ຊາວເມືອງດັກຈື້ງບາງບ້ານ ອາຈຕ້ອງໂຍກຍ້າຍ

ຊາວບ້ານ ໃນເມືອງ ດັກຈຶ້ງ ແຂວງເຊກອງ ຕ້ອງໄດ້ ໂຍກຍ້າຍ ຖ້າເຂດ ເສຖກິດ ສະເພາະ ຖືກ ອະນຸມັດ ໃຫ້ພວກ ນັກລົງທຶນ.
ສິດນີ
2012.03.28
F-Dak-jung-sekong ການພັທນາ ຖນົນເສັ້ນທາງ ເມືອງດັກຈື້ງ ແຂວງເຊກອງ ທີ່ຈະຊ່ວຍໃຫ້ ທຸກຢ່າງ ໃນທຸກໝູ່ບ້ານ ສະດວກຂື້ນ
Travel-Asia

ກົດຟັງສຽງ

ແຂວງເຊກອງ ມີແຜນການ ຈະຫລຸດຜ່ອນ ຄວາມທຸກຍາກ ພາຍໃນແຂວງ ດ້ວຍການສ້າງ ເຂດເສຖກິຈ ສະເພາະ ທີ່ ເມືອງດັກຈື້ງ ເພື່ອສົ່ງເສີມ ການຄ້າ ການລົງທືນ ແລະ ການທ່ອງທ່ຽວ ຮ່ວມດ້ວຍ ຜລິຕພັນ ການກະເສດ ແລະ ລ້ຽງສັດ ຊື່ງໃນ ປັດຈຸບັນ ທາງການແຂວງ ກໍໄດ້ສຳຣວດ ພື້ນທີ່ ບາງສ່ວນແລ້ວ ແລະ ຈະສເນີຜົລ ການສຳຣວດ ໄປຍັງຣັຖບານ ເພື່ອຂໍ ອະນຸມັດ. ເຈົ້າຫນ້າທີ່ ກ່ຽວຂ້ອງ ເວົ້າວ່າ:

"ເຂດເສຖິຈສະເພາະ ເຂົາເອີ້ນວ່າ ສ້າງກຳລັງ ແຮງສະເພາະ ມັນເຊື່ອມ ຕໍ່ຣະຫວ່າງ ລາວ-ວຽດນາມ ຫ່າງຈາກ ໂຕເມືອງປະມານ 10 ກິໂລແມັດ ນີ້ແຫລະ ເພື່ອພັທນາ ເສຖກິດ ແລະ ຫລຸດຜ່ອນ ຄວາມທຸກຍາກ".

ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ໄປວ່າ ເມືອງດັກຈຶ້ງ ເປັນ ເມືອງທຸກຍາກ ທີ່ສຸດ ໃນແຂວງ ປະຊາຊົນ ສ່ວນໃຫຍ່ ເປັນຊາວເຜົ່າ ບໍ່ມີວຽກເຮັດ ແລະ ຂາດ ສາທາຣະນະ ປະໂພຄ ປະເພດຕ່າງໆ ເຊັ່ນ ຣະບົບ ນ້ຳປະປາ ໄຟຟ້າ ສ້ວມຖ່າຍ ຖ້າມີເຂດ ເສຖກິດພິເສດ ໃນເມືອງ ກໍຈະສົ່ງ ຜົລດີ ແກ່ ປະຊາຊົນ ໃຫ້ ມີຢູ່ມີກີນ ແລະ ມີວຽກງານເຮັດ. ທ່ານວ່າ ພື້ນທີ່ ໃນການ ສ້າງເຂດ ເສຖກິດສະເພາະ ບາງສ່ວນນັ້ນ ໄດ້ກວມເອົາ ທີ່ດີນ ຂອງ ປະຊາຊົນ ທ່ານກ່າວ ເພີ້ມອີກວ່າ:

"ກະມີດີນເຂົາຢູ່ ກະມີບ່ອນ ບໍ່ແມ່ນດີນ ເຂົາອີກ ບໍ່ໄດ້ຍ້າຍ ເພາະວ່າມັນ ຢູ່ບ່ອນ ເປົ່າຫວ່າງ".

ໃນປັດຈຸບັນ ໂຄງການ ດັ່ງກ່າວ ຍັງບໍ່ມີ ນັກລົງທືນ ເທື່ອ ແຕ່ໃນອະນາຄົດ ທາງແຂວງ ຄາດວ່າ ຈະມີນັກລົງທືນ ຕ່າງຊາດ ເຂົ້າມາລົງທືນ ຢ່າງຫລວງຫລາຍ ໂດຍສະເພາະ ກຸ່ມນັກລົງທຶນ ຈາກວຽດນາມ ເພາະ ມີເຂດ ຊາຍແດນ ຕິດກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 29, 2012 02:41 AM

ຄົນດີມີເຕັມບ້ານ,ຄົນກຽດຄ້ານມີເຕັມເມືອງ,ປະຊາຊົນ ຊາວລາວ ຍ່າງຕາມຈອກແຈແຄມຮົ້ວ ທົ່ວແຜ່ນດິນໄດ້ ຕາມສະບາຽ ຕື່ນເຊົ້າຕຽມຍ້າຽເຮືອນ,ຄ່ຳມາຮອດເຮືອນ ຕຽມຍ້າຽບ້ານ ຕາມແນວທາງຂອງຄວາມຊື່ສັດ,ພວກຂີ່ຄອກຢູ່່ທົ່ວ ບ້ານເຕັມເມືອງ,ຕື່ນມາ ຂຶ້ນຣົຖໄປເບັ່ງໄນສະພາຊອກ ທາງໂກງຊາຕແລະປະຊາຊົນ,ອອກຈາກສະພາ ໃຊ້ຣົຖແລະເຮືອບິນໄດ້ຕາມໃຈໄປໄດ້ທົ່ວທຸກແຫ່ງ ຫາແກ່ມຫາກິນ ຂອງຊາວບ້ານ,ນີ້ລະ!ເຂົາຈຶ່ງກ່າວໄດ້ ວ່າ: ຄົົນດີໆມີເຕັມຢູ່ ແຖວນອກ,ພວກຂີ່ຄອກເຕັມບ້ານເຕັມເມືອງ!.Aman.