ພູເຂົາຄວາຍອາຈເປີດ ກາຊີໂນອີກນື່ງແຫ່ງ

ຊາວນະຄອນຫລວງ ວຽງຈັນ ຜູ້ນຶ່ງເວົ້າກັບ ຜູ້ສື່ຂ່າວ ເອເຊັຍເສຣີ ວ່າປັດຈຸບັນ ມີຊາວຕ່າງຊາດ ມາຫລິ້ນ ການພະນັນ ຢູ່ໃນ ກາຊີໂນ ພູເຂົາຄວາຍ ຫລາຍຂື້ນ.
ໂພໄຊສວັດ
2012.05.18

ກາຊີໂນ ຢູ່ພູເຂົາຄວາຍ ກາຍເປັນບ່ອນ ຫລິ້ນການພະນັນ ທີ່ໄດ້ຮັບ ຄວາມນິຍົມ ຈາກຊາວຕ່າງຊາດ ຫລາຍພໍສົມຄວນ. ຍ້ອນນັກ ການພະນັນ ເພີ້ມຂຶ້ນເຣັດໃຫ້ ບັນດາ ນັກລົງທຶນ ມາຊື້ພື້ນທີ່ ໃນເຂດນັ້ນຫລາຍຂຶ້ນ ຈຶ່ງຄາດວ່າ ເປັນໄປໄດ້ທີ່ ພວກຂະເຈົ້າ ຈະຕັ້ງກາຊີໂນ ໃໝ່ຂຶ້ນໃນເຂດນັ້ນ. ຊາວນະຄອນ ຫລວງວຽງຈັນ ຜູ້ນີ້ເວົ້າວ່າ:

" ທີ່ເປັນແຫລ່ງທີ່ ກາຊິໂນຫຍັງ ໄປຕັ້ງຢູ່ແຖວນັ້ນ ກະເປັນຂອງ ຄົນລາວແຫ໋ລະ ແຕ່ວ່າຂ້ອຍ ວ່າຕອນນີ້ກະມີພວກ ເອກກະຊົນ ໄປຊື້ຫລາຍແລ້ວ ເຄີຍໄປເບິ່ງແລ້ວ ມັນກາຍເປັນດິນ ເອກກະຊົນ ໄປຈັບຈອງໄປຫຍັງໄວ້ຫລາຍ ".

ຊາວວຽງຈັນ ຜູ້ນີ້ ເວົ້າຕໍ່ໄປວ່າ ນັກການພະນັນ ທີ່ມາຫລິ້ນ ກາຊີໂນ ໃນເຂດ ພູເຂົາຄວາຍ ຈະແມ່ນຄົນຈີນ ວຽດນາມ ແລະໄທ ເປັນສ່ວນໃຫຍ່. ສໍາລັບຄົນລາວ ຈະບໍ່ໄດ້ຮັບ ອະນຸຍາດ ໃຫ້ເຂົ້າຫລິ້ນ. ຊາວບ້ານທ້ອງຖິ່ນ ຄິດວ່າ ອາດຈະມີ ນັກລົງທຶນ ມາສ້າງກາຊີໂນ ໃສ່ເຂດນີ້ອີກ ແຕ່ບໍ່ມີຂໍ້ມູນ ຢັ້ງຢືນໄດ້ເທື່ອ.

ຊາວວຽງຈັນ ຜູ້ນີ້ ເວົ້າສລຸບວ່າ ທີ່ຜ່ານມາ ເຖິງວ່າຄົນລາວ ຈະຖືກຫ້າມ ບໍ່ໃຫ້ເຂົ້າ ແຕ່ກໍມີຂ່າວວ່າ ຫາກມີເງິນພໍກໍ ຈະເຂົ້າຫລິ້ນໄດ້.

ສໍາລັບຣັຖບານ ກາຊີໂນ ເປັນແຫລ່ງ ທີ່ດຶງດູດ ນັກທ່ອງທ່ຽວ ຊາວຕ່າງຊາດ ແລະ ມີລາຍໄດ້ຈາກ ເກັບພາສີ ນອກຈາກນັ້ນ ກາຊີໂນ ກໍຍັງສ້າງ ວຽກການ ໃຫ້ຄົນລາວ ແຕ່ບັນຫາຕ່າງໆ ທາງດ້ານສັງຄົມ ກໍຕ້ອງໄດ້ ຄວບຄຸມ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີ ຜົນເສັຍ ຫລາຍກວ່າຜົນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.