ຫ້ອງການຄູ້ມຄອງພລັງງານ ພູມີພາຄເອເຊັຽ

ອາຊຽນ ຈະຈັດຕັ້ງ ເຄືອຂ່າຍ ອົງກອນ ກໍາກັບ ກິຈກັມ ພລັງງານ ຂອງ ພູມີພາກ.
ໂພໄຊສວັດ
2012.03.14

ກົດຟັງສຽງ

ອາຊຽນ ໄດ້ສລຸບ ຂໍ້ຕົກລົງ ໃນກອງປະຊຸມ ເຄືອຂ່າຍ ອົງກອນ ກໍາກັບ ກິຈການ ພລັງງານ ຂອງ ພູມີພາກ ຄັ້ງທີ 3 ທີ່ໄດ້ຈັດ ຂຶ້ນໃນ ປະເທດໄທ ມື້ວັນຈັນວັນ ທີ 12 ມີນາ 2012. ອົງກອນ ກໍາກັບ ກິຈການ ພລັງງານ ຈາກ 11 ປະເທດ ໄດ້ເຂົ້າຮ່ວມ ປະຊຸມ ປຶກສາຫາລື ແລກປ່ຽນ ຄວາມຄິດ ຄວາມເຫັນ ແລະ ປະສົພການ ກັນເພື່ອສົ່ງເສີມ ການ ອະນຸຮັກ ພລັງງານ ໃນພູມີພາກ ເອເຊັຍ ຕາເວັນອອກ ສ່ຽງໃຕ້.

ທ່ານ ດີເຫລກ ລາວັນສີຣິ ປະທານ ຄນະກັມມະການ ອົງກອນ ກໍາກັບກິຈການ ພລັງງານ ແຫ່ງ ປະເທດໄທ ໄດ້ກ່າວວ່າ ທຸກໆປະເທດ ສະມາຊິກ ໄດ້ພຍາຍາມ ແລະ ໃຫ້ຄວາມຮ່ວມມື ໃນການ ກໍາກັບ ກິຈການ ພັທນາ ພລັງງານ ພາຍໃນ ອາຊຽນ ແລະໄດ້ເລັ່ງ ການຮ່ວມໄມ້ ຮ່ວມມື ໃຫ້ແໜ້ນແຟ້ນ ຂຶ້ນ.

ຂໍ້ຕົກລົງ ເປັນບາດກ້າວ ທໍາອິດ ແລະ ສໍາຄັນ ໃນການພັທນາ ໃຫ້ເປັນ ອົງການໃຫຍ່ ໃນການ ກໍາກັບ ກິຈການ ພັທນາ ພລັງງານ ຂອງອາຊຽນ ຊຶ່ງຢູ່ພາຍໃຕ້ ໂຄງການພັທນາ ພລັງງານ ໃນປັດຈຸບັນ ແລະ ກະຕຽມ ເພື່ອ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015. ສໍາລັບ ຂອບເຂດ ຂອງ ການຮ່ວມມື ແລະ ແຜນການ ຂອງການ ປະກອບ ສ່ວນຕ່າງໆ ຈະຖືກ ນໍາມາຂຍາຍ ໃຫ້ລະອຽດ ໃນ ອະນາຄົດ. ຫລາຍປະເທດ ໄດ້ສເນີ ໂຄງການ ໃນກອງ ປະຊຸມ ນັກວິຊາການ ເພື່ອ ກໍາກັບ ກິຈການ ພັທນາ ພລັງງານ ແລະ ສົ່ງເສີມ ການອະນຸຮັກ ພລັງງານ ຈຸດປະສົງ ໃນການ ສເນີໂຄງການ ຂອງຫລາຍປະເທດ ກໍເພື່ອ ຈັດຕັ້ງເຄືອຂ່າຍ ການຮ່ວມມື ໃຫ້ມີການ ໃຊ້ພລັງງານ ໃຫ້ມີ ປະສິດທິພາບ ແລະ ເພື່ອໃຫ້ສາມາດ ບໍຣິຫານ ພລັງງານ ພາຍໃນອາຊຽນ ໂດຍໃຫ້ ກະທົບ ກະເທືອນ ຕໍ່ສິ່ງແວດລ້ອມ ໜ້ອຍ ທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 15, 2012 02:30 PM

ເປັນການດີຖ້າເອົາໃຈໃສ່ ຄຸ້ມຄອງດ້ານພລັງງານ ໃນພູມີພາກເອເຊັຽ ໃຫ້ເຂົ້າຕາມກົດລະບຽບໄດ້ຢ່າງມີປະສິດທິພາບ.ຂໍສະນັບສະນັບ ສະຫນູນໃຫ້ເກີດດອກອອກຜົລ ຕາມຄວາມເປັນຈິງໃນພາຽພາກຫນ້າຕໍ່ໄປ,ເພາະມັນຈະເປັນຜົລປະໂຍຊນ໌ ລວມແກ່ມວນຊົລທັງໂລກ.