ການດູດຊາຍເຮັດໃຫ້ ຕາຝັ່ງເຈື່ອນ
2012.01.23

ກົດຟັງສຽງ
ທີ່ຜ່ານມາ ທັງຝ່າຍລາວ ແລະໄທ ຕ່າງກໍ ຕູ່ຫາກັນວ່າ ເປັນຜູ້ດູດຊາຍ ຈາກ ແມ່ນ້ຳຂອງ ຫລາຍເກີນໄປ ພາໃຫ້ ຕາຝັ່ງເຈື່ອນ ເພພັງ. ເທື່ອນີ້ ແມ່ນຝ່າຍໄທ ເປັນຕູ່ຫາ ຝ່າຍລາວ. ເວັບໄຊຕ໌ ຂອງໜັງສືພິມ ຜູ້ຈັດການ ຂອງໄທ ຣາຍງານ ເມື່ອວັນເສົາ ຜ່ານມາວ່າ ໃນວັນສຸກ ຮອງຫົວໜ້າ ກົມແຜນທີ່ ທະຫານ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ແຂວງໜອງຄາຍ ໄດ້ອອກໄປ ສຳຣວດ ເບິ່ງຕາຝັ່ງ ໃນເຂດ ເມືອງໜອງຄາຍ ເລີ້ມແຕ່ ສະຖານນີ ຕຳຣວດນ້ຳ ໃນເຂດກາງ ເມືອງໜອງຄາຍ ໄປເຖິງເຂດ ບ້ານຫາດຄຳ ຈື່ງໄດ້ສັງເກດ ເຫັນຕາຝັ່ງ ໃນຫລາຍຈຸດ ໄດ້ເຈື່ອນ ເພພັງລົງ ຊຶ່ງ ຈຸດທົງໝົດ ແມ່ນຢູ່ຕໍ່ໜ້າ ຫາດຊາຍ ທີ່ຝັ່ງລາວ ທີ່ກຳລັງ ມີການ ດູດຊາຍ ຢ່າງຫລວງຫລາຍ.
ໜັງສືພິມ ຜູ້ຈັດການ ຂອງໄທ ແຈ້ງອີກວ່າ ການດູດຊາຍ ທີ່ ສປປລາວ ໄດ້ເຮັດໃຫ້ ກະແສນ້ຳ ປ່ຽນທິດທາງ ຄືແລວນ້ຳ ໄດ້ໄຫລຖັ່ງໃສ່ ຕາຝັ່ງເບື້ອງ ເມືອງໜອງຄາຍ ທາງການ ແຂວງໜອງຄາຍ ໄດ້ມີຈົດໝາຍ ແຈ້ງການໄປເຖິງ ເຈົ້າຄອງ ນະຄອນຫລວງ ວຽງຈັນ ເພື່ອຫາຊ່ອງ ແກ້ໄຂ ຖ້າປ່ອຍໄປ ອາດສົ່ງຜົນ ກະທົບຕໍ່ ເຂດຊາຍແດນ ຣະຫວ່າງ ສອງປະເທດ. ນອກຈາກນັ້ນ ໜັງສືພິມ ຜູ້ຈັດການ ຂອງໄທ ຍັງແຈ້ງອີີກວ່າ ບໍຣິສັດ ດູດຊາຍ ທາງຝັ່ງລາວ ທັງສາມ ບໍຣິສັດ ໄດ້ດູດຊາຍ ເຂົ້າມາເຖິງ ກາງຂອງ ຊຶ່ງເປັນເຂດ ຊາຍແດນ ຣະຫວ່າງ ປະເທດ.
ຮອງຫົວໜ້າ ກົມແຜນທີ່ ທະຫານໄທ ຍັງກ່າວວ່າ ຫລັງຈາກ ສຳຣວດ ສຳເຣັດແລ້ວ ທ່ານ ຈະຣາຍງານ ຂື້ນໄປເຖິງ ຂັ້ນເທິງ ເພື່ອ ພິຈາຣະນາ ຊອກຫາ ວິທີແກ້ໄຂ.