ຊາວແຂວງເລີຍຕ້ານ ໂຄງການເຂື່ອນນໍ້າຂອງ

ປະຊາຊົນ ແຂວງເລີຽ ແລະ ນັກອະນຸຮັກ ສະພາບ ແວດລ້ອມ ຕໍ່ຕ້ານ ໂຄງກາຣສ້າງເຂື່ອນ ໃນແມ່ນໍ້າຂອງ
ຫວາດ ສີມູນ
2010.11.17

ກົດຟັງສຽງ

ປະຊາຊົນ ແຂວງເລີຽ ແລະກຸ່ມ ອະນຸຮັກ ສະພາບແວດລ້ອມ ບໍ່ເຫັນພ້ອມນໍາ ໂຄງກາຣທີ່ ຣັຖບາລ ໄທແລະລາວ ຈະຮ່ວມມືກັນ ສ້າງເຂື່ອນກັ້ນ ແມ່ນ້ຳຂອງ ເພື່ອຜລິຕ ກະແສໄຟຟ້າ ທີ່ຈະຕົກ ເປັນມູລຄ່າ ທັງໝົດ ປະມານ 69 ຕື້ບາທ ທີ່ວ່າຈະຖືກ ສ້າງຂຶ້ນຢູ່ ເຂຕເມືອງປາກຊົມ ໃນແຂວງເລີຽ ຊຶ່ງຢູ່ເຂຕ ກ້ອງເມືອງ ສານະຄາມ ແຂວງວຽງຈັນ.

ໂຄງກາຣສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຢູ່ແຫ່ງໃໝ່ ດັ່ງກ່າວ ຖ້າຖືກສ້າງ ສໍາເຣັຈ ຮຽບຮ້ອຍແລ້ວ ນັ້ນ ຄາດວ່າຈະ ສາມາດຜລິຕ ກະແສໄຟຟ້າ ໄດ້ເຖິງ 1,079 ເມກະວັຕ ແລະ ກໍເປັນໂຄງກາຣ ທີ່ນັກ ອະນຸຮັກ ສະພາບແວດລ້ອມ ແລະ ປະຊາຊົນ ຊາວໄທ ໂດຽສະເພາະ ປະຊາຊົນ ໃນທົ່ວແຂວງເລີຽ ບໍ່ເພີ່ງປຣາຖນາ ທີ່ຈະໃຫ້ເກີດ ຂຶ້ນໄດ້ ເພາະເປັນກາຣ ສົ່ງຜົລ ກະທົບຕໍ່ ປະຊາຊົນ ຂອງທັງ ລາວແລະໄທຽ.

ກ່ຽວກັບໂຄງກາຣ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແຫ່ງໃໝ່ນີ້ ແລະ ເພື່ອເປັນກາຣ ຢັ່ງສຽງທາງ ມູລນິທິ ສົ່ງເສີມສຸຂພາບ ຂອງໄທ ພ້ອມກັບຫ້ອງກາຣ ຂອງຄນະ ກັມມາທິກາຣ ດ້ານສຸຂພາບ ແຫ່ງຊາຕ ແລະອົງກາຣ ຈັດຕັ້ງອື່ນໆ ຕລອດຮອດ ຄນະກັມກາຣ ຈາກສະພາ ສູງຂອງໄທ ດ້ານກິຈກາຣ ກາຣສໍ້ຣາສ ບັງຫລວງ ໄດ້ຈັດກອງ ປະຊຸມຂຶ້ນ ຢູ່ແຂວງເລີຽ ໃນມື້ວັນ ອັງຄາຣ ທີ່ຜ່ານມາ ເພື່ອໃຫ້ ປະຊາຊົນ ໄດ້ມີໂອກາສ ອອກຄວາມຄິດ ຄວາມເຫັນ ແລະ ກໍມີປະຊາຊົນ ທ້ອງຖິ່ນ ແຂວງເລີຽ ບໍ່ໍ່ຕໍ່າກວ່າ 200 ຄົນ ເຂົ້າຮ່ວມ ຊຶ່ງເຂົາເຈົ້າ ກໍໄດ້ສະແດງ ຄວາມບໍ່ພໍໃນ ແລະຂັດຄ້ານ ຢ່າງພ້ອມພຽງກັນ.

ຢ່າງໃດກໍຕາມ ເຖິງແມ່ນວ່າ ໂຄງກາຣ ສ້າງເຂື່ອນໃສ່ ແມ່ນໍ້າຂອງ ຢູ່ແຫ່ງໃໝ່ ດັ່ງກ່າວ ເປັນ ໂຄງກາຣຮ່ວມມື ຂອງ ຣັຖບາລ ສປປລາວ ແລະໄທ ແຕ່ກໍບໍ່ທັນ ປາກົດເຫັນ ປະຊາຊົນ ລາວ ຈະອອກມາ ໃຫ້ຄວາມເຫັນ ແຕ່ຢ່າງໃດເລີຽ ໃນປັຈຈຸບັນ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Nov 01, 2012 04:20 PM

ຄິດຈະເຮັດສິ່ງທີ່ຍິ່ງໃຫຍ່ ຢ່າໃສ່ໃຈເລື່ອງເຫຼັກຫນ້ອຍ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]