ນັກລົງທຶນປະຖີ້ມດິນ ສັມປະທານປູກຢາງ

ພື້ນທີ່ ສໍາລັບປູກ ຢາງພາລາ ຫລາຍແຫ່ງ ທີ່ແຂວງ ອຸດົມໄຊ ຖືກປະຖີ້ມ ໂດຍ ນັກລົງທືນ ທີ່ໄດ້ ສັມປະທານ ໄປແລ້ວ.

ຈາກການທີ່ ຣັຖບານ ໄດ້ອອກຄຳສັ່ງ ໃຫ້ແຂວງຕ່າງໆ ໃນທົ່ວປະເທດ ກວດສອບ ພື້ນທີ່ດິນ ທີ່ໃຫ້ສຳປະທານ ເພື່ອປູກ ຢາງພາລາ ຄືນໃຫມ່ນັ້ນ ປະກົດວ່າ ທີ່ແຂວງ ອຸດົມໄຊ ຍັງມີຫລາຍ ພື້ນທີ່ ຖືກປະຖີ້ມ ໂດຍນັກລົງທືນ ຫລັງຈາກໄດ້ຮັບ ສຳປະທານ ໄປແລ້ວ ຫລື ປູຸກບໍ່ຄົບ ຕາມສັນຍາ ທີ່ຣັຖບານ ໄດ້ອະນຸມັດໃຫ້. ບັນຫາດັ່ງກ່າວ ເຮັດໃຫ້ ທາງການ ຄິດວ່າ ກຸ່ມນັກລົງທືນ ບາງກຸ່ມ ບໍ່ຕ້ອງການ ປູກຢາງພາລາ ແທ້ຈີງ ພຽງແຕ່ຢາກ ຕັດໄມ້ຈາກ ພື້ນທີ່ໄປຂາຍ ເທົ່ານັ້ນ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທີ່ ແຂວງອຸດົມໄຊ ເວົ້າວ່າ:

"ກໍມີບັນຫາ ກ່ຽວກັບ ການໃຊ້ດີນ ນັກລົງ ທືນ ເຮັດບໍ່ຄົບຊຸດ ຄົບປາຍ ແບບລັກສະນະ ວ່າເຮັດໄດ້ ຈຳນວນໃດ ຈຳນວນນື່ງ ແລ້ວກໍປະ ພວກ ສຳປະທານ ໄມ້ອຸດສາຫະກັມ ເປັນຕົ້ນ ຢາງພາລາ ຂະເຈົ້າ ມາລົງທືນ ຈອງເນື້ອທີ່ດີນ ເຮັດ ແລ້ວບໍ່ທັນ ອອກຜົລເລີຍ ຄືສົມມຸດວ່າ ນຳໃຊ້ດີນ 100 ເຮັກຕາ ແຕ່ເຮັດຈີງໆແລ້ວ ມີແຕ່ 30-40 ທີ່ ເຫລືອ ປະຄືເກົ່າ".

ທ່ານກ່າວ ຕໍ່ໄປວ່າ ເນື້ອທີ່ດີນ ທີ່ທາງແຂວງ ໄດ້ອະນຸມັດ ໃຫ້ນັກລົງທືນ ປູກຢາງພາລາ ໃນທົ່ວ ແຂວງປະມານ 44 ພັນ ເຮັກຕາ ແຕ່ການປູກ ໂຕຈີງນັ້ນ ມີພຽງແຕ່ 15 ພັນ ເຮັກຕາ ເທົ່ານັ້ນ. ການທີ່ນັກລົງທືນ ບໍ່ປະຕິບັດ ຕາມສັນຍາ ນັ້ນ ສ່ວນນື່ງແມ່ນ ມາຈາກການ ຂາດຄວາມຮັບຜິດຊອບ ຂອງ ນັກລົງທືນເອງ ແລະ ອີກສ່ວນນື່ງ ກໍເປັນເພາະວ່າ ທາງການແຂວງ ບໍ່ສາມາດ ຈັດສັນພື້ນທີ່ ຕິດຕໍ່ກັນ ເປັນດີນຜືນດຽວ ແຕ່ສ່ວນຫລາຍແລ້ວ ນັກວິເຄາະເວົ້າວ່າ ເປັນຍ້ອນ ກຸ່ມນັກລົງທືນ ຕ້ອງການຕັດ ໄມ້ອອກໄປຂາຍ ຫຼາຍກວ່າ ບໍ່ແມ່ນຕ້ອງການ ຢາກປູກ ຢາງພາລາ ຢ່າງແທ້ຈີງ ຈື່ງເຮັດໃຫ້ ຣັຖບານ ໂຈະການສຳປະທານ ໃຫມ່ ໃນຫລາຍແຫ່ງ ເຈົ້າຫນ້າທີ່ີລາວ ອີກທ່ານນື່ງເວົ້າວ່າ:

"ດຽວນີ້ຣັຖບານ ກໍນົດມາວ່າ ເຮັດບໍ່ຄົບ ເຮັດໄດ້ເທົ່າໃດ ໃຫ້ໂຈະເທົ່ານັ້ນ ບໍ່ໃຫ້ຕໍ່ ສັນຍາ ເພາະວ່າບໍ່ຢາກ ຂຍາຍພື້ນທີ່ ເຮັດໄດ້ເທົ່າໃດ ໃຫ້ເອົາເທົ່ານັ້ນ ດີນສ່ວນທີ່ເຫລືອ ສົ່ງຄືນ ໃຫ້ ຣັຖບານ".

ການກວດກາຄືນ ຂອງການ ອະນຸມັດ ການປຸູກຢາງພາລາ ໃນຣະຍະ ທີ່ຜ່ານມາ ໄດ້ພົບເຫັນ ບັນຫາຫລາຍຢ່າງ ຈາກການໃຫ້ ສຳປະທານ ທີ່ດີນທີ່ຂາດ ປະສິດທິພາບ ຂອງ ຣັຖບານ ແລະ ກໍຄົງຈະເປັນ ບົດຮຽນ ອັນລ້ຳຄ່າ ໃນອະນາຄົດ. ຜູ້ທີ່ໄດ້ຮັບ ຄວາມເດືອດຮ້ອນ ແມ່ນ ປະຊາຊົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org