ອະລູມີນຽມລາວ ຈີນຂຸດຈີນຊື້
2011.08.10

ກົດຟັງສຽງ
ບໍຣິສັດ Ord River Resources ຊຶ່ງເປັນ ບໍຣິສັດ ຂຸດຄົ້ນ ບໍ່ແຮ່ ຂອງ ອອສເຕຣເລັຍ ຣາຍງານ ເມື່ອ ວັນພຸດ ວັນທີ່ 10 ເດືອນ ສິງຫາ ນີ້ວ່າ ບໍຣິສັດ ຈີນ-ອອສເຕຣເລັຍ ຫລື Sarco ໄດ້ເຊັນ ສັນຍາ ຂາຍ Aluminum ທີ່ຈະຖືກ ຜລິດ ຈາກດົງ ບໍຣິເວນ ຂອງລາວ ໃຫ້ແກ່ ບໍຣິສັດ ຂອງຈີນ. ພາຍໃຕ້ ສັນຍາ ສະບັບ ນີ້ ບໍຣິສັດ Sarco ຈະເປັນ ຜູ້ລົງທຶນ ຂຸດຄົ້ນບໍ່ bauxite ຢູ່ພາກໃຕ້ ຂອງລາວ ຜລິດເປັນ Aluminum ແລ້ວ ຈະຂາຍ ໂລຫະ ນັ້ນໃຫ້ແກ່ ບໍຣິສັດ ຂອງຈີນ ເປັນ ເວລາ 20 ປີ ໃນຣາຄາ ຊື້ຂາຍກັນ ຕາມຕລາດ ໂລກ.
ປັດຈຸບັນ ບໍຣິສັດ Sarco ກຳລັງ ວາງຂາຍຫຸ້ນ ໃນຕລາດຫຸ້ນ ຂອງ ອອສເຕຣເລັຍ ເພື່ອ ຊອກຫາ ເງິນທຶນ ໃຫ້ໄດ້ເຖິງ 600 ລ້ານ ດອນລ່າ ສະຫະຣັຖ ເພື່ອສ້າງ ໂຮງງານຜລິດ Aluminum ຢູ່ລາວ. Aluminum ເປັນໂລຫະ ທີ່ຜລິດຈາກ bauxite ແລະ ມີຣາຄາແພງ. ຈໍາເປັນ ຕ້ອງໃຊ້ ໃນອຸດສາຫະກັມ ການສ້າງ ເຄື່ອງຈັກ ແລະ ເຄື່ອງ ອີເລັກໂຕຣນິກ ຕ່າງໆ.
ດົງບໍຣິເວນ ໃນພາກໃຕ້ ຂອງ ເມືອງລາວ ມີບໍ່ bauxite ໃຫຍ່ທີ່ສຸດ ແຫ່ງນຶ່ງ ໃນໂລກ, ມີທາດ bauxite ຢູ່ເຖິງ 130 ລ້ານຕັນ ແລະ ຈະສາມາດ ຜລິດ Aluminum ໄດ້ເຖິງ 6 ແສນຕັນ ຕໍ່ປີ.