ໄຮ່ປູກຝິ່ນຖືກທໍາລາຍ

ເຈົ້າໜ້າທີ່ໄທ ແຂວງຊຽງຮາຍ ທໍາລາຍໄຮ່ຝິ່ນ ໃນປ່າເລິກ ໃກ້ຊາຍແດນ ສປປລາວ.
ຫວາດ ສີມູນ
2011.01.04

ກົດຟັງສຽງ

ເຈົ້າແຂວງຊຽງຮາຍ ພ້ອມດ້ວຍ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ນໍາກໍາລັງ ທະຫາຣ ຕໍາຣວຈ ລາດຕະເວນ ແລະ ຊາວບ້ານ ຈຳນວນໜຶ່ງ ເຂົ້າໄປກວດ ແລະ ທຳລາຍໄຮ່ຝິ່ນ ໃນພື້ນທີ່ ປ່າເລິກ ໃນເຂຕບ້ານ ຫ້ວຍກຸ໊ກ ເມືອງວຽງແກ່ນ ຊຶ່ງຢູ່ໃກ້ກັບ ຊາຍແດນ ປະເທສລາວ ໃນມື້ ວັນຈັນທີ່ 3 ມົກຣາ 2011 ນີ້.

ໜັງສືພີມ ຜູ້ຈັດກາຣ ຣາຍວັນໄທ ແຈ້ງວ່າ ກາຣເຂົ້າທຳລາຍ ໄຮ່ຝິ່ນ ດັ່ງກ່າວ ມີຂຶ້ນຫລັງ ຈາກໄດ້ຮັບ ຣາຍງານວ່າ ມີກາຣລັກລອບ ປູກຝິ່ນຕາມ ຮ່ອມພູ ຫ່າງໄກຈາກ ເຂຕຊຸມຊົນ ແລະ ເວລາໄປ ກວດສອບ ກໍພົບເຫັນ ພື້ນທີ່ປະມານ 1 ໄຮ່ ມີກາຣປູກຕົ້ນຝິ່ນ ທີ່ມີຄວາມສູງ ປະມານ 50 ຊັງຕີແມ໊ຕ ພ້ອມກັບ ຕູບນ້ອຍຕູບໜຶ່ງ  ຊຶ່ງບໍຣິເວນ ດັ່ງກ່າວ ຢູ່ໄກຈາກຊາຍ ແດນລາວ ພຽງປະມານ 200 ແມ໊ຕ ເທົ່ານັ້ນ ແຕ່ກໍບໍ່ພົບພໍ້ ຜູ້ເປັນເຈົ້າຂອງໄຮ່ ຫລືຄົນເຝົ້າ ແຕ່ຢ່າງໃດ ຈຶ່ງໄດ້ພາກັນ ທຳລາຍດ້ວຍ ກາຣຕັດຕົ້ນຝິ່ນ ແລະ ເອົາໄຟຈູດຖິ້ມ ພ້ອມກັບຕູບນ້ອຍ ນັ້ນນຳອີກ ເພື່ອບໍ່ໃຫ້ ມີກາຣ ນຳໃຊ້ຕໍ່ໄປ.

ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ໄທ ໄດ້ກ່າວເນັ້ນ ເພີ່ມວ່າ ຢູ່ບໍຣິເວນ ໄຮ່ຝິ່ນ ດັ່ງກ່າວ ມີກາຣ ປູກຕົ້ນໄມ້ ແລະ ດອກໄມ້ອ້ອມ ຢູ່ທາງນອກ ທີ່ເຊື່ອວ່າ ສຳລັບ ເປັນກາຣປົກບັງ ບໍ່ໃຫ້ທາງ ເຈົ້າໜ້າທີ່ ພົບເຫັນວ່າ ມີກາຣລັກລອບ ປູກຝິ່ນ ຢູ່ທາງຂ້າງໃນ ແຕ່ຢ່າງໃດ ນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.