ຄໍາ ເງິນ ທອງ ຂຸດໄດ້ເກີນຄາດໝາຍ

ບໍຣິສັດ PanAust ຊຶ່ງເປັນ ບໍຣິສັດ ຂຸດຄົ້ນບໍ່ແຮ່ ຂອງ ອອສເຕຣເລັຍ ຈະຜລິດຄຳ ເງິນ ແລະ ທອງ ໄດ້ຫລາຍເກີນ ຄາດໝາຍ ຢູ່ລາວ.
ອະວາຣີ
2010.12.15

ກົດຟັງສຽງ

ເມື່ອຕົ້ນປີນີ້ ບໍຣິສັດ PanAust ຊຶ່ງເປັນ ບໍຣິສັດ ຂຸດຄົ້ນບໍ່ແຮ່ ຂອງ ອອສເຕຣເລັຍ ວາງເປົ້າໝາຍ ໄວ້ວ່າ ໃນປີ 2010 ນີ້ ບໍຣິສັດ ຈະຜລິດຄຳ ໄດ້ 6 ໝື່ນອອນຊ໌, ເງິນ 5 ແສນ ອອນຊ໌ ແລະ ທອງ 65,000 ຕັນ ຈາກບໍ່ຄຳ ທີ່ພູຄຳ ໃນລາວ; ແຕ່ບໍຣິສັດ PanAust ປະກາດ ເມື່ອວັນອັງຄານ ວັນທີ່ 14 ທັນວາ ນີ້ວ່າ ໃນທ້າຍປີນີ້ ທາງບໍຣິສັດ ຈະສາມາດ ຜລິດຄຳ ແລະ ທອງ ໄດ້ຫລາຍກວ່າ ຄາດໝາຍທີ່ ວາງໄວ້ນັ້ນ ຄືຈະຜລິດ ຄຳໄດ້ຫລາຍ ຂື້ນ ເປັນ 65,000 ອອນຊ໌ ເກີນຄາດໝາຍ 5,000 ອອນຊ໌ ແລະ ຈະຜລິດທອງ ໄດ້ເພິ້ມຂື້ນ ເປັນ 67,000 ຕັນ ເກີນຄາດໝາຍ 2,000 ຕັນ; ສ່ວນການຜລິດ ເງິນ ນັ້ນ ຈະໄດ້ຕາມ ຣະດັບຄາດໝາຍ ທີ່ວາງໄວ້ ຄື 5 ແສນ ອອນຊ໌. ສໍາລັບຄາດໝາຍ ປີ 2011 ທາງບໍຣິສັດ ຈະປະກາດ ຄາດໝາຍ ໃນເດືອນ ມົກກະຣາ ປີໜ້າ.

ທ່ານ Gary Stafford ຜູ້ອຳນວຍ ການບໍຣິສັດ PanAust ກ່າວວ່າ “ການຂຸດຄົ້ນ ບໍ່ແຮ່ ທີ່ພູຄຳ ເປັນການ ຂຸດຄົ້ນ ທີ່ມີການ ເພິ້ມຂື້ນຢ່າງ ສມ່ຳສເມີ. ໃນຣະຍະນີ້ ຣາຄາແຮ່ທາດ ກຳລັງສູງຂື້ນ ສູງກວ່າຄ່າ ໃຊ້ຈ່າຍ ໃນການຂຸດຄົ້ນ.” ນອກຈາກ ບໍ່ພູຄໍາ ບໍຣິສັດ PanAust ປັດຈຸບັນ ກຳລັງ ກະຕຽມ ຈະຂຸດຄົ້ນບໍ່ຄຳ ທີ່ ບ້ານຫ້ວຍຊາຍ; ໂຄງການນີ້ ດຳເນີນໄປ ໄດ້ປະມານ 14 ສ່ວນຮ້ອຍ ແລ້ວ; ທາງບໍຣິສັດ ສ້າງຖນົນ ເສັ້ນໃໝ່ ຢູ່ທາງພາກເໜືອ ຫາກໍສຳເຣັດ ໃນຂນະນີ້ ກຳລັງສ້າງພື້ນ ບ່ອນຂຸດຄົ້ນ.

ບໍຣິສັດ PanAust ຫວັງວ່າ ຈະເລິ້ມຂຸດຄົ້ນ ບໍ່ແຮ່ແຫ່ງນີ້ ພາຍໃນ ທ້າຍປີໜ້າ ແລະ ຈະເລິ້ມຜລິດ ໃນເດືອນ ມິນາ ປີ 2012. ຫລັງຈາກນັ້ນ ບໍຣິສັດ PanAust ຂອງ ອອສເຕຣເລັຍ ຈະສາມາດ ຜລິດຄຳ ໄດ້ເຖິງ 2 ແສນ ອອນຊ໌ ເງິນນຶ່ງລ້ານ ອອນຊ໌ ແລະ ທອງ ນຶ່ງແສນຕັນ ຈາກບໍ່ທັງສອງ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.