ລາວພາກເໜືອປະສົບ ບັນຫາສິນຄ້າແພງ
2011.08.17

ກົດຟັງສຽງ
ສະພາບ ອາກາດ ໃນຍາມ ລະດູຝົນ ນີ້ ເຮັດໃຫ້ ການຂົນສົ່ງ ສິນຄ້າ ໄປຍັງເຂດ ຕ່າງໆ ຂອງແຂວງ ບໍ່ສະດວກ ຍ້ອນວ່າ ຖນົນຫົນທາງ ເປ່ເພ ຫລື ບໍ່ໄປຮອດ ໄປເຖິງຊໍ້າ. ໂດຍສະເພາະ ແຂວງ ຜົ້ງສາລີ ອຸດົມໄຊ ຫົວພັນ ແລະ ຊຽງຂວາງ ຊື່ງ ເປັນແຂວງ ທີ່ຕັ້ງຢູ່ ເທິງພູ ແລະ ການ ຄົມມະນາຄົມ ຂົນສົ່ງ ຍັງ ລໍາບາກ ຢູ່: ຕາມທີ່ ເຈົ້າໜ້າທີ່ ຈາກ ແຂວງ ຜົ້ງສາລີ ໄດ້ກ່າວ:
"ການ ຈະຣາຈອນ ຍັງຍາກ ນ້ອຍນື່ງ ເປັນຕົ້ນ ຢູ່ຊາຍແດນ ຫັ້ນແຫລະ ເວລານີ້ ຖືວ່າ ຝົນຕົກ ນໍ້ານອງ ກໍໄປຍາກ ນ້ອຍນື່ງ ສະນັ້ນ ແຕ່ລະ ຫົວຫນ່ວຍ ເຂົາກໍຍັງ ຄິດໆຢູ່ ສິນຄ້າ ດຽວນີ້ ມີຄວາມສ່ຽງ ແລະ ກໍ ຣາຄາ ມັນສູງ ແລ້ວ ກໍກະທົບ ໃສ່ ພວກເຮົາ".
ທ່ານວ່າ ສິນຄ້າ ໃນພາກເໜືອ ມີຣາຄາ ແພງຂື້ນ ປະມານ 20% ຈາກ ຣາຄາເກົ່າ ໃນເດືອນ ຜ່ານມາ ໂດຍສະເພາະ ເຄື່ອງໃຊ້ ສອຍ ໃນບ້ານ ເຊັ່ນວ່າ ສະບູຝຸ່ນ ສະບູກ້ອນ ອຸປກອນ ກໍ່ສ້າງ ຮວມໄປເຖິງ ຣາຄາ ນໍ້າມັນ. ຊໍ້າບໍ່ໜໍາ ໃນຍາມ ຝົນນີ້ ຖນົນ ຫົນຫາງ ຫລາຍເສັ້ນ ຖືກນໍ້າຖ້ວມ ນໍ້າເຊາະ ແລະ ດິນພູ ເຈື່ອນໃສ່. ສິນຄ້າ ໃນແຂວງ ພາກເໜືອ ສ່ວນໃຫ່ຽ ແມ່ນໄປຈາກ ປະເທດ ຈີນ ຈາກ ວຽດນາມ ແລະ ປະເທດໄທ.
ຜ່ານມາ ທາງການ ກໍປະກາດ ບໍ່ໃຫ້ ຂື້ນຣາຄາ ສິນຄ້າ ຫລາຍ ເກີນຄວນ ແຕ່ວ່າພໍ່ຄ້າ ບໍ່ສາມາດ ປະຕິບັດ ໄດ້ ເພາະວ່າ ມັນ ຂາດທືນ.