ດິນພູເຈື່ອນ ທີ່ເມືອງຊໍາເໜືອ
2011.10.05

ກົດຟັງສຽງ
ປະຊາຊົນ ບ້ານ ນາຊະກາງ ເມືອງ ຊໍາເໜືອ ແຂວງ ຫົວພັນ ຈໍານວນ 40 ຄົວເຮືອນ ທີ່ອາສັຍ ຢູ່ເຂດລຸ່ມພູ ໄດ້ຂຽນ ຄໍາຮ້ອງ ຂໍໂຍກຍ້າຍ ບ້ານເຮືອນ ຈາກ ບ່ອນເກົ່າ ພາຍຫລັງ ເກີດເຫດ ດິນເຈື່ອນ ລົງທັບ ບ້ານເຮືອນ ປະຊາຊົນ ຫລັງນຶ່ງ ເຮັດໃຫ້ມີ ຜູ້ເສັຽ ຊີວິດ 3 ຄົນແລ້ວ ນັ້ນ. ພວກເຂົາເຈົ້າ ຢາກຍ້າຍ ໄປປຸກ ເຮືອນຢູ່ ບ່ອນອື່ນ ເພາະຢ້ານ ຈະເກີດ ດິນເຈື່ອນ ຕື່ມອີກ. ທ່ານ ວອນເພັດ ຄນະພັກກຸ່ມ ບ້ານເທສບານ ບ້ານ ນາຊະກາງ ກ່າວ ກ່ຽວກັບ ເລື່ອງນີ້ວ່າ:
"ເຂົາຂຽນ ຄໍາຮ້ອງ ໄປຫ້ອງວ່າການ ປົກຄອງເມືອງ ທາງຫ້ອງ ວ່າການເມືອງ ເຂົາ ຊີ່ຈັດສັນ ບ່ອນໃໝ່ໃຫ້ ວ່າຄັນເພິ່ນ ໃຫ້ຄໍາຕອບ ມາລຸລ່ວງ ປະຊາຊົນ ວ່າ ເຂົາຈະໃຫ້ ຫລີກຊ່ວງ ລະຍະ ຟ້າຝົນ ນີ້ ຊະກ່ອນ ເຂົາຈຶ່ງ ຊີ່ຈັດສັນ ໃຫ້".
ທ່ານກ່າວ ຕໍ່ໄປວ່າ ຫລັງຈາກ ປະຊາຊົນ ໄດ້ຍື່ນ ຄໍາຮ້ອງ ຂໍຄວາມ ຊ່ວຍເຫລືອແລ້ວ ທາງການ ເມືອງຊໍາເໜືອ ກໍຮັບປາກ ວ່າ ຈະຈັດສັນ ທີ່ດິນ ບ່ອນໃໝ່ ໃຫ້ເຂົາເຈົ້າ ໄດ້ປຸກເຮືອນ ໃໝ່ໃສ່ ຊຶ່ງຕ້ອງ ຄອຍຖ້າ ໃຫ້ຜ່ານ ຊ່ວງຣະດູຝົນ ໄປກ່ອນ. ແຕ່ກໍຍັງ ບໍ່ຮູ້ເທື່ອ ວ່າ ທາງການ ຈະຈັດສັນ ທີ່ດິນໃໝ່ ເພື່ອໃຫ້ ປຸກສ້າງ ບ້ານໃສ່ນັ້ນ ໃນເນື້ອທີ່ ຫລາຍໜ້ອຍ ປານໃດ ແລະ ຢູ່ບ່ອນໃດ ກັນແທ້. ແຕ່ສິ່ງທີ່ ຮູ້ແນ່ນອນ ກໍຄື ຊາວບ້ານ ນາຊະກາງ ເມືອງຊໍາເໜືອ ແຂວງ ຫົວພັນ ທັງ 40 ຄອບຄົວ ທີ່ອາສັຍ ຢູ່ເຂດລຸ່ມ ພູນັ້ນ ຕ່າງກໍຍັງ ຮູ້ສຶກ ຢ້ານວ່າ ດິນພູ ຈະເຈື່ອນ ລົງມາທັບ ເຂົາເຈົ້າອີກ ໂດຍສະເພາະ ໃນຍາມ ຝົນຕົກ.
ປັຈຈຸບັນ ທາງການ ກໍໄດ້ແຕ່ ປະກາດເຕືອນ ໃຫ້ ປະຊາຊົນ ຣະມັດ ຣະວັງ ແລະ ອອກໄປ ຈາກບ້ານເຮືອນ ຊົ່ວຄາວ ເມື່ອຝົນຕົກ ເພື່ອບໍ່ໃຫ້ ມີຜູ້ໃດ ສ່ຽງຕໍ່ ການເສັຽ ຊີວິດ ຫາກເກີດ ດິນເຈື່ອນ.