ.

ເມື່ອເກີດການ ແຜ່ລະບາດ ໃນປີ 2002 ຈຳນວນສັດ 160,000 ໂຕໄດ້ຖືກ ຂ້າຖິ້ມ. ສຳລັບບັນຫາ ໃນເທື່ອນີ້ ເພື່ອປ້ອງກັນ ຣັຖບານ ໄດ້ສັ່ງໃຫ້ ສັກຢາກັນ ໃຫ້ສັດ ປະມານ 56,000 ໂຕ. ບັນຫາໃນການ ປ້ອງກັນພຍາດ ດັ່ງກ່າວ ປະເຊີນກັບ ອຸປສັກ ອີກຢ່າງນຶ່ງ ຍ້ອນວ່າ ອາກາດໜາວເຢັນ ເຮັດໃຫ້ອຸປກອນ ໃຊ້ໃນການ ຂ້າເຊື້ອພຍາດ ກ້າມໃຊ້ການ ບໍ່ໄດ້ ຕາມຄວາມຄາດໝາຍ.

ປະທານາທິບໍດີ Lee Myung-bak ໄດ້ປະກາດ ໃນມື້ວັນ ອາທິດ ຜ່ານມາໃຫ້ ເຈົ້າໜ້າທີ່ ທາງການ ຊ່ວຍເຫລືອ ຊາວກະສິກອນ ແລະ ເຈົ້າໜ້າທີ່ ສາທາຣະນະສຸຂ ຢ່າງເຕັມທີ່ ໃນການກຳຈັດ ພຍາດ ດັ່ງກ່າວ. ພຍາດ ຕີນແລະປາກເປື່ອຍ ຕາມປົກກະຕິ ແລ້ວຈະເກີດກັບ ສັດປະເພດ ງົວ, ຄວາຍ, ໝູ, ກວາງ, ແບ້ ແລະ ແກ້ະ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.