ຣັຖເຊັຽຈະຮື້ຟື້ນ ສັມພັນກັບລາວ

ຣັດເຊັຽ ຈະກັບຄຶນ ມາລາວ ອີກໃຫມ່ ພາຍຈາກ 20 ປີ ທິ່ໄດ້ ປະລະ ສປປລາວ.
ສິດນີ
2011.10.25
F-Laos-Russia ປະທານ ປະເທດລາວ ແລະ ປະທານາທິບໍດີ ຣັຖເຊັຽ ລົງນາມ ກົນໄກ ຄູ່ຮ່ວມ ການຄ້າ (ວັນທີ 13 ຕຸລາ 2011)
RIA Novosti, Mikhail Klementiev

ກົດຟັງສຽງ

ຣັຖເຊັຽ ມີໂຄງການ ຈະຟຶ້ນຟູ ສູນ ວັທນະທັມ ຂອງຕົນ ທິ່ອະດິດ ສະຫະພາບ ໂຊວຽດ ສ້າງຕັ້ງຂຶ້ນ ໃນສມັຍ ສົງຄາມ ເຢັນ. ສູນດັ່ງກ່າວ ເຄີຍເປັນ ບ່ອນເຜີຍແພ່ ກິຈກັມ ການເມຶອງ ແລະ ຂ່າວສານ ຊື່ງຖືກ ປະລະ ມາເປັນ ເວລາ 20 ປີ ຫລັງຈາກ ການສລາຍຕົວ ຂອງສະຫາພາບ ໂຊວຽດ ໃນປີ 1991 ໃນສມັຍ ທ່ານ ກໍບາຊອບ.

ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ລາວ ແລະ ເລຂາ ພັກປະຊາຊົນ ປະຕິວັດ ລາວ ໄດ້ໄປຢ້ຽມຢາມ ຣັຖເຊັຽ ຢ່າງເປັນ ທາງການ ໃນວັນທີ 13 ຕຸລາ ຜ່ານມາ ໄດ້ພົບປະ ກັບ ປະທານາທິບໍດີ ຣັຖເຊັຽ ທ່ານ ດຣີມິຕຣີ ດິວິເດບ ແລະ ໄດ້ມີການ ສເນີໃຫ້ ຟຶ້ນຟູ ສູນ ວັທນະທັມ ຂອງ ຣັຖເຊັຽ ຂຶ້ນໃຫມ່ ໃນລາວ ຮ່ວມທັງ ການຟຶ້ນຟູ ທາງດ້ານ ການເມຶອງ ນຳອິກ ຊຶ່ງທັງສອງ ຝ່າຍ ກໍເຫັນ ດີນຳກັນ.

ນອກຈາກນັ້ນ ລາວ ແລະ ຣັຖເຊັຽ ຍັງໄດ້ ຕົກລົງ ຮ່ວມມື ຣະຫວ່າງກັນ ໃນຫລາຍດ້ານ ສ່ວນໃຫຍ່ ຈະເປັນເລຶ້ອງ ການຄ້າ ການລົງທຶນ ແລະ ການພັທນາ ປະເພດຕ່າງໆ ໃນລາວ ຫລາຍກວ່າ ເຊັ່ນໂຄງການ ພລັງງານ ການຂຸດຄົ້ນ ແຮ່ທາດ ແລະ ໂທລະຄົມ ມະນາຄົມ ໃນລາວ.

ສປປລາວ ເຄີຍໄດ້ຮັບ ການຊ່ອຍເຫລຶອ ຈາກ ສະຫະພາບ ໂຊວຽດ ໃນປາງ ສົງຄາມ ແຕ່ຫລັງຈາກ ໂຊວຽດ ລົ້ມສລາຍ ສປປລ ກໍຫັນມາ ຂໍຄວາມ ຊ່ອຍເຫລຶອ ຈາກ ຈິນ ແລະ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.