ເງີນຂາຍໄມ້ຮົ່ວໄຫລ ບໍ່ເຂົ້າງົບປະມານແຂວງ
2011.06.29

ກົດຟັງສຽງ
ການຂາຍໄມ້ ໃຫ້ກັບ ກຸ່ມບໍຣິສັດ ເອກກະຊົນ ໂດຍມີ ຣັຖບານ ເປັນຜູ້ ດໍາເນີນການ, ຊຶ່ງ ຈໍານວນເງິນ ທີ່ຂາຍອອກ ໄປໄດ້ນັ້ນ ຈະຕ້ອງນໍາເຂົ້າ ງົປມານ ຂອງຣັຖ, ແຕ່ໃນລະຍະ ຜ່ານມາ ເກີດມີບັນຫາ ເຣື້ອງເງິນ ຣາຍຮັບ ຈາກການ ຂາຍໄມ້ ທີ່ບໍ່ໄດ້ ຖືກນໍາເຂົ້າ ແຜນງົປມານ ຕາມຣາຍການ ຕົວຈິງ ທີ່ມີການ ຂາຍໄມ້ ອອກໄປ. ທັ້ງນີ້ ເນື່ອງຈາກວ່າ ການປະຕິບັດ ໜ້າທີ່ ຂອງ ພະນັກງານ ປ່າໄມ້ ແລະ ການເງິນ ບາງຄົນ ບໍ່ມີຄວາມ ຈິງໃຈ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງ ກະຊວງ ກະສິກັມ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນ, ກ່າວວ່າ:
”ຄ່າພາກຫລວງ ກໍຍັງມີ ບາງແຂວງ ຍັງປະຕິບັດ ບໍ່ໄດ້ດີ ແຕ່ວ່າ ກໍຈຕ້ອງໄດ້ປັບ ມັນມີບາງ ແຂວງ ບໍ່ແມ່ນໝົດ. ຜ່ານມາ ຖືວ່າ ແຕ່ລະປີ ກໍຕ້ອງໄດ້ ມີການ ແກ້ໄຂ ປັບປຸງ ພວກມັນ ທີ່ຍັງອ່ອນ ຍັງຄົງຄ້າງ ມັນກໍ ປາສຈາກ ບໍ່ໄດ້ດອກ.”
ທ່ານ ກ່າວຕື່ມວ່າ ສປປລາວ ມີໂຄງການ ຂາຍໄມ້ ໃນປ່າຜລິດ ໃຫ້ກັບກຸ່ມຜູ້ທີ່ຕ້ອງການ ຈະຊື້ໄມ້, ຊຶ່ງຣັຖບານ ຈະຮ່ວມມື ກັບປະຊາຊົນ ເປັນເຈົ້າການ ແລະ ຈະແບ່ງເງິນ ຄ່າຂາຍໄມ້ ໃຫ້ກັບ ປະຊາຊົນ ຫລື ແຂວງ 50 ສ່ວນຮ້ອຍ ເພື່ອເປັນ ການຊ່ອຍເຫລືອ ປະຊາຊົນ, ໂດຍໂຄງການ ດັ່ງກ່າວ ຈະມີຢູ່ 4 ແຂວງ ຄື ແຂວງຄໍາມ່ວນ, ສວັນນະເຂດ, ຈໍາປາສັກ ແລະ ສາຣະວັນ, ແລະ ອີກ 50 ສ່ວນຮ້ອຍ ທີ່ຣັຖບານ ຈະຕ້ອງໄດ້ ຄື ເງິນຄ່າ ປູກຕົ້ນໄມ້ ໂດຍຈະມີ ພະນັກງານ ການເງິນ ແລະ ພະນັກງານ ປ່າໄມ້ ເປັນຜູ້ຮັບ ຜິດຊອບ.
ເຖິງຢ່າງໃດ ກໍດີ, ທ່ານ ກ່າວຕື່ມວ່າ ກ່ຽວກັບ ບັນຫາ ດັ່ງກ່າວ ຈະຕ້ອງມີ ການຈັດ ຣະບົບໃໝ່ ເພື່ອໃຫ້ ຄວາມສະດວກ ໃນການ ຄວບຄຸມ, ຊຶ່ງຈະມີ ການແບ່ງ ໜ້າທີ່ກັນ ໂດຍກົງ ກ່ຽວກັບ ເຣື້ອງການ ຂາຍໄມ້ ເປັນຕົ້ນແມ່ນ ກົມປ່າໄມ້ ຈະຄວບຄຸມ ໃນເຣື້ອງ ຂອງ ການຕັດໄມ້, ກົມຄ້າຂາຍ ຈະຄວບຄຸມ ໃນເຣື້ອງການ ຂາຍໄມ້ ແລະ ກົມການເງິນ ຈະຄວບຄຸມ ໃນເຣື້ອງ ຂອງຣາຍຮັບ ທັງໝົດ.