ມ.ສາຣະວັນເລັ່ງສັກຢາ ໃຫ້ສັດລ້ຽງ
2011.02.08
ກົດຟັງສຽງ
ທາງການເມືອງ ສາຣະວັນ ເລັ່ງສັກຢາກັນ ພຍາດໄຂ້ເລືອດດໍາ ຍ້ອນວ່າໃນ ປັດຈຸບັນນີ້ ມີການລະບາດ ເກີດຂຶ້ນກັບສັດລ້ຽງ ໃນ 9 ໝູ່ບ້ານ, ຊຶ່ງພຍາດດັ່ງກ່າວ ອາດຕິດຕໍ່ ຫາຄົນໄດ້. ການຕິດພຍາດ ຈາກສັດ ຈະເກີດຂຶ້ນໄດ້ ຫາກຄົນກິນຊີ້ນສັດ ທີ່ຕິດພຍາດ ຢູ່ແລ້ວ. ເຈົ້າໜ້າທີ່ ຈາກໜ່ວຍງານລ້ຽງສັດ ແລະ ການປະມົງ ເມືອງສາຣະວັນ ອະທິບາຍວ່າ:
"ພຍາດໄຂ້ເລືອດດຳ ເປັນພຍາດຕິດຕໍ່ ທີ່ຮ້າຍແຮງທີ່ສຸດ ສຳລັບຄົນແລະສັດ ທົ່ວໄປ ພຍາດນີ້ແມ່ນເກີດຂຶ້ນ ຈາກເຊື້ອແບັກເຕເຣັຍ ສ່ວນຫລາຍພຍາດນີ້ ຈະເຮັດໃຫ້ສັດເຮົານັ້ນ ຕິດເຊື້ອຢ່າງຮ້າຍແຮງ ຈໍາພວກສັດ ທີ່ຕິດພຍາດ ຫລາຍກວ່າໝູ່ນີ້ ແມ່ນຈໍາພວກ ງົວ ຄວາຍ ແກະ ແບ້ ມ້າ ຫລືວ່າໝູ".
ນາງເວົ້າຕໍ່ໄປວ່າ ຕັ້ງແຕ່ ເດືອນມົກກະຣາ ຜ່ານມາ ພະນັກງານ ການສົ່ງເສີມ ກະສິກັມແລະ ປ່າໄມ້ ເມືອງສາຣະວັນ ພ້ອມກັບເຈົ້າໜ້າທີ່ ຈາກຫ້ອງການ ສາທາຣະນະສຸຂ ເມືອງ ໄດ້ລົງໄປສັກຢາ ກັນພຍາດ ໄຂ້ເລືອດດໍາ ໃຫ້ສັດລ້ຽງ ຂອງຊາວບ້ານ ໃນ 9 ໝູ່ບ້ານ ພາຍໃນເມືອງ ໂດຍເລີ້ມຈາກບ້ານ ທ່າເມືອງເກົ່າ ບ້ານນາແພງ. ສໍາລັບສາເຫດ ທີ່ເຮັດໃຫ້ຄົນຕິດ ເຊື້ອພຍາດ ກໍເມື່ອໄດ້ກິນຊີ້ນສັດ ທີ່ຕິດພຍາດແລ້ວ. ເຈົ້າໜ້າທີ່ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ກໍຣະນີ ທີ່ຕິດຄົນນີ້ ຍ້ອນວ່າຄົນເຮົານີ້ ແມ່ນໄປກິນຊີ້ນສັດ ທີ່ວ່າເກີດພຍາດ ເລືອດດໍາ ສາມາດເຮັດໃຫ້ຄົນເຮົາ ຕິດເຊື້ອພຍາດ ໄຂ້ເລືອດດໍານີ້ໄດ້ ສ່ວນຫລາຍພວກເຮົາ ຈະຜ່າຕັດ ຊາກສັດຕາຍ ຢ່າງລະມັດ ລະວັງ".
ໝູ່ບ້ານທີ່ໄດ້ເກີດ ພຍາດນີ້ມາແລ້ວ ກໍມີ ບ້ານໄຊ ບ້ານແບ່ງອຸດົມ ບ້ານແສນວັງ ແລະ ບ້ານນາແພງ ຊຶ່ງໄດ້ມີສັດລ້ຽງ ຂອງຊາວບ້ານ ຈໍານວນນຶ່ງ ຕາຍໄປແລ້ວ.