ບໍຣິສັດຣັດເຊັຽ ສົນໃຈພະລັງງານລາວ

ຣັດວິສາຫະກິຈ ພະລັງງານ ໄຟຟ້າ (Inter RAO) ຂອງ ຣັດເຊັຍ ຕ້ອງການ ຢາກເປັນ ເຈົ້າຂອງ ຫຼືຜູ້ຄວບຄຸມ ພະລັງງານ ໄຟຟ້າ ໃນລາວ.


ກົດຟັງສຽງ

ຣັດວິສາຫະກິຈ ໄຟຟ້າ (Inter RAO) ຂອງຣັດເຊັຍ ໄດ້ສເນີ ທີ່ຈະແລກປ່ຽນ ໂອນເອົາໜີ້ສິນ 360 ລ້ານ ໂດລາ ສະຫະຣັຖ ຈາກ ທາງການລາວ ເພື່ອຈະໄດ້ ຄອບຄອງ ໂຄງການໄຟຟ້າ ພະລັງນໍ້າ ໃນລາວ. ອີງຕາມ ລາຍງານຂ່າວ ຂອງ ອົງການຂ່າວ ສານທຸຣະກິດ Kommersant ຂອງຣັດເຊັຍ ວັນພຸດ ວັນທີ 22 ກຸມພາ 2012.

ຣັດວິສາຫະກິຈ ໄຟຟ້າ Inter RAO ຢາກຄອບຄອງ ໂຮງງານ ຜລິດໄຟຟ້າ ພະລັງນໍ້າ ນໍ້າກອງ-1 ເຊກອງ-4 ແລະ ເຊກອງ-5 ອົງການຂ່າວ ສານທຸຣະກິດ ຣັດເຊັຍ ອ້າງແຫລ່ງຂ່າວ ຈາກກະຊວງ ເສຖກິດ ແລະ ການເງິນ ຂອງຣັດເຊັຍ.

ສປປລາວ ເປັນໜີ້ ຣັດເຊັຍ ມູນຄ່າ 1 ຕື້ 300 ລ້ານ ໂດລາ ສະຫະຣັຖ ແຕ່ໄດ້ຮັບ ການຜ່ອນໜີ້ລົງ 70 ສ່ວນຮ້ອຍ ເຫລືອ 360 ລ້ານໂດລາ ສະຫະຣັຖ ໃນປີ 2003. ຣັດວິສາຫະກິດ ໄຟຟ້າ Inter RAO ຂອງ ຣັດເຊັຍ ຢາກໄດ້ ຮຸ້ນສ່ວນ 51 ສ່ວນຮ້ອຍ ຂອງໂຄງການ ຊຶ່ງຮຸ້ນສ່ວນ 20 ຫາ 25 ສ່ວນຮ້ອຍ ແມ່ນ ທາງການລາວ ເປັນເຈົ້າຂອງ ໂດຍຜ່ານການ ບໍຣິຫານ ຂອງ Lao Holding State Enterprise.

ສ່ວນທີ່ເຫລືອ ເປັນຂອງ ບໍລິສັດ ຮວມຫຸ້ນສ່ວນ ລົງທຶນ ໄທ-ວຽດນາມ ຊຶ່ງທັງສອງ ປະເທດ ຈະເປັນຜູ້ໃຊ້ ຜົນຜລິດ ກະແສໄຟຟ້າ 90 ສ່ວນຮ້ອຍ ຂອງໂຄງການ. ນອກຈາກນີ້ ອົງການ ຂ່າວສານ ທຸຣະກິດ Kommersant ຂອງຣັດເຊັຍ ຍັງໄດ້ ລາຍງານວ່າ ໂຄງການໄຟຟ້າ ພະລັງນໍ້າ ທີ່ໄດ້ ກ່າວມານີ້ ຕ້ອງການ ກູ້ຢືມເງິນ 800 ລ້ານ ໂດລາ ສະຫະຣັຖ ເພື່ອ ການກໍ່ສ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org