ໂຄງການກໍ່ສ້າງ ຫຼາຍຮ້ອຍລ້ານ ໂດລາສະຫະຣັຖ
2010.12.09

ກົດຟັງສຽງ
ຖແລງການ ຂອງອົງການ ພັທນາການຄ້າ ສົ່ງອອກ ແລະ ການຮ່ວມມື ມາເລເຊັຍ ເປີຍເຜີຍ ໃນມື້ວັນ ພຣະຫັດ ທີ 9 ທັນວາ 2010 ນີ້ວ່າ ຄນະເຈຣະຈາ ການຄ້າ ການລົງທຶນ ຂອງ ບໍລິສັດ ກໍ່ສ້າງ ມາເລເຊັຍ ທີ່ໄດ້ໄປ ສຶກສາ ຊອກຄົ້ນຫາ ຂໍ້ມູນ ດ້ານການຄ້າ ໃນລາວ ແລະ ກຳພູຊາ ພົບວ່າ ມີໂຄງການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ໃນສອງປະເທດ ມູນຄ່າ 428 ລ້ານໂດ ລາສະຫະຣັຖ.
ຖແລງການ ກ່າວຕໍ່ໄປວ່າ ຄນະທີ່ໄດ້ຮັບ ມອບໝາຍໜ້າທີ່ ສະເພາະ ດ້ານການຕລາດ ໄດ້ເດີນທາງໄປ ນະຄອນຫລວງ ວຽງຈັນ ແລະ ພະນົມເປັນ ລະຫວ່າງ ວັນທີ 28 ພຶສຈິກາ ຫາ ວັນທີ 2 ທັນວາ 2010, ໄດ້ເນັ້ນໜັກ ໃສ່ການລົງທຶນ ດ້ານການກໍ່ສ້າງ ແລະ ການບໍຣິການ ອື່ນໆ ທີ່ກ່ຽວຂ້ອງ ກັບການກໍ່ສ້າງ ໂດຍກົງ.
ວຽກການ ສຳຄັນດັ່ງກ່າວ ໄດ້ນຳພາ ໂດຍອົງການ MATRADE ຊຶ່ງປະກອບດ້ວຍ ຄນະທີ່ ປຶກສາ ດ້ານການພັທນາ ອຸດສາຫະກັມ ກໍ່ສ້າງ ແລະ ສະມາຄົມ ຜູ້ຮັບເໝົາ ກໍ່ສ້າງ ມາເລເຊັຍ.
ປະທານ ຜູ້ບໍຣິຫານ ອົງການ MATRADE ດາຕຸກ Noharuddin Nordin ກ່າວວ່າ “ໂຄງການ ກ່ຽວດ້ານການ ກໍ່ສ້າງ ໂຄງຮ່າງພື້ນຖານ, ພະລັງໄຟຟ້າ ນ້ຳຕົກ ເປັນ ໂຄງການ ທີ່ເປີດໂອກາດ ຫລາຍຢູ່ ພາຍໃນສອງ ປະເທດນີ້”.
ທ່ານກ່າວ ຕື່ມອີກວ່າ “ຣັຖບານທັງ ໃນລາວ ແລະ ກຳພູຊາ ມີຈຸດປະສົງ ຢາກຮ່ວມມື ກັບບໍຣິສັດ ທັງພາຍໃນ ແລະ ຈາກຕ່າງປະເທດ ເພື່ອ ພັທນາ ໂຄງຮ່າງພື້ນຖານ ໃນປະເທດ ໂດຍຜ່ານ ໂຄງການ ທັງເອກກະຊົນ ແລະ ພາກຣັຖ”.
ທ່ານກ່າວ ສລຸບວ່າ ປັດຈຸບັນນີ້ ກຳພູຊາ ມີໂຄງການ ພາກລຸ່ມ ແມ່ນ້ຳຂອງ ມູນຄ່າ 2 ພັນລ້ານ ໂດລາ ສະຫະຣັຖ, ສ່ວນລາວ ມີໂຄງການ ພະລັງໄຟຟ້າ ນ້ຳຕົກ 5 ພັນ 200 ລ້ານ ໂດລາ ສະຫະຣັຖ ພາຍໃນ ລະຍະເວລາ 5 ປີ ຂ້າງໜ້ານີ້ ແລະ ທັງສອງປະເທດ ກໍມີຄວາມ ຄາດໝາຍວ່າ ເສຖກິດ ຂອງຂະເຈົ້າ ຈະຂຍາຍຂຶ້ນ ເປັນທາງບວກ ເພື່ອການພັທນາ ແຜນການຕ່າງໆ ທີ່ມີຢູ່.