ຊາວເມືອງຊໍາເໜືອ ຍໍ່ຢາກໂຍກຍ້າຍ

ຊາວເມືອງ ຊໍາເໜືອ ຫຼາຍຄົນ ບໍ່ຢາກຍ້າຍ ບ້ານເຮືອນ ຈາກພື້ນທີ່ ໂຄງການ ສ້າງເດີ່ນ ເຮືອບິນ.
ໂພໄຊສວັດ
2012.03.30
F-Sam-noeu ຊີວິດຂອງ ຊາວຊໍາເໜືອ ໃນຕົວເມືອງ
Travelfish.org

ກົດຟັງສຽງ

ຊາວບ້ານ ໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ຫຼາຍຄົນ ບໍ່ຢາກ ໂຍກຍ້າຍ ບ້ານເຮືອນ ໃຫ້ໂຄງການ ສ້າງເດີ່ນ ເຮືອບິນ ທີ່ ບໍຣິສັດ ວຽດນາມ ໄດ້ຮັບ ອະນຸມັດ ໃນການ ກໍ່ສ້າງ ແລະ ຈະລົງມື ໃນໄວໆນີ້. ເດີ່ນເຮືອບິນ ດັ່ງກ່າວ ຈະຕັ້ງຢູ່ ເຂດເສຖກິດ ພິເສດ ໜອງຄ້າງ ຊາວບ້ານ ບໍ່ພໍໃຈ ຫລາຍຢ່າງ ທີ່ຕ້ອງໄດ້ ໂຍກຍ້າຍ ໄປຕັ້ງຕົ້ນ ຊີວິດ ຢູ່ບ່ອນໃໝ່. ດັ່ງເຈົ້າໜ້າທີ່ ທາງການ ແຂວງຫົວພັນ ໄດ້ເວົ້າວ່າ:

"ກໍມີຈໍານວນນຶ່ງ ບໍ່ເຫັນພ້ອມ ກໍປະຕິເສດ ບໍ່ໄດ້ດອກ ກະຍ້ອນ ເຂົາເຄີຍ ຢູ່ຫັ້ນ ມາແຕ່ດົນ ກໍເລີຍ ບໍ່ຢາກຍ້າຍ ບ່ອນໃດ ທີ່ຜົນກະທົບ ໜັກ ກໍໃຫ້ຍ້າຍ".

ທ່ານເວົ້າ ຕໍ່ໄປວ່າ ເມື່ອຕົ້ນປີ 2012 ທາງການ ກ່ຽວຂ້ອງ ໄດ້ລົງພື້ນທີ່ ໂອ້ລົມກັບ ຊາວບ້ານ ໜອງຄ້າງ ຈໍານວນ 137 ຄອບຄົວ ທີ່ຈໍາເປັນຕ້ອງ ໄດ້ຍ້າຍບ້ານ ຖີ້ມໄຮ່ນາ ຮົ້ວສວນ ໄປຢູ່ບ່ອນໃໝ່ ທີ່ທາງການ ຈະຈັດສັນໃຫ້ ຮວມທັງ ຄ່າທົດແທນ ທີ່ສົມຄວນ. ໃນຕອນນັ້ນ ບໍ່ປາກົດມີ ຊາວບ້ານ ຜູ້ໃດ ຄັດຄ້ານ ບໍ່ເຫັນດີນໍາ ແຕ່ປັດຈຸບັນ ມີຫຼາຍຄົນ ສະແດງຄວາມ ບໍ່ພໍໃຈ ແດ່ແລ້ວ.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ອີກຜູ້ນຶ່ງ ເຄີຍໄດ້ເວົ້າວ່າ ໂຄງການ ກໍ່ສ້າງ ເດີ່ນເຮືອບິນ ດັ່ງກ່າວ ຈະຕ້ອງກວມ ເອົາດິນ ຊາວບ້ານ ຢ່າງແນ່ນອນ ເຖິງວ່າຊາວບ້ານ ບໍ່ຢາກຍ້າຍ ກໍບໍ່ມີສິດ ຕໍ່ວ່າ. ທາງການ ຮັບຜິດຊອບ ກໍຢືນຢັນວ່າ ຈະໃຫ້ຄວາມ ເປັນທັມ ແກ່ຜູ້ທີ່ໄດ້ຮັບ ຄວາມເດືອດຮ້ອນ. ດ້ວຍການ ຈັດສັນ ໝູ່ບ້ານ ໃໝ່ໃຫ້ ແລະ ຍັງຈະໃຫ້ ບໍຣິສັດ ເຈົ້າຂອງ ໂຄງການ ທົດແທນເງິນ ໃຫ້ອີກຕາມ ພາຍຫລັງ.

ເຖິງປັດຈຸບັນ ໂຄງການ ກໍ່ສ້າງ ເດີ່ນເຮືອບິນ ບ້ານໜອງຄ້າງ ຢູ່ໃນລະຫວ່າງການ ສໍາຣວດ ບຸກເບີກ ປ່າບາງສ່ວນ ແລະ ເກັບກູ້ ລະເບີດ ຕົກຄ້າງ ແລະ ຊາວບ້ານ 137 ຄອບຄົວ ກໍຍັງບໍ່ໄດ້ ເລີ້ມ ໂຍກຍ້າຍເທື່ອ ແລະກໍານົດ ເລີ້ມຕົ້ນ ການກໍ່ສ້າງ ກໍຍັງບໍ່ ແນ່ນອນ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 31, 2012 02:15 AM

ຄວາມບໍແນ່ນອນກໍ່ຄືຄວາມແນ່ນອນ,ເພື່ອຄວາມ ຈເລີນຂອງທ້ອງຖິ່ນ ກໍ່ຄືຄວາມຮຸ່ງເຮືອງຂອງປະເທສຊາຕ ແລ້ວກໍ່ບໍ່ມີໄຜຈະຂັດຂວາງໄດ້ ນະໂຍບາຍຂອງພັກແລະຣັຖ ກໍ່ຄືການປະຕິຮູບແຫ່ງຊາຕ,ສນັ້ນຍ້າຍໄປກໍ່ດີ ຫນີໄດ້ແຫ່ງປະເສີດ,ເພື່ອນອານາຄົດຮອບດ້ານຂອງ ແຕ່ລະຄອບຄົວ,ຕລອດເຖິງລູກຫລານຈະເກີດໃໝ່ ໄຫ່ຍລຸນຕາມມາ ໄນໂອກາດຕໍ່ໄປ.