ປະຊາຄົມອາຊ໊ຽນ ຜົນດີຂອງຊາວລາວ
2012.08.01

ກາຣທີ່ອາຊ໊ຽນ ມີເປົ້າໝາຍ ຈະສ້າງຕັ້ງ ທຸກໆປະເທສ ສະມາຊິກ ທັງ 10 ປະເທສ ໃຫ້ເປັນ ປະຊາຄົມ ດຽວກັນ ໃຫ້ໄດ້ພາຍໃນ ປີ 2015 ນີ້ ຍີ່ງຈະເຮັດໃຫ້ ມີກາຣຂຍາຍຕົວ ທາງ ດ້ານເສຖກິຈ ທີ່ເຮັດໃຫ້ ຊາວລາວ ບາງສ່ວນ ມີຄວາມເປັນຫ່ວງ ບໍ່ແມ່ນແຕ່ຢ້ານ ຊາວຕ່າງປະເທສ ເຂົ້າມາຄວບຄຸມ ດ້ານເສຖກິຈ ເທົ່ານັ້ນ ແຕ່ກໍຢ້ານ ຈະມີບັນຫາ ເຣື່ອງ ທຸຈຣິຕ ສໍ້ໂກງ ທຸຣະກັມ ດ້ານກາຣເງິນ ຍ້ອນຣະບົບ ເທຄໂນໂລຈີ ໃນລາວ ຍັງບໍ່ທັນສມັຍ ເທົ່າທີ່ຄວນ. ດັ່ງຊາວລາວ ຜູ້ໜຶ່ງ ໃຫ້ຄວາມເຫັນວ່າ:
“ຢ້ານແບບ ຂະເຈົ້າມາສໍ້ໂກງ ເຣື່ອງ ທຸຣະກັມກາຣເງີນ ຫລືອີຫຍັງ ພວກນີ້ແຫລະ ຫລາຍກວ່າ ພວກທີ່ມາເຮັດບັຕ Credit ຫຍັງຫັ້ນນ໋າ ເພາະວ່າເບີ່ງແລ້ວ ຣະບົບເທຄໂນໂລຈີ ໃນລາວ ຍັງບໍ່ໄດ້ ທັນສມັຍ ປານໃດເດ໊ ມັນກໍອາຈສິຈັບ ພວກນີ້ ບໍ່ໄດ້”.
ໃນຂນະດຽວກັນ ທາງເຈົ້າໜ້າທີ່ລາວ ບາງຄົນ ກໍມີຄວາມເປັນຫ່ວງ ເຊັ່ນດຽວກັນ ແລະ ຢ້ານວ່າ ໃນເມື່ອລາວ ເຂົ້າເປັນ ປະຊາຄົມ ເສຖກິຈອາຊ໊ຽນ ແລ້ວນັ້ນ ອາຈຈະມີບັນຫາ ເຣື່ອງ ອາຊຍາກັມ ແລະ ກາຣສໍ້ໂກງ ອີກຫລາຍຮູບແບບ ເພີ່ມຂື້ນ ຍ້ອນຈະມີ ຊາວຕ່າງປະເທສ ເຂົ້າມາອາສັຍຢູ່ ໃນລາວ ຫລາຍຂຶ້ນເຊັ່ນກັນ. ດັ່ງເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ຜູ້ໜຶ່ງໄດ້ກ່າວວ່າ:
“ເຣື່ອງບັນຫາຕົວນີ້ ແນ່ນອນແຫລະ ຫາກວ່າສັງຄົມ ເຮົາເຈຣີນກ້າວໜ້າ ຄົນນີ້ກໍຈະ ຫລາຍຂຶ້ນ ຄົນຕ່າງປະເທສ ຄົນອີສັງ ທັ້ງຄົນລາວ ທັ້ງພົລເມືອງ ເພີ່ມຂຶ້ນ ກະແນ່ນອນວ່າ ບັນຫາ ອາຊຍາກັມ ຕ້ອງຫລາຍຂຶ້ນ”.
ກ່ຽວກັບ ກໍຣະນີ ທີ່ມີຊາວຕ່າງຊາຕ ເຂົ້າມາສໍ້ໂກງ ຢູ່ໃນລາວນັ້ນ ທ່ານກໍວ່າ ມີກຸ່ມແກ໊ງ ຊາວຈີນ ເຂົ້າມາເຮັດ ທຸຣະກິຈ ກາຣທຸຈຣິຕ ຜ່ານໂທຣະສັພ ແລະ ທາງເຈົ້າໜ້າທີ່ ລາວແລະຈີນ ກໍໄດ້ ປະສານງານກັນ ແລະ ສາມາຕຈັບໄດ້ ທັງໝົດ 68 ຄົນ ໃນເດືອນ ກັນຍາ 2011 ຜ່ານມາ.