ຂ.ຜົ້ງສາລີອົບຮົມ ຄຣູສອນມັທຍົມ 7

ຜແນກສືກສາ ແຂວງຜົ້ງສາລີ ຈັດຕັ້ງ ການຝືກອົບຮົມ ຄຣູສອນ ມັທຍົມ 7.
ສົມເນ
2011.01.04
F-teacher ນັກຂ່າວເອເຊັຽເສຣີ ກໍາລັງສັມພາດ ຄຣູສອນ ຂອງກະຊວງສຶກສາ ໃນລາວ
RFA

ກົດຟັງສຽງ

ຜແນກສືກສາ ແຂວງຜົ້ງສາລີ ມີແຜນຈັດຕັ້ງ ການຝືກອົບຮົມ ຄຣູສອນ ມັທຍົມຊັ້ນ 7 ແລະ ຜູ້ອໍານວຍການ ພາຍຫລັງທີ່ໄດ້ ເປີດສອນ ຊັ້ນມັທຍົມ 7 ມາໄດ້ນື່ງ ພາກຮຽນແລ້ວ, ເພື່ອໃຫ້ ການສືກສາ ມີຄຸນນະພາບ ດີຂື້ນ, ຕາມການເປີດເຜີຽ ຂອງທ່ານ ໃຊຄໍາ ອຸ່ນມີໃຊ ຫົວໜ້າ ຜແນກສືກສາ ແຂວງຜົ້ງສາລີ:

"ດຽວນີ້ກໍ ພວກເຮົາໄດ້ ຈັດຕັ້ງ ການຮຽນການສອນ ມາໄດ້ 1 ພາກຮຽນ. ທາງກະຊວງ ສືກສາທິການ ກໍໄດ້ຊີ້ນໍາ ໃຫ້ມີການ ຝືກອົບຮົມຄູສອນ ຊັ້ນ ມ.7 ເປັນພິເສດ ແລະ ກໍຝືກອົບຮົມ ຜູ້ອໍານວຍການ ຊັ້ນມັທຍົມ ເພື່ອໃຫ້ລະບົບ ການສືກສາ ຊັ້ນມັທຍົມ ຕອນປາຍ ມີຄຸນນະພາບ ດີຂື້ນ".  

ທ່ານວ່າ ໂຄງການ ຝືກອົບຮົມ ດັ່ງກ່າວ ໄດ້ຮັບງົບປະມານ ຈາກ ຣັຖບານລາວ,  ຈາກການຊ່ວຍເຫລືອ ຂອງປະເທດ ທາງຢູໂຣບ ແລະ ທະນາຄານໂລກ ກໍໃຫ້ເງິນທືນ ຈໍານວນນື່ງ. ຕັ້ງແຕ່ເປີດ ການສອນ ນັກຮຽນ ມັທຍົມ ຊັ້ນ 7 ມາໄດ້ນື່ງ ພາກຮຽນແລ້ວ ເຫັນວ່າການ ຕອບສນອງ ນັກຮຽນ ກໍຍັງຢູ່ໃນ ລະດັບພື້ນຖານ ເທົ່ານັ້ນ ແລະ ຍັງມີຄວາມ ຕ້ອງການຍົກລະດັບ ຄວາມສາມາດ ຂອງ ຄຣູສອນຕື່ມ:

"ສໍາລັບປື້ມ ແບບຮຽນນັ້ນ ກະຊວງສືກສາ ກໍໄດ້ສນອງ ໄດ້ໂດຍພື້ນຖານ ຈະໃຫ້ມັນພຽງພໍ ກໍຍັງບໍ່ທັນ ພຽງພໍ ແຕ່ວ່າ ທຸກໆຊັ້ນຮຽນ ໄດ້ມີປື້ມ ແບບຮຽນໃໝ່ ຄົບຊຸດແລ້ວ".

ດັ່ງທີ່ຮູ້ກັນ ແລ້ວວ່າ ສົກ ການສືກສາ ປີ 2010-11 ນີ້ເປັນປີ ທໍາອິດທີ່ ກະຊວງສືກສາ ຂອງລາວ ໄດ້ເປີດສອນ ມັທຍົມຊັ້ນ 7 ເພື່ອໃຫ້ລະບົບ ການສືກສາ ຂອງລາວ ຢູ່ໃນມາຕຖານ ສາກົນ.ໃນຕອນທໍາອິດ ນີ້ ທາງການລາວ ຂາດເຂີນຄຣູສອນ ຂາດເຂີນຫລັກສູດ ແລະ ປື້ມຮຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.