ແຮ່ທາດ ອະລູມີນຽມໃນລາວ

ເຈົ້າໜ້າທີ່ ທາງກາຣ ບໍຣິສັທ ຂຸດຄົ້ນ ບໍ່ແຮ່ ທາຕ ອະລູມີນຽມ ໃນລາວ ບອກວ່າ ພົບເຫັນ ປະຣິມານ ອະລູມີນຽມ ຫລາຍກວ່າ ທີ່ໄດ້ ຄາດຄະເນ ໄວ້.
ຫວາດ ສີມູນ
2011.10.25
F-Bauxite ບ໊ອກໄຊຕ໌: ເປັນຊື່ໂດຍທົ່ວໄປ ຂອງ ກ້ອນຫີນ ທີ່ ຂຸດຂື້ນມາ ຈາກພື້ນດິນ ທີ່ມີເຊື້ອ ຂອງແຮ່ທາດ ອະລູມີນຽມ ເຈືອປົນຢູ່ ນອກເໜືອຈາກນັ້ນ ຍັງສາມາດ ໃຊ້ເປັນສ່ວນ ປະສົມ ກັບເຄມີ ອື່ນໆ ທີ່ກາຍເປັນ ເຄື່ອງໃຊ້ຕ່າງໆ. (Also used in the production of synthetic corundum and aluminous refractories.)
Photo Courtesy of Simon Williams, from Multimedia Minerals CD

ກົດຟັງສຽງ

ບໍຣິສັທ ORD ຂອງ ອອສເຕຣເລັຽ ທີ່ຮ່ວມມື ກັບ ບໍຣິສັທ ຈີນ ໃນກາຣ ດຳເນີນ ໂຄງກາຣ ຂຸດຄົ້ນ ບໍ່ແຮ່ ໃນລາວ ໄດ້ປະກາສ ແຈ້ງກາຣ ພົບເຫັນ ທາຕ ຊືນ ອາລູມີນຽມ Aluminium ໃນ ເຂຕພູພຽງ ບໍລິເວນ ເມືອງ ປາກຊ່ອງ ແຂວງ ຈຳປາສັກ ໃນມື້ວັນທີ່ 24 ຕຸລານີ້ວ່າ ຈຳນວນ ທີ່ພົບເຫັນ ມີຫລາຍກວ່າ ປະຣິມານ ທີ່ໄດ້ຄາດ ຄະເນ ໄວ້ ແລະ ເປັນເຂຕ ທີ່ມີທາຕ ອະລູມີນຽມ ຫລາຍ ທີ່ສຸດ ແຫ່ງໜຶ່ງ ໃນໂລກ.

ທາງເຈົ້າໜ້າທີ່ ຂອງ ບໍຣິສັທ ກາຣຮ່ວມມື ຂອງ ອອສເຕຣເລັຽ ແລະ ສປຈີນວ່າ ໂຄງກາຣ ຂຸດຄົ້ນ ບໍ່ທາຕ ອະລູມີນຽມ ດັ່ງກ່າວ ທີ່ໄດ້ຮັບ ສັມປະທານ ຈາກ ທາງກາຣ ສປປລາວ ກວມ ເນື້ອທີ່ ທັງໝົດ 727 ຕາຣາງ ກິໂລແມ໊ຕ ໃນເຂຕ ພູພຽງ ບໍລິເວນ ແລະ ກຳລັງມີ ກາຣເຈຣະຈາ ເພື່ອຂໍຂຍາຍ ເຂຕພື້ນທີ່ ສັມປະທານ ອອກໄປ ຕື່ມອີກ ຊຶ່ງຄາດວ່າ ຈະໃຫ້ ສາມາຕ ເພີ່ມດ້ານ ກາຣຜລິຕ ໄດ້ເຖິງ 300 ເປີຣ໌ເຊັນຕ໌ ຫລື ເປັນອັຕຣາ ເພີ່ມຈາກ ປະມານ 19 ຕັນ ມາເປັນ 77 ຕັນ ຕໍ່ປີ.

ທ່ານ Peter Shou ຜູ້ອຳນວຍກາຣ ດ້ານ ບໍຣິຫາຣ ຂອງ ບໍຣິສັທ ໄດ້ກ່າວ ເນັ້ນ ເພີ່ມວ່າ ຈາກ ກາຣສຳຣວຈ ແສດງ ໃຫ້ເຫັນວ່າ ແຮ່ທາຕ ອະລູມີນຽມ ທີ່ພົບເຫັນ ໃນບໍຣິເວນ ດັ່ງກ່າວ ເປັນ ທາຕ ອະລູມີນຽມ ທີ່ມີ ຄຸນພາບດີ ແລະ ພົບເຫັນ ຢູ່ໃນ ບໍຣິເວນ ອັນກວ້າງໃຫຍ່ ພ້ອມກັບ ມີຄວາມ ເຊື່ອໝັ້ນ ທີ່ຈະສາມາຕ ຜລິຕ ອະລູມີນຽມ ໄດ້ຢ່າງ ຫລວງຫລາຍ ໃນ ແຕ່ລະປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.