ວຽດນາມຂໍໃຫ້ລາວເພີ້ມ ຄວາມພຍາຍາມ

ກຸ່ມບໍຣິສັດ ນໍ້າມັນ ແລະ ແກສ ທັມມະຊາດ ວຽດນາມ ໄດ້ຂໍໃຫ້ ລາວ ພຍາຍາມຫລາຍຂື້ນ ເພື່ອຊ່ວຍຈັດຕັ້ງ ໂຄງການລົງທືນ ຕ່າງໆ ຂອງວຽດນາມ ທີ່ກໍາລັງ ດໍາເນີນ ຢູ່ໃນລາວ.
ສົມເນ
2010.12.27

ກົດຟັງສຽງ

ອະທິບໍດີ ກຸ່ມ ບໍຣິສັດ ນໍ້າມັນ ແລະ ແກສ ທັມມະຊາດ ວຽດນາມ ທ່ານ Phung Dinh thuc ເມື່ອວັນທີ່ 26 ທັນວາ ນີ້ ໄດ້ພົບປະ ສົນທະນາ ກັບທ່ານ ສະໝານ ວິຍະເກດ ກັມມະການ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ທີ່ເດີນທາງໄປ ເຮັດວຽກຢູ່ ທີ່ກຸງຮາໂນຍ ແລະ ໄດ້ຂໍຮ້ອງ ໃຫ້ຝ່າຍລາວ ໃຊ້ກົນໄກ ພິເສດ ຂອງ ນະໂຍບາຍ ໂດຍສະເພາະ ຕໍ່ໂຄງການ ສ້າງເຂື່ອນ ຜລິດກະແສ ໄຟຟ້າ ໃສ່ແມ່ນໍ້າຂອງ ໃນແຂວງ ຫລວງພະບາງ ໂດຍສະເໜີ ໃຫ້ຝ່າຍລາວ ຕໍ່ເວລາການສ້າງ ເປັນເຈົ້າຂອງ ແລະໂອນ ຂື້ນເປັນ 40 ປີ ແລະ ໃຫ້ຕັດສີນໃຈ ເຣື້ອງຣາຄາ ໄຟຟ້າ ທີ່ຜລິດຈາກເຂື່ອນ ດັ່ງກ່າວ ພ້ອມທັງແຈ້ງ ແຜນການໃຊ້ ໄຟຟ້າໃນລາວ ໃຫ້ໄວຂື້ນ.

ກຸ່ມບໍຣິສັດ ນໍ້າມັນ ແລະ ແກສ ທັມມະຊາດ ວຽດນາມ ໄດ້ດໍາເນີນການ ລົງທືນ ຫລາຍໂຄງການ ໃນລາວ ເປັນຕົ້ນ ໂຄງການສໍາຣວດ ແລະ ຂຸດຄົ້ນນໍ້າມັນ ແລະ ແກສ ເຂດ C ແລະ S ແລະ ໂຄງການ ຂຸດແຮ່ທາດ ບາໄຣ ແລະ ດິນກາວ ທີ່ແຂວງ ສວັນນະເຂດ, ໂຄງການຂຸດຄົ້ນ ທອງແດງ ຢູ່ແຂວງຊຽງຂວາງ ແລະ ຫົວພັນ, ແລະ ໂຄງການເຂື່ອນ ເຊກະໝານ 1, 3, 4 ແລະ ໂຄງການເຂື່ອນ ຜລິດກະແສ ໄຟຟ້າ ດັກອີມອມ ຢູ່ແຂວງ ອັດຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.