ໄມ້ຣາຄາດີຖືກຕັດ ບໍ່ເຊົາຢູ່ສາຣະວັນ

ກາຣລັກລອບ ຕັດໄມ້ ຍັງຣະບາດ ໜັກ ຢູ່ແຂວງ ສາຣະວັນ ໃນ ປັຈຈຸບັນ ນີ້ ໂດຍສະເພາະ ໄມ້ຄະຍຸງ.
ຫວາດ ສີມູນ
2012.02.16
F-Lao-logs-Vietnam ຕາມຣາຍງານ ຂອງ ອົງການສືບສວນ ສະພາບແວດລ້ອມ ສາກົນ ໄດ້ແຈ້ງຊາບວ່າ ໄມ້ຈໍາພວກນີ້ ແມ່ນຕັດຈາກ ປ່າໄມ້ ໃນແຂວງ ສາຣະວັນ ແລະ ອັດຕະປື ແລ້ວຂົນສົ່ງ ໄປວຽດນາມ ຢ່າງເປີດເຜີຍ.
EAI

ກົດຟັງສຽງ

ເຈົ້າໜ້າທີ່ ແຜນກ ກະສິກັມ ແລະປ່າໄມ້ ແຂວງສາຣະວັນ ຍອມຮັບວ່າ ກາຣລັກລອບ ຕັດໄມ້ ຍັງເປັນ ບັນຫາ ທີ່ໜັກໜ່ວງ ຊຶ່ງກໍຮວມທັງ ຢູ່ພາຍໃນ ເຂຕ ປ່າສງວນ ທັງ 3 ແຫ່ງ:

"ເວົ້າເຖີງກາຣ ລັກລອບ ຕັດໄມ້ນີ້ ມີ ມີກາຣລັກລອບ ໜັກແຫລະ ຢູ່ສາຣະວັນ ເຂົາຕັດແຕ່ ໄມ້ສນິດ ທີ່ວ່າ ໄມ້ຣາຄາ ແພງເນາະ ເຊັ່ນວ່າ ໄມ້ຄະຍຸງ".

ພ້ອມດຽວກັນນີ້ ທ່ານກໍວ່າ ບໍຣິເວນ ທີ່ມີ ກາຣລັກລອບ ຕັດໄມ້ເນື້ອແຂງ ຫລາຍນັ້ນ ກໍແມ່ນ ເຂຕ ປ່າສງວນ ເຊສັບ ເຂຕ ປ່າສງວນ ເຊບ້ານນວນ ແລະເຂຕປ່າສງວນ ຊຽງທອງ ທີ່ພົບເຫັນ ມີຈຳນວນ ເພີ່ມຫລາຍຂຶ້ນ ເລື້ອຍໆ ຍ້ອນໄມ້ ຫລາຍຊນິດ ມີຣາຄາແພງ ແລະ ກໍເປັນທີ່ຕ້ອງ ກາຣຂອງຕລາດ ເພື່ອນຳໄປໃຊ້ ສ້າງບ້ານເຮືອນ ຫລັງໃຫຍ່ໆ  ພ້ອມກັບ ແປຮູບ ເປັນເຄື່ອງ ເຮືອນ ຫລືເຟີຣ໌ນີເຈີຣ໌ (Furniture) ແລະ ເຄື່ອງໃຊ້ ສອຍຕ່າງໆ.

ນອກຈາກລັກລອບ ຕັດໄມ້ ດັ່ງກ່າວ ນີ້ແລ້ວ ທ່ານກໍວ່າ ແຂວງ ສາຣະວັນ ຍັງມີບັນຫາ ກາຣຖາກຖາງປ່າ ເພື່ອເຮັດໄຮ່ ເລື່ອນລອຍ ຂອງ ປະຊາຊົນ ນຳອີກ ທີ່ບໍ່ສາມາຖ ແກ້ໄຂໄດ້ ຈັກເທື່ອ ແລະ ຍີ່ງເຮັດໃຫ້ ເນື້ອທີ່ ຂອງປ່າໄມ້ ພາຍໃນແຂວງ ຫລຸດນ້ອຍ ລົງຕລອດມາ ດັ່ງຈະເຫັນໄດ້ ຈາກກາຣ ສຳຣວຈປີ 2011 ທີ່ປ່າໄມ້ ແຂວງສາຣະວັນ ຍັງເຫລືອຢູ່ ປະມານ 57% ທຽບໃສ່ 60% ທີ່ມີກາຣ ສຳຣວຈໃນປີ 2006 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 17, 2012 11:46 AM

ຮີບພາກັນຕັດໃຫ້ມັນໝົດບາດດຽວສາ, ແລ້ວບັນຫາກໍ່່ຈະໝົດໄປ, ອາດຈະບໍ່່ແມ່ນລັກຕັດດອກ,​ ຄັນລັກກໍ່ຕ້ອງມີການຈັບເກີດຂື້ນ, ຄືຄົນຂີ້ລັກຫັ້ນເມື່ອເຂົາໄປລັກກໍ່ຈະມີເຈົ້າໜ້າທ່ີຈັບຫລືໄລ່ຈັບ, ອັນນີ້ບໍ່ມີໃຜເວົ້າວ່າຫຍັງ ແມ່ນພວກມີອຳນາດຕັ້ງພາກັນເອົາແບບເສີຍໆນີ້ແທ້. ຜູ້ນຳປະເທດຄັນແມ່ນຄົນລາວ 100% ຄວນຈະມີມາດຕະການປົກປັກຮັກສາໄວ້ໃຫ້ຄົນລຸ້ນຫລັງແດ່

Anonymous
Feb 19, 2012 07:48 PM

It is kinda sad to read about this. Nothing we can do to stop this from continuing. Sad and really feel sorry for my beloved country :(

Anonymous
Feb 18, 2012 01:06 AM

ຮູ້ແຕ່ຫາເງິນມາກມາຍກ່າຍກອງ ແຕ່ບໍ່ຮູ້ຝຶກຈິດໃຈໃຫ້ສູງມັນກໍ່ມີແຕ່ ຄວາມເສື່ອມນັ້ນແລ້ວ.