ຊີວິດຊາວລາວ ພາກໃຕ້ຝືດເຄືອງ

ຊີວິດ ຂອງ ຊາວນາ ຂ.ສາຣະວັນ ແລະ ອັດຕະປື ຝືດເຄືອງ ນັບຕັ້ງແຕ່ ຊາວວຽດນາມ ເຂົ້າມາ ລົງທືນ.
ສົມເນ
2011.12.29

ກົດຟັງສຽງ

ຄົນລາວ ໃນແຂວງ ສາຣະວັນ ເວົ້າວ່າ ນັບແຕ່ ວຽດນາມ ເຂົ້າມາລົງທືນ ປູກຕົ້ນ ຢາງພາຣາ ແລະ ພືດ ອຸດສະຫະກັມ ຢູ່ ໃນແຂວງນີ້ ຊາວໄຮ່ ຊາວນາ ທີ່ປູກເຂົ້າ ແລະ ລ້ຽງສັດ ຢູ່ຕາມເຂດ ຊົນນະບົດ ໄດ້ຣັບຄວາມ ລໍາບາກ ກວ່າແຕ່ກ່ອນ ຍ້ອນເຂດແດນ ສໍາລັບ ປູກເຂົ້າ ແລະ ລ້ຽງສັດ ມີໜ້ອຍ:

"ສ່ວນຫລາຍ ນັກລົງທືນ ກໍມີແຕ່ວຽດ ກໍສົ່ງຜົນ ກະທົບແດ່ ເພາະວ່າເຂົາ ມາລົງທືນ ເປັນຕົ້ນແມ່ນ ປູກ ຢາງພາຣາ ມັນກໍເສັຽ ເນື້ອທີ່ ແລະ ກໍ ປະຊາຊົນ ລາວ ກໍເສັຽຄວາມ ເປັນອິສຣະ ເຊັ່ນ ປະຊາຊົນລາວ ມັກລ້ຽງ ສັດ ການລ້ຽງສັດ ຂອງເຂົາມັນ ກໍຖືວ່າ ຫຍຸ້ງຍາກ ການລ້ຽງສັດ ມັກຈະປ່ອຍ ແຕ່ວ່າ ປັດຈຸບັນ ມີວຽດນາມ ມາລົງທືນ ການລ້ຽງສັດ ຂອງເຂົາ ມັນກໍພົບກັບ ຄວາມຫຍຸ້ງຍາກ ໄດ້ຄວບຄຸມຫຼາຍ".

ລາວເວົ້າວ່າ ປະຊາຊົນ ທີ່ມີອາຊີບ ເຮັດໄຮ່ທໍານາ ແລະ ລ້ຽງສັດ ມີຄວາມ ໝອງໃຈ ແດ່ແລ້ວ ຍ້ອນວ່າ ບາງບ່ອນ ກໍມີການ ລຸກລໍ້າ ພື້ນທີ່ນາ ຂອງເຂົາເຈົ້າ ຝຸງສັດ ທີ່ເຄີຍປ່ອຍ ລ້ຽງຕາມ ທັມມະຊາດ ທົ່ງກວ້າງ ຄື ແຕ່ກ່ອນນັ້ນ ດຽວນີ້ຝຸງສັດ ມີເນື້ອທີ່ ກິນຫຍ້າ ແຄບລົງ ແລະຕ້ອງໄດ້ນໍາ ຄວບຄຸມໄວ້ ຢູ່ຕລອດ ເພາະບໍ່ຢາກ ໃຫ້ສັດເຂົ້າ ໄປກິນຫຍ້າ ຢູ່ໃນເຂດ ສັມປະທານ ຂອງ ວຽດນາມ ເພາະມັກເກີດ ບັນຫາກັນ ຄົນເຣົາເອງ ກໍຂາດ ອິສຣະພາບ. ໃນແຂວງ ອັດຕະປື ກໍມີບັນຫາ ຄືກັນ ຫລັງຈາກ ວຽດນາມ ເຂົ້າມາດໍາເນີນ ທຸຣະກິດ ໃນລາວ ຂາຍເຄື່ອງຂອງ ກໍແຂ່ງ ເຂົາເຈົ້າບໍ່ໄດ້ ເຄື່ອງຂອງ ກໍຣາຄາ ແພງຂື້ນ ເຂົາເອົາ ເຄື່ອງຂອງ ຈາກ ບ້ານເຂົາ ເຂົ້າມາຂາຍ:

"ຫລາຍຢູ່ ເຣື້ອງຂອງແພງ ກໍແພງ ອາຫານ ການກິນ ກໍແພງຂື້ນ ດຽວນີ້ ເອື້ອຍກໍເປັນ ປະຊາຊົນ ເອື້ອຍຂາຍເຄື່ອງ ຢູ່ກັບເຮືອນ ເປັນແບບວ່າ ເຂົາເອົາມາຈາກ ບ້ານເຂົາເອງ ມາຂາຍໝົດ".

ປະຊາຊົນ ເວົ້າວ່າ ປັດຈຸບັນ ມີຊາວວຽດນາມ ຍ້າຍເຂົ້າມາ ຢູ່ໃນແຂວງ ສາຣະວັນ ແລະ ອັດຕະປື ຫຼາຍຂື້ນ ນັບມື້ ມັນສ້າງ ຜົນກະທົບ ຕໍ່ຊີວິດ ການເປັນຢູ່ ແລະ ຄວາມເປັນ ອິສຣະພາບ ຂອງພວກຕົນ ຢູ່ບໍ່ໜ້ອຍ ແຕ່ບໍ່ສາມາດ ເວົ້າຫຍັງໄດ້ ເພາະເປັນ ນະໂຍບາຍ ຂອງ ຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 29, 2011 11:30 AM

ນ້ອງກໍ່ເຄີຍໄປເຮັດວຽກຢູ່ທາງແຂວງສາລະວັນແລະກໍ່ແມ່ນເຮັດກ່ຽວກັບໂຄງການປູກໄມ້ຂອງຈີນ,ເຫັນວ່າຄ່າເຊົ່າສຳປະທານແລະຄ່າແຮງງານກໍ່ຖືກຫຼາຍ.ສ່ວນເນື້ອທີ່ທີ່ຖືກສຳປະທານກໍ່ແມ່ນບ່ອນຫາຢູ່ຫາກີນຂອງປະຊາຊົນ,ສັດລ້ຽງ,ເນື້ອທີ່ປ່າໄມ້ກໍ່ຖືກຕັດຖີ້ມເສຍລ້າຯ ນ້ອງເຫັນວ່າປະຊາຊົນບໍ່ໄດ້ຮັບຜົນດີຫຍັງເລີຍ ສ່ວນລັດຖະບານລາວແມ່ນໄດ້ແຕ່ເວົ້າ ແຕ່ບໍ່ມີຄວາມສາມາດຈະນຳຜົນປະໂຫຍດມາສູ່ປະຊາຊົນເລີຍ