ມູລມັງອັນລໍ້າຄ່າ ໃນບຶງທາຕຫຼວງ
2012.04.03

ກົດຟັງສຽງ
ໃນສມັຍ ອະນາຈັກລາວ ລ້ານຊ້າງ ບຶງທາດຫລວງ ເຄີຍໃຊ້ເປັນບ່ອນ ແຫ່-ສເລີມສລອງ ເທສການ ຕ່າງໆ ແລະ ມີຕໍານານ ເລົ່າສືບທອດ ກັນມາວ່າ ໃນສມັຍນັ້ນ ມີເຮືອ ສໍາເພົາຄໍາ ໄດ້ຈົມລົງ ໃນບຶງ ທາຕຫລວງ ຊຶ່ງມີທັງ ຊັພສົມບັດ ແລະ ຮ່ອງຮອຍ ປວັດສາດຕ່າງໆ ເປັນຈໍານວນ ມະຫາສານ ທີ່ບໍ່ອາດ ຄິດໄລ່ເປັນ ມູລຄ່າໄດ້. ຈົນມາຮອດ ປັຈຈຸບັນນີ້ ບຶງທາຕຫລວງ ທີ່ຊາວ ນະຄອນຫລວງ ວຽງຈັນ ຄຸ້ນເຄີຍ ກັນດີວ່າ ເປັນ ອ່າງເກັບນໍ້າ ໃຫຍ່ ໃນໃຈກາງ ນະຄອນຫລວງ ທີ່ສາມາດ ຮອງຮັບ ການລະບາຍນໍ້າ ທັງເປັນອູ່ເຂົ້າ ອູ່ນໍ້າ ແລະ ເປັນບ່ອນຢູ່ ອາສັຍ ຂອງ ຊາວບ້ານ ຊາວເມືອງ ມາແຕ່ ດຶກດໍາບັນ. ແຕ່ເວລານີ້ ກໍາລັງມີ ການພັທນາ ໃຫ້ເປັນ ຕົວເມືອງໃຫຍ່ ພາຍຫລັງ ທີ່ຣັຖບານ ໄດ້ອະນຸຍາດ ໃຫ້ບໍຣິສັດ ອະສັງຫາ ຣີມຊັພ ຈາກຈີນ ເປັນຜູ້ ສໍາປະທານ. ຕາມກະແສຂ່າວ ທ້ອງຖີ່ນ ວັນທີ 1 ເມສາ 2012.
ໃນເຂດ ສໍາປະທານ ບຶງທາຕຫລວງ ມີເນື້ອທີ່ 365 ເອັກຕາຣ ຊຶ່ງກວມເອົາ ຫລາຍບ້ານເຮືອນ ທີ່ເປັນບ່ອນຢູ່ ອາສັຍ ຂອງຊາວ ນະຄອນຫລວງ ວຽງຈັນ. ຖ້າມີການ ຍົກຍ້າຍ ແນ່ນອນ ຈະຕ້ອງໄດ້ຮັບ ຄວາມເດືອດ ຮ້ອນ. ບັນຫາ ການເວນຄືນ ສິດນໍາໃຊ້ ທີ່ດິນ ສິ່ງປຸກສ້າງ ແລະ ການທົດແທນ ຄ່າເສັຽຫາຍ ຂອງ ປະຊາຊົນ ຜູ້ທີ່ຈະໄດ້ ຮັບຜົນກະທົບ ຈາກ ໂຄງການ ເມືອງໃໝ່ ບຶງທາຕຫລວງ ແມ່ນບັນຫາ ຕົ້ນຕໍ ທີ່ທາງການ ຄວນເອົາໃຈໃສ່ ເປັນພິເສດ ແລະ ຖືເປັນ ບູຣິມະສິດ ທີ່ຈະຕ້ອງໄດ້ ຄົ້ນຄວ້າ ພິຈາຣະນາ ຢ່າງລະອຽດ ຖີ່ຖ້ວນ ແລະ ເລິກເຊິ່ງ ເພື່ອຮັປກັນ ສິດ ຜົລປະໂຫຍດ ແລະ ໝາກຜົນໂຕຈິງ ທີ່ ປະຊາຊົນ ໄດ້ສ້າງມາ ໃນ ບໍຣິເວນ ໂຄງການນັ້ນ ແລະ ທັງຕ້ອງຮັປກັນ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົນກະທົບ.
ການສ້າງ ເມືອງໃໝ່ ຢູ່ເຂດ ບຶງທາຕຫລວງ ແນ່ນອນ ຈະກະທົບ ກະເທືອນ ການດໍາຣົງ ຊີວິດ ຂອງ ປະຊາຊົນ ທີ່ອາສັຍບຶງນີ້ ເປັນບ່ອນ ຫາລ້ຽງຊີພ ຮວມທັງ ການປູກເຂົ້າ ເພື່ອ ບໍຣິໂພຄ ແຕ່ລະປີ ຊຶ່ງຍຸທສາດ ຂອງຣັຖບານ ກໍວາງໄວ້ວ່າ ແຕ່ນີ້ຮອດ ປີ 2020 ຈະເຮັດໃຫ້ ເນື້ອທີ່ນາ ເພີ່ມຂຶ້ນ ເປັນ 2 ລ້ານເອັກຕາຣ. ແຕ່ໂຄງການນີ້ ຜັດໄດ້ຖົມ ດິນນາ ຊື່ງຂັດກັບ ຍຸທສາດ ຂອງ ຣັຖບານ ເອງ.