ຜູ້ຮັບທອດຕໍາແໜ່ງ ຂັ້ນເຈົ້ານາຍໃນອະນາຄົດ
2012.04.23
ກົດຟັງສຽງ
ບັນດາ ເຈົ້າໜ້າທີ່ ຂອງທາງການ ລາວ ສ່ວນຫລາຍ ມັກຝາກລູກ ຝາກຫລານ ໃຫ້ເຂົ້າເປັນ ພນັກງານ ຂອງຣັຖ ໃນໜ້າທີ່ຕ່າງໆ ໂດຍອາໄສ ໜ້າທີ່ການງານ ຂອງຕົນເອງ ເປັນສີ່ງອໍານວຍ ຄວາມສະດວກ ທຸກຢ່າງ ເພື່ອໃຫ້ໄດ້ ເຂົ້າເຮັດວຽກ ຕາມໜ້າທີ່ ທີ່ຕ້ອງການໄດ້. ດັ່ງຄົນລາວ ຈາກ ນະຄອນຫລວງ ວຽງຈັນ ໄດ້ເວົ້າ ກ່ຽວກັບ ເຣື່ອງນີ້ວ່າ:
"ສົມມຸດວ່າ ພໍ່ແມ່ເຮົາ ເປັນພນັກງານ ເປັນໝໍຢູ່ ຫັ້ນເນ໋າະ ຖ້າມີລູກ ມີຫຍັງທີ່ຮຽນ ກ່ຽວກັບນີ້ ກໍແປວ່າ ມີຄົນນຶ່ງໄດ້ ເຂົ້າເຮັດວຽກ ຖ້າເປັນຜູ້ໃຫຍ່ໆ ເດ໋ະ ຊິມັນກໍຕ້ອງໄດ້ ຖ້າເປັນຜູ້ນ້ອຍ ກໍຊິບໍ່ໄດ້ ຄືກັນ ຫັ້ນແຫລ໋ະ".
ນາງເວົ້າ ຕໍ່ໄປວ່າ ປັດຈຸບັນ ຄົນທີ່ຕ້ອງການ ເຂົ້າເຮັດວຽກ ໃນໜ່ວຍງານ ຂອງຣັຖບານ ຕ້ອງມີຄວາມຮູ້ ຄວາມສາມາດ ແຕ່ປະຕິເສດ ບໍ່ໄດ້ວ່າ ລູກຫລານ ຂອງເຈົ້ານາຍ ຂອງຜູ້ທີ່ມີ ພໍ່ແມ່ ລູງປ້າ ທີ່ມີ ໜ້າທີ່ການ ໃຫຍ່ໂຕ ຢູ່ກ່ອນແລ້ວ ແລະ ຈະຊ່ວຍລູກຫລານ ຂອງຕົນເອງໄດ້ ຊຶ່ງຈະເປັນ ສິດທິ ກໍຣະນີ ພິເສດ. ດຽວນີ້ ຊາວລາວ ສ່ວນໃຫຍ່ ເຊື່ອວ່າ ການໄດ້ເຮັດວຽກ ກັບ ອົງກອນ ພາກຣັຖ ຈະເຮັດໃຫ້ມີ ຄວາມໝັ້ນຄົງ ໃນຊີວິດ ຈະໄດ້ຮັບ ສວັດດີການ ທີ່ດີ.