ປ່ອຍນັກໂທດໃນວັນຊາດ ເກີດຂັດຂ້ອງ

ສະພາແຫ່ງຊາດ ພິຈາຣະນາ ການປ່ອຍ ນັກໂທດ ເນື່ອງໃນ ວັນຊາດ ບໍ່ທັນແລ້ວ.
ສົມເນ
2010.11.29
F-Laopresident ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວ
RFA

ກົດຟັງສຽງ

ປັດຈຸບັນ ສະພາແຫ່ງຊາດ ກໍາລັງ ຢູ່ໃນຂັ້ນຕອນ ພິຈາຣະນາ ໃຫ້ ອະພັຍໂທດ ແກ່ນັກໂທດ ຄະດີອາດຍາ ທີ່ປະພືດ ໂຕດີ ຈໍານວນນື່ງ ທີ່ ຣັຖບານລາວ ມີແຜນຈະປ່ອຍ ເນື່ອງໃນ ໂອກາດວັນຊາດ ວັນທີ 2 ທັນວານີ້ ໂດຍບໍ່ໄດ້ ຈໍາແນກວ່າ ເປັນນັກໂທດ ປະເພດໃດ ດັ່ງເຈົ້າໜ້າທີ່ ຈາກ ສະພາແຫ່ງຊາດ ໄດ້ກ່າວ:

"ມັນກໍຍັງ ບໍ່ທັນຮູ້ ລາຍລະອຽດ ມັນກໍຍັງ ມີບັນຊີຢູ່ ແຕ່ວ່າ ທາງການ ຄນະກັມມະການ ເພິ່ນກໍາລັງ ຄົ້ນຄວ້າຢູ່ ໃນປັດຈຸບັນ ຈະແມ່ນເດືອນ ທັນວາ ຫລື ເດືອນ ມົກກະຣາ ທາງສະພາ ແຫ່ງຊາດ ເພິ່ນຈະພິຈາຣະນາ ທັນຫລືບໍ່".

ລາຍງານວ່າ ຫ້ອງກັກຂັງ ດັດສ້າງ ໃນທົ່ວປະເທດ ໄດ້ສົ່ງບັນຊີ ລາຍຊື່ ນັກໂທດ ທີ່ມີການ ປະພືດຕົນດີ ໃນລະຍະ ຢູ່ໃນຄຸກ ຫລືຢູ່ໃນສູນ ດັດສ້າງ ໃຫ້ຄນະກັມມະການ ສະພາແຫ່ງຊາດ ພິຈາຣະນາ ອະພັຍໂທດ ເປັນຜູ້ຄັດເລືອກ ກ່ອນຈະສົ່ງ ໃຫ້ປະທານ ປະເທດ ອະນຸມັດ ການປ່ອຍໂຕ:

"ທຸກໆແຂວງ ໃນທົ່ວປະເທດ ຈະຕ້ອງສົ່ງ ບັນຊີນັກໂທດ ຂື້ນມາໃຫ້ ຂັ້ນສູນກາງ ຄນະກັມມະການ ຂັ້ນສູນກາງ ພິຈາຣະນາ. ມັນເວົ້າບໍ່ໄດ້ ເຣື້ອງນີ້ມັນ ກໍຂື້ນກັບ ເງື່ອນໄຂ ຂອງນັກໂທດ ນັກໂທດດີເດັ່ນ ຫລາຍກໍປ່ອຍຫລາຍ ນັກໂທດດີເດັ່ນ ຫນ້ອຍກໍປ່ອຍຫນ້ອຍ ກໍານົດບໍ່ໄດ້ ມັນຕ້ອງໃຊ້ເວລາ".

ການໃຫ້ອະພັຍໂທດ ແລະ ປ່ອຍນັກໂທດ ປະຈໍາປີ 2010 ນີ້ ຄາດວ່າຈະປ່ອຍ ໃນວັນທີ 2 ທັນວາ ຫລືຢ່າງຊ້າ ໃນເດືອນ ມົກກະຣາປີ 2011. ຄັນອີງຕາມ ຄໍາເວົ້າຂອງ ເຈົ້າໜ້າທີ່ ສະພາ ທີ່ກ່າວມາ ນີ້ແລ້ວ ການໃຫ້ ອະພັຍໂທດ ແລະ ປ່ອຍນັກໂທດ ໃນປີ 2010 ນີ້ ບໍ່ໄດ້ກ່ຽວຂ້ອງ ກັບການ ສເລີມສລອງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ຫລື ການສລອງ ຄົບຮອບ 35 ປີ ຂອງສປປ ລາວ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.