ເຈົ້າໜ້າທີ່ໄທກວດລ້າງ ຢາເສບຕິດ

ເຈົ້າໜ້າທີ່ ໜອງບົວລໍາພູ ຂອງໄທ ກວດລ້າງ ພວກຄ້າ ຢາເສບຕິດ ທີ່ນໍາ ຢາບ້າ ມາຈາກ ລາວ.
ຈະເຣີນສຸກ
2011.01.12

ກົດຟັງສຽງ

ເຈົ້າໜ້າທີ່ ພູທອນ ເມືອງ ນາກາງ, ແຂວງ ໜອງບົວລໍາພູ ກ່າວວ່າ ຕັ້ງແຕ່ ຊ່ວງປີໃໝ່ ສາກົນ ເປັນຕົ້ນມາ ເຈົ້າໜ້າທີ່ ຕໍາຣວດ ແຂວງ ໜອງບົວລໍາພູ ສາມາດ ຈັບກຸມ ຜູ້ຕ້ອງຫາ ຄ້າຢາເສບຕິດ ໄດ້ຫລາຍຄົນ ແລະ ໝັ້ນໃຈ ວ່າ ໃນປີ 2011 ນີ້ ຈະມີການຂົນສົ່ງ ຢາເສບຕິດ ຣະຫວ່າງ ຊາຍແດນລາວໄທ ຢ່າງແຜ່ຫລາຍ.

ການລໍາລຽງ ຢາເສບຕິດ ຂ້າມຊາຍແດນ ລາວ-ໄທ ຍັງຈະມີຢູ່ຕໍ່ໄປ ແລະ ບໍ່ສິ້ນສຸດໄດ້ງ່າຍ, ຊຶ່ງເຈົ້າໜ້າທີ່ ຕໍາຣວດ ພູທອນ ເມືອງນາກາງ ກ່າວກ່ຽວກັບ ຄວາມຄືບໜ້າ ຂອງສະຖານະການ ຢາເສບຕິດ ວ່າ:

“ທ່ານ ກ່າວວ່າ ປີໃໝ່ ກວດລ້າງ ກໍຄື ວັນທີ 29 ທັນວາ ເຖິງ 4 ມົກກະຣາ ພວກທ່ານ ຈັບດໍາເນີນຄະດີ 33 ຄົນ, ຜູ້ຕ້ອງຫາ 36 ຄົນ, ໄດ້ຢາບ້າ 600 ກວ່າເມັດ. ໃນປັດຈຸບັນ ສ່ວນໃຫຍ່ ຈັບໄດ້ ທີ່ເມືອງ ນາກາງ ເພາະວ່າ ຍາບ້າ ເຂົ້າໄປທີ່ ໂຮງນໍ້າຕານ, ຕາມການຂຍາຍຜົນ ສ່ວນໃຫຍ່ ເອົາມາຈາກລາວ.”

ນອກຈາກນັ້ນ, ເຈົ້າໜ້າທີ່ ຜູ້ດຽວກັນນີ້ ຍັງສະແດງ ຄວາມໝັ້ນໃຈ ເຖິງສະຖານະການ ການຂົນຢາເສບຕິດ ຜ່ານຊາຍແດນລາວໄທ ວ່າ ໃນປີ 2011 ນີ້, ກຸ່ມຜູ້ຂົນສົ່ງ ຢາເສບຕິດ ຈະມີການລໍາລຽງ ຢາເສບຕິດ ຈາກຝັ່ງລາວ ເຂົ້າໄປຍັງໄທ ຜ່ານເສັ້ນທາງ ແຂວງໜອງຄາຍ ຂອງໄທ ຢ່າງແຜ່ຫລາຍ, ຊຶ່ງເຈົ້າໜ້າທີ່ ຕໍາຣວດ ໄດ້ວາງນະໂຍບາຍ ຕັ້ງດ່ານ ສະກັດກັ້ນ ຫລາຍຈຸດ ແລະ ຈະກວດຄົ້ນ ຣົຖຍົນ  ແລະ ຣົຖບັນທຸກ ທີ່ຕ້ອງສົງໃສ ວ່າ ມີການຂົນ ຢາເສບຕິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.