ໂຮງງານຕົ້ມຢາງເຮັດໃຫ້ ອາກາດເປັນມົລພິດ

ໂຮງງານຕົ້ມຢາງ ບ້ານໜອງພະຍາ ເຮັດໃຫ້ ສຸຂພາບ ຂອງຊາວບ້ານ ຊຸດໂຊມ.
ສົມເນ
2011.02.16

ກົດຟັງສຽງ

ຊາວບ້ານຄົນນື່ງ ໃນບ້ານ ໜອງພະຍາ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ເວົ້າວ່າ, ມີຫລາຍຄົນ ໃນໝູ່ບ້ານ ທີ່ຢູ່ໃກ້ກັບ ໂຮງງານຕົ້ມຢາງ ໝາກຕ໋ອຍ  ທີ່ໄດ້ປະເຊີນກັບ ອາກາດ ທີ່ມີມົລພິດ ທີ່ເກີດຈາກ ໂຮງງານຕົ້ມຢາງ ດັ່ງກ່າວ. ລາວເວົ້າວ່າ ໃນລະຍະ ປີກ່ວາໆມານີ້ ຊາວບ້ານ ໜອງພະຍາ ຫລາຍຮ້ອຍຄອບຄົວ ໄດ້ຕົກຢູ່ ໃນສະພາບ ທີ່ໜ້າເປັນຫ່ວງ, ເພາະຕ້ອງຫາຍໃຈ ເອົາຄວັນພິດ ທີ່ມາຈາກໂຮງງານ ຕົ້ມຢາງໝາກຕ໋ອຍ. ຜູ້ຄົນໃນບ້ານ
ຫລາຍຄົນ ມີໜ້າຕາ ສີລ່າເຫລືອງ ມີອາການໄອ.

ໂຮງງານດັ່ງກ່າວ ໄດ້ປ່ອຍຄວັນແລະ ລະອອງເຄມີ ອອກມາ ຢ່າງຫລວງຫລາຍ ຕຣອດມຶ້ ແລະ ປີວກະຈາຍ ໄປຕາມອາກາດ ກຸ້ມໄປທົ່ວ ບ້ານໜອງພະຍາ ແລະ ໃນຫລາຍບ້ານ ໃກ້ຄຽງ. ຢູ່ຕາມບໍຣິເວນ ບ້ານເຮືອນ ຖ້ວຍ ບ່ວງ ຊາມ ໂອ່ງນໍ້າ ມີລະອອງຝຸ່ນ ແລະ ລະອອງສານເຄມີສີດໍ າຕິດຢູ່ທົ່ວໄປ. ເດັກນ້ອຍ ແລະ ຜູ້ສູງອາຍຸ ທີ່ຕ້ອງຢູ່ບ້ານ ຕລອດມື້ນັ້ນ ຕ້ອງຫາຍໃຈເອົາ ຄັວນມົລພິດ ແບບບໍ່ມີທາງເລືອກ.

ບາງຄອບຄົວ ທົນບໍ່ໄຫວ ຈໍາເປັນຕ້ອງຍ້າຍ ໄປຢູ່ບ່ອນອື່ນ ນໍາຍາດພີ່ນ້ອງ. ປະຊາຊົນ ໃນບ້ານຄົນນື່ງ ອີກເລົ່າວ່າ ແຕ່ກ່ອນ ບໍ່ມີໂຮງງານ ມາຕັ້ງໃນ ເຂດນີ້ ລາວບໍ່ຄ່ອຍເຈັບໂຊ, ຫລັງຈາກ ມີໂຮງງານ ມາເປັນເວລານື່ງປີປາຍ   ມານີ້ ລາວໄດ້ເຂົ້າໂຮງໝໍ 4 ເທື່ອແລ້ວ ຍ້ອນມີບັນຫາ ທາງຣະບົບຫາຍໃຈ.

ຕໍ່ບັນຫາດັ່ງກ່າວ ນີ້ ປະຊາຊົນ ໃນບ້ານນັ້ນເຄີຽ ໄດ້ແຈ້ງໃຫ້ ທາງການຝ່າຍ ປົກຄອງ ທ້ອງຖິ່ນແລ້ວ ແຕ່ບໍ່ເຫັນວ່າ ໄດ້ຮັບການ ແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.