ໄຂ້ເລືອດອອກຢູ່ໄທ ຂ.ມະຫາສາຣະຄາມ

ປະຊາຊົນ ແຂວງ ມະຫາສາຣະຄາມ ຂອງໄທ ກວ່າ 300 ຄົນ ຕິດເຊື້ອໂຣຄ ໄຂ້ເລືອດອອກ.
ສິດນີ
2012.07.31
F-dengue-fever ປະຊາຊົນແຂວງ ມະຫາສາຣະຄາມ ໄປກວດສຸຂພາບ ປ້ອງກັນເຊື້ອໂຣຄ ໄຂ້ເລືອດອອກ
manager

ສະຖານະການ ຂອງໂຣຄ ໄຂ້ເລືອດອອກ ໄດ້ຣະບາດ ເພີ້ມຂື້ນ ໃນແຂວງ ມະຫາສາຣະຄາມ ຂອງໄທ ໃນເວລານີ້ ລ້າສຸດພົບວ່າ ມີຜູ້ຕິດເຊື້ອ ກວ່າ 300 ຄົນ ແລ້ວ ຫນ່ວຍງານ ທີ່ກ່ຽວຂ້ອງ ກຳລັງເລັ່ງລັດ ໃນການປ້ອງກັນ ດ້ວຍການສີດຜົ່ນ ສາຣເຄມີ ເພື່ອກຳຈັດ ຍຸງລາຍ ເພາະຢ້ານວ່າ ໃນກາງຣະດູຝົນ ແຮ່ງຈະຣະບາດ ຫນັກຂື້ນ.

ນາຍແພດ ປີດີ ທັ້ງໄພສານ ຮອງຫົວຫນ້າ ຫ້ອງການ ສາທາຣະນະສຸຂ ປະຈຳແຂວງ ມະຫາສາຣະຄາມ ກ່າວວ່າ ຈາກຂໍ້ມູນ ຂອງຫ້ອງການ ຣະບາດວິທຍາ ສຳນັກງານ ສາທາຣະນະສຸຂ ປະຈຳແຂວງ ມະຫາສາຣະຄາມ ພົບວ່າ ມີຜູ້ປ່ວຍ ຍ້ອນໂຣຄ ໄຂ້ເລືອດອອກ ເຂົ້າມາປີ່ນປົວ ຕາມໂຮງພຍາບານ ຣັຖ ຕັ້ງແຕ່ເດືອນ ມົກກະຣາ ຫາເດືອນ ກໍຣະກະດາ ປະມານ 333 ລາຍ ຄິດເປັນສັດສ່ວນ ປະມານ 34.76% ຕໍ່ນຶ່ງແສນ ປະຊາກອນ ແຕ່ຍັງບໍ່ມີ ລາຍງານກ່ຽວກັບ ຜູ້ເສັຽຊີວີດເທື່ອ ກຸ່ມຜູ້ທີ່ ຕິດເຊື້ອ ຫລາຍກວ່າຫມູ່ ກໍແມ່ນກຸ່ມ ເດັກນ້ອຍ ອາຍຸຣະຫວ່າງ 10 ຫາ 14 ປີ ຮອງລົງມາ ແມ່ນກຸ່ມອາຍຸ ຣະຫວ່າງ 5-9 ປີ ແລະ ອັນດັບສາມ ແມ່ນອາຍຸ ຣະຫວ່າງ 15-24 ປີ ໂຣຄ ໄຂ້ເລືອດອອກ ຣະບາດ ຫລາຍກວ່າຫມູ່ ແມ່ນທີ່ເມືອງ ມະຫາສາຣະຄາມ ເມືອງ ພຍັດ ຄະພູມພິສັຍ ເມືອງແກດາ ແລະ ເມືອງ ວາປີປະທຸມ.

ອາການຂອງຄົນ ທີ່ຕິດເຊື້ອ ຈະມີໄຂ້ສູງ ຫນ້າແດງ ອ່ອນເພັຽ ເບື່ອອາຫານ ຂີ້ ຮາກ ຖ້າມີການ ອາການດັ່ງກ່າວ ຄວນໄປຫາຫມໍ ໂດຍດ່ວນ ບໍ່ຄວນປະໄວ້ດົນ ອາດຈະເປັນ ອັນຕຣາຍ ຕໍ່ຊີວີດ ກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.