ສົນທິສັນຍາກໍາຈັດ ຣະເບີດລູກຫວ່ານ
2010.11.17
ກົດຟັງສຽງ
ຄນະຜູ້ແທນ ຈາກ 114 ປະເທດ ສຳນັກງານ ສະຫະປະຊາຊາດ ແລະ ອົງການ ຈັດຕັ້ງ ທາງສັງຄົມ ຈຳນວນ 1,000 ກວ່າຄົນ ເຂົາຮ່ວມ ກອງປະຊຸມ ຄັ້ງທຳອິດ ຂອງ ຣັດພາຄີ ສົນທິສັນຍາ ວ່າດ້ວຍຣະເບີດ ລູກຫວ່ານ ທີ່ໄຂຂຶ້ນ ຢູ່ ນະຄອນຫລວງ ວຽງຈັນ ໃນວັນທີ 9 ພຶສຈິກາ 2010.
ກອງປະຊຸມ ຈະຮັບຮອງ ເອົາຖແລງການ ການເມືອງ ທີ່ເວົ້າຄືນ ເຖິງການກຳຈັດ ຣະເບີດລູກຫວ່ານ ແລະ ຜົນຮ້າຍຂອງມັນ ຢູ່ໃນທົ່ວໂລກ. ພ້ອມກັນນັ້ນ ກອງປະຊຸມ ຍັງຈະ ຮັບຮອງເອົາ ແຜນ ປະຕິບັດງານ ວຽງຈັນ
ຊຶ່ງປະກອບ ດ້ວຍ 65 ບາດກ້າວ ທີ່ເປັນຮູປທັມ ຊຶ່ງປະເທດ ພາຄີ ຈະຈັດຕັ້ງ ປະຕິບັດ ພາຍໃຕ້ ສົນທິສັນຍາ ວ່າດ້ວຍ ຣະເບີດລູກຫວ່ານ ປີ 2008 ແລະ ທັງຈະຮັບຮອງ ເອົາຮູບແບບ ຂອງຮ່າງບົດ ລາຍງານ ແລະແຜນງານ ສຳລັບປີ 2011 ນຳດ້ວຍ.
ທ່ານ Christine Beerli ຮອງປະທານ ຄນະກັມມະການ ຂອງອົງການ ກາຊາດສາກົນ ກ່າວວ່າ ລາວ ເປັນຕົວຢ່າງ ຂອງສິ່ງໃດສິ່ງນຶ່ງ ທີ່ໜ້າໂສກເສົ້າ ຊຶ່ງຈະຕ້ອງ ບໍ່ໃຫ້ເກີດ ມີຂຶ້ນອີກ. ຣະເບີດລູກຫວ່ານ ທີ່ໄດ້ຖືກ ນຳໃຊ້ ເມື່ອປະມານ 40 ປີ ກ່ອນນັ້ນ ຍັງເຮັດໃຫ້ ມີຜູ້ເສັຍ ຊີວິດ ແລະບາດເຈັບຍ້ອນ ຢູ່ຕໍ່ມາ ຢ່າງກວ້າງຂວາງ, ເຮັດໃຫ້ດິນ ບໍ່ສາມາດ ປູກຝັງໃສ່ໄດ້ ແລະ ເປັນການກີດກັ້ນ ການພັທນາ.
ເມື່ອປີ 2009 ຜ່ານມາ ຢູ່ໃນໂລກ ມີຜູ້ເສັຍ ຊີວິດຍ້ອນ ຣະເບີດລູກຫວ່ານ 100 ຄົນ. ໃນຈຳນວນນັ້ນ ເສັຍຊີວິດ ຢູ່ສປປລາວ 33 ຄົນ.