ປະຊາຊົນທີ່ຖືກຍ້າຍ ຈາກນໍ້າເທີນ 2 ມີໄຟຟ້າໃຊ້

ທະນາຄານ ໂລກ ຢູ່ລາວວ່າ ປະຊາຊົນ ທີ່ ຖືກໂຍກຍ້າຍ ໄປຢູ່ບ້ານ ຈັດສັນ ໂຄງການ ນໍ້າເທີນ 2 ມີ ໄຟຟ້າ.
ສົມເນ
2012.06.22
F-Villagers-got-electricity ຄອບຄົວ ຊາວບ້ານ ໃນເຂດ ຊົນນະບົດ ທີ່ໄດ້ຮັບ ຜົນປໂຍດ ຈາກການໂຍກຍ້າຍ ອອກຈາກ ບໍຣິເວນ ສ້າງເຂື່ອນ ຫຼາຍປີຕໍ່ມາ ກໍມີ ໄຟຟ້າໃຊ້.
energy for all web

ທະນາຄານ ໂລກ ປະຈໍາ ສປປ ລາວ ບໍ່ເຫັນດີ ກັບລາຍງານ ທີ່ວ່າ ຊາວບ້ານ ທີ່ໂຍກຍ້າຍ ມາຢູ່ບ້ານ ຈັດສັນ ເພື່ອຍະທາງ ໃຫ້ໂຄງການ ພັດທະນາ ເຂື່ອນ ໄຟຟ້າ ນໍ້າເທີນ-2 ບໍ່ມີ ໄຟຟ້າໃຊ້.

ທະນາຄານ ໂລກ ກ່າວ ໃນວັນຈັນ ວັນທີ່ 18 ມີຖຸນາ ວ່າຊາວບ້ານ ທີ່ຍ້າຍມາ ຢູ່ໃນບ້ານ ຈັດສັນ ເພື່ອຍະທາງໃຫ້ ໂຄງການເຂື່ອນ ໄຟຟ້າ ນໍ້າເທີນ 2 ຊື່ງເປັນເຂື່ອນໃຫ່ຽ ທີ່ສຸດ ໃນລາວ ມີໄຟຟ້າ ຕໍ່ເຂົ້າ ບ້ານເຮືອນ. ຄໍາຖແຫລງນີ້ ປະຕິເສດ ຕໍ່ລາຍງານ ທີ່ວ່າ ຊາວບ້ານ ບາງຈໍານວນ ບໍ່ມີ ໄຟຟ້າໃຊ້. ມາດາມ Meriem Gray ໂຄສົກຍິງ ປະຈໍາ ທະນາຄານ ໂລກ ໄດ້ກ່າວ ຢູ່ລາວວ່າ:

“ ທຸກໆບ້ານ ຢູ່ພູພຽງ ນາກ່າຍ ແລະ ທຸກໆຄອບຄົວ ຢູ່ໃນບ້ານ ຈັດສັນ ມີໄຟຟ້າ ຕໍ່ເຂົ້າ ແລະນໍ້າໃຊ້ ທີ່ປັບປຸງ ໃຫ້ດີແລ້ວ ຊື່ງເປັນສ່ວນນື່ງ ຂອງລາຍການ ຄ່າຊົດເຊີຽ ແກ່ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກນໍ້າຖ້ວມ ອ່າງຂັງນໍ້າ ຂອງເຂື່ອນ”.

ມາດາມ Gray ໄດ້ຕອບ ລາຍງານຂ່າວ ຂອງ ວິທຍຸ ເອເຊັຽເສຣີ ວັນທີ 14 ມີຖຸນາ ຄືນ ຊື່ງຂ່າວດັ່ງກ່າວ ໄດ້ຖອນອອກແລ້ວ. ຂ່າວນີ້ເວົ້າວ່າ ປະຊາຊົນ ຈໍານວນນື່ງ ໃນຈໍານວນ 6,300 ຄົນ ຂອງ 15 ບ້ານ ທີ່ໂຍກຍ້າຍ ໄປຢູ່ບ້ານ ຈັດສັນ ຕັ້ງແຕ່ ປີ 2005 ເພື່ອຍະທາງ ໃຫ້ໂຄງການ ເຂື່ອນ ບໍ່ມີ ໄຟຟ້າໃຊ້.

ລາຍງານ ຂອງ ວິທຍຸ ເອເຊັຽເສຣີ ວ່າ ເຂື່ອນນໍ້າເທີນ-2 ຂະນາດ 1,070 ເມກາວັດ ຢູ່ແຂວງ ຄໍາມ່ວນ ໄດ້ເລີ້ມຜລິດ ໄຟຟ້າ ນັບແຕ່ເດືອນ ມີນາ ປີ 2010. ໂຄງການນີ້ ໄດ້ແຍກ ນໍ້າຈາກເຂື່ອນ ລົງໄປສູ່ ເຊບັ້ງໄຟ.

ໂຄງການ ເຂື່ອນ ນໍ້າເທີນ-2 ທີ່ມີມູນຄ່າ $1,250 ລ້ານ ສະຫຣັຖ ໄດ້ຮັບການ ສນັບສນູນ ທາງການເງິນ ຈາກ ສະຖາບັນ ການເງິນ ນານາຊາຕ ຮ່ວມທັງ ທະນາຄານ ໂລກ ແລະ ທະນາຄານ ພັດທະນາ ເອເຊັຽ ໄດ້ຖືກສ້າງຂື້ນ ໃນຂະນະ ທີ່ ປະຊາຊົນ 6,300 ຄົນ ທີ່ອາສັຍ ຢູ່ໃນເຂດ ອ່າງຂັງນໍ້າ ພູພຽງນາກ່າຍ ໄດ້ໂຍກຍ້າຍ ໄປຢູ່ ບ້ານຈັດສັນ.

ມາດາມ Gray  ວ່າ : “ ພັນທະ ຂອງໂຄງການ ຕໍ່ປະຊາຄົມ ທີ່ຖືກ ໂຍກຍ້າຍ ມີຫລາຍກ່ວາ ຄ່າຊົດເຊີຽ ໃນການໂຍກຍ້າຍ ເຂົາເຈົ້າ ຮ່ວມທັງການ ຊ່ວຍຊາວ ບ້ານພັດທະນາ ມາດຕະຖານ ວິທີຊີວິດ ການເປັນຢູ່ ທີ່ດີກວ່າ ທີ່ເຂົາເຈົ້າ ເຄີຽມີ ໃນເມື່ອກ່ອນ. ມາດາມວ່າ ມີຄອບຄົວ ຊາວບ້ານ ຈໍານວນນື່ງ ທີ່ສມັກໃຈ ບໍ່ຍ້າຍ ໄປຢູ່ບ້ານ ຈັດສັນ ແຕ່ຮັບເອົາ ເງິນຄ່າຊົດເຊີຽ ແລະ ເລືອກໄປຢູ່ ບ່ອນທີ່ ເຂົາເຈົ້າມັກ ໂດຍຕົນເອງ. ຄອບຄົວເຫລົ່ານີ້ ໄດ້ຮັບເງິນສົດ ເປັນຄ່າຊົດເຊີຽ ຈໍານວນຫລາຍສົມຄວນ”.

ມາດາມ Gray ອະທິບາຍ ວ່າ ເຂື່ອນນໍ້າເທີນ-2 ບໍ່ໄດ້ເຮັດໃຫ້ ສະພາບ ນໍ້າຖ້ວມ ແບບທັມມະຊາດ ໃນເຂດ ເຊບັ້ງໄຟ ຕອນລຸ່ມ ຮ້າຍແຮງ ຂື້ນແຕ່ຢ່າງໃດ. ທາງເຂື່ອນໄດ້ຢຸດ ຜລິດໄຟຟ້າ ໃນເວລາທີ່ ນໍ້າເຊບັ້ງໄຟ ສູງຂື້ນ ໃນລະດັບ ທີ່ກໍານົດໄວ້. ເມື່ອເດືອນ ສິງຫາ ປີທີ່ແລ້ວນີ້ ທາງເຂື່ອນ ໄດ້ຢຸດຜລິດ ໄຟຟ້າ ຫລາຍ ສັບປະດາ ໃນເວລາທີ່ ລະດັບນໍ້າ ສູງ ຈົນເຖິງຂີດ ທີ່ກໍານົດໄວ້.

ກ່ຽວກັບ ການຫລຸດຜ່ອນ ຄວາມທຸກຍາກ: ໂຄງການ ນໍ້າເທີນ-2 ຈະນໍາລາຍໄດ້ ມາໃຫ້ ຣັຖບານ ປະມານ $2,000 ລ້ານ ໂດລາ ສະຫະຣັຖ ສໍາລັບ ການຫລຸດຜ່ອນ ຄວາມ ທຸກຍາກ ແລະປົກປ້ອງ ສິ່ງແວດລ້ອມ ດ້ວຍການຂາຍ ໄຟຟ້າ ໃຫ້ປະເທດໄທ ແລະ ສົ່ງໄປຍັງ ລະບົບ ສາຍສົ່ງໄຟຟ້າ ຂອງລາວ. ແຕ່ວ່າ ອົງການ ແມ່ນໍ້າ ສາກົນ International Rivers ແລະ ກຸ່ມອານຸຮັກ ສິ່ງແວດລ້ອມ ກ່າວວ່າ ມີປະຊາຊົນ ຫລາຍກວ່າ 110,000 ຄົນທີ່ອາສັຍ ເຊບັ້ງໄຟ ແລະ ນໍ້າເທີນ ສໍາລັບ ການດໍາຣົງ ຊີວິດ ຂອງ ເຂົາເຈົ້າ ໄດ້ຮັບຜົນ ກະທົບໂດຍກົງ ຈາກໂຄງການ ນໍ້າເທີນສອງ ຍ້ອນການປະໂມງ ຖືກທໍາລາຍ ນໍ້າຖ້ວມ ສວນປູກຜັກ ຢູ່ຕາມແຄມ ແມ່ນໍ້າເຊ ແລະ ມີບັນຫາ ຄຸນນະພາບ ຂອງນໍ້າ.

ອົງການນີ້ ອ້າງວ່າ ປະຊາຊົນ ຢູ່ ພູພຽງນາກ່າຍ ຍັງບໍ່ມີ ແຫ່ລງອາຫານ ສໍາລັບ ຊີວິດ ການເປັນຢູ່ ທີ່ຍືນຍົງ ອັນນາບຂູ່ ຕໍ່ຄວາມປອດພັຍ ດ້ານອາຫານ ຂອງເຂົາເຈົ້າ. ຈຸດດີ ສໍາຄັນ ຂອງໂຄງການ ແມ່ນໃຫ້ທືນ ສໍາລັບ ປົກປັກ ຮັກສາ ປ່າປົກປ້ອງ ແຫ່ງຊາຕ ເຂດພູພຽງ ນາກາຍ ແລະເທີນ ຊື່ງເປັນເຂດ ປົກປ້ອງ ທີ່ກ້ວາງໃຫ່ຽ ໃນລາວ ແລະ ເປັນນື່ງ ໃນເຂດ ຊີວະນານາພັນ ທີ່ສໍາຄັນ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້.

ຍັງບໍ່ແລ້ວເທື່ອ ອົງການ ແມ່ນໍ້າສາກົນ ວ່າ ອ່າງຂັງນໍ້າ ໄດ້ເປີດທາງ ໄປສູ່ ບໍຣິເວນ ເຂດປ່າປົກປ້ອງ ເຮັດໃຫ້ ມີການຕັດໄມ້ ການລ້າສັຕ ແບບຜິດ ກົດໝາຍ ເພີ້ມຂື້ນ ແລະ ນາບຂູ່ ລະບົບນິເວດ ວິດທະຍາ. ແຕ່ທະນາຄານ ໂລກວ່າ ໂຄງການ ນໍ້າເທີນ-2 ໄດ້ຈັດວາງ ໂຄງການ ຮອງຮັບ ສໍາລັບ ໃຕ້ເຂື່ອນ ຊື່ງຈະໃຫ້ ປະໂຍດ ແກ່ຄົນຫລາຍຄົນ ຫລາຍກ່ວາ ຈະຖືກກະທົບ ຈາກເຂື່ອນ ແລະ ການຮັບປະກັນ ທາງອາຫານ ຖືກປັບປຸງ ໃຫ້ດີຂື້ນ ຫລາຍ ສໍາລັບ ປະຊາຊົນ ຢູ່ເຂດ ພູພຽງນາກ່າຍ ເມື່ອສົມທຽບກັບ ຊີວິດການ ເປັນຢູ່ ຂອງເຂົາເຈົ້າ ໃນເມື່ອກ່ອນ.

ນອກນັ້ນ ໂຄງການນໍ້າເທີນ-2 ຍັງຊ່ວຍເຫລືອ ເງິນ $ 1 ລ້ານ ໂດລາ ສະຫະຣັຖ ກວ່າໆ ຕໍ່ປີ ຕລອດໄລຍະ ສັມປະທານ 25 ປີເຕັມ ເພື່ອປັບປຸງ ການຄຸ້ມຄອງ ແລະ ປົກປັກ ຮັກສາ ເຂດປ່າປົກປ້ອງ ແຫ່ງຊາຕ ນາກ່າຍ ນໍ້າເທີນ ຮ່ວມທັງແຫ່ລງ ຕົ້ນນໍ້າຂອງ ເຂື່ອນ. ທະນາຄານ ໂລກວ່າ “ ມັນເປັນເຂດ ປົກປ້ອງ ກວ້າງໃຫ່ຽ ແລະ ໄດ້ຮັບການ ສນັບ ສນູນ ທາງການເງິນ ທີ່ດີທີ່ສຸດ ໃນປະເທດ”

ຕາມລາຍງານ ໃນແວບຊາຍ ຂອງ ຣັຖບານ ລາວ ນັບແຕ່ເລີ້ມ ຕົ້ນປີນີ້ ລາວ ມີເຂື່ອນ ທີ່ຜລິດໄຟຟ້າ ຢູ່ແລ້ວ 14 ເຂື່ອນ 10 ເຂື່ອນ ກໍລັງຢູ່ໃນ ການກໍ່ສ້າງ ແລະ 56 ເຂື່ອນ ຢູ່ ໃນຂັ້ນສະເໜີ ຫລືວາງແຜນ. ໃນຈໍານວນ ເຂື່ອນນີ້ ມີເຂື່ອນ ໄຊຍະບູຣີ ຮ່ວມຢູ່ດ້ວຍ ຊື່ງເປັນເຂື່ອນ ທໍາອິດໃສ່ ແມ່ນໍ້າຂອງ ທີ່ມີການ ຂັດແຍ້ງ ທາງຄວາມຄິດ ຄວາມເຫັນກັນ. ກຸ່ມອານຸຮັກ ສິ່ງແວດລ້ອມວ່າ ເຂື່ອນ ໄຊຍະບູຣີ ຈະມີຜົນ ກະທົບ ຢ່າງໃຫ່ຽຫລວງ ຕໍ່ສະພາບ ແວດລ້ອມ ພູມີພາກ ແລະ ຄວາມປອດພັຍ ດ້ານອາຫານ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.