ຂ.ສວັນນະເຂດຕ້ານ ການຄ້າປະເວນີ
2010.12.29
ກົດຟັງສຽງ
ຂແນງການ ທ່ອງທ່ຽວ ແຂວງ ສວັນນະເຂດ ຈັດປະຊຸມ ຮຽກຮ້ອງໃຫ້ ກຸ່ມຜູ້ປະກອບການ ໂຮງແຮມ, ການທ່ອງທ່ຽວ ໃຫ້ເອົາໃຈໃສ່ ແລະ ຮ່ວມກັນ ຕິດຕາມ ການຄ້າມະນຸດ, ການຂູດຮີດ ທາງເພດ ແລະ ການຕໍ່ຕ້ານ ການທ່ອງທ່ຽວ ທາງເພດ ໃນແຂວງ ແລະ ໃນປະເທດ ເພື່ອນບ້ານ, ໂດຍສະເພາະ ໃນຊ່ວງ ປີໃໝ່ສາກົນ, ຊຶ່ງຈະມີນັກ ທ່ອງທ່ຽວ ເຂົ້າໄປໃນ ແຂວງສວັນນະເຂດ ຢ່າງຫລວງຫລາຍ. ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກຫ້ອງການ ທອ່ງທ່ຽວ ແຂວງ ສວັນນະເຂດ ກ່າວວ່າ:
“ທາງເປິດຂົວ ຢູ່ແຂວງ ສວັນນະເຂດ ອາດຈະມີ ນັກທ່ອງທ່ຽວ ຈາກໄທ ມາຫລາຍ ແລ້ວກໍມີບ້ານພັກ ໂຮງແຮມ ມີຫຍັງເກີດຂຶ້ນ ແລ້ວກໍເອີ້ນວ່າ ເຮັດໃຫ້ມີ ປະກົດການ ການທ່ອງທ່ຽວ ທາງເພດຫລາຍ ແລະ ຍັງບໍ່ທັນມີ ມາຕການ ຫຍັງເທື່ອ ທີ່ຈະໄປຮອງຮັບ.”
ຍານາງ ກ່າວຕື່ມວ່າ ໃນຊ່ວງເທສການ ປີໃໝ່ ສາກົນ ມີນັກທ່ອງທ່ຽວ ທັງຊາວໄທ ແລະ ຕ່າງປະເທດ ຈໍານວນຫລວງຫລາຍ ເຂົ້າໄປ ຈາກມຸກດາຫານ ຂອງໄທ ແລະ ກໍນິຍົມ ຊື້ບໍຣິການ ເດັກສາວຊາວລາວ ພາຍໃນ ແຂວງສວັນນະເຂດ ແລະ ມາຈາກທາງ ຫລາຍແຂວງພາກໃຕ້ ທີ່ລັກລອບ ຂາຍບໍຣິການ ໃນເຂດເມືອງ ຕາມຊາຍແດນ. ດັ່ງນັ້ນ ທາງເຈົ້າໜ້າທີ່ ຈຶ່ງໄດ້ຮຽກຮ້ອງ ຂໍການຮ່ວມມື ຈາກຜູ້ປະກອບການ ພາກທຸຣະກິດ ການທ່ອງທ່ຽວ ຊ່ອຍກັນເບິ່ງແຍງ ບໍ່ໃຫ້ເກີດ ເຫດການບໍ່ດີ ແລະ ຕໍ່ຕ້ານ ການຊື້-ຂາຍ ບໍຣິການ ທາງເພດ.
ບັນຫາ ການທ່ອງທ່ຽວ ທາງເພດ, ຄ້າປະເວນີ, ຂາຍບໍຣິການ ໃນກຸ່ມເດັກສາວ ຊາວລາວນັ້ນ ຖືວ່າ ເປັນບັນຫາໃຫຍ່ ໃນສັງຄົມລາວ ໃນປັດຈຸບັນ, ຊຶ່ງຫລາຍພາກສ່ວນ ກໍາລັງ ຫາທາງແກ້ໄຂ ແຕ່ກໍເຮັດໄດ້ຍາກ ເພາະຕົວເລກ ກຸ່ມສາວ ທີ່ຄ້າບໍຣິການ ກໍເຣີ້ມສູງຂຶ້ນ.