ຄວາມອຸດົມສົມບູນ ຕ້ອງມາກ່ອນສ້າງເຂື່ອນ

ຈະບໍ່ມີ ການກໍ່ສ້າງ ໃດໆ ເກີດຂື້ນ ໃນເຂດ ເຂື່ອນ ໄຊຍະບຸຣີ ຈົນກວ່າບັນຫາ ຜົນກະທົບ ຕໍ່ສິ່ງແວດລ້ອມ ຈະຖືກແກ້ໄຂ.
ໂພໄຊສວັດ
2012.05.04
F-Viraphonh-viravong ທ່ານ ວິຣະພົນ ວິຣະວົງ ຮອງຣັຖມົນຕຣີ ພລັງງານ ແລະບໍ່ແຮ່ ສປປລາວ
(File)BP

ກົດຟັງສຽງ

ທ່ານ ວິຣະພົນ ວິຣະວົງ ຮອງຮັຖມົນຕຣີ ພລັງງານ ແລະ ບໍ່ແຮ່ລາວ ເວົ້າວ່າ ວຽກງານກໍ່ສ້າງ ເຂື່ອນ ໄຊຍະບຸຣີ ຂອງ ບໍຣິສັດ ກໍ່ສ້າງ ຊ.ການຊ່າງ ຂອງໄທ ເປັນພຽງວຽກງານ ກະຕຣຽມ ແລະ ຂັ້ນຕອນ ສໍາຣວດ ໃນພາກທໍາອິດ ເທົ່ານັ້ນ. ອີງຕາມ ໜັງສືພິມ The Nation ຂອງໄທ ວັນທີ 4 ພຶສພາ 2012.

ທ່ານ ວິຣະພົນ ໄດ້ເວົ້າວ່າ ທາງການລາວ ໄດ້ ປະຕິບັດ ຕາມກົດຣະບຽບ ແລະ ໄດ້ນໍາເອົາ ຄວາມວິຕົກ ກັງວົນ ຂອງປະເທດ ສະມາຊິກ ເຂົ້າມາ ພິຈາຣະນາ ແລະເຫັນວ່າ ໂຄງການຈະບໍ່ສົ່ງ ຜົນກະທົບ ຮຸນແຮງຕໍ່ ແມ່ນໍ້າຂອງ ແລະ ສິ່ງແວດລ້ອມ. ທ່ານ ເວົ້າຕໍ່ໄປວ່າ ປະເທດ ສະມາຊິກ ໂດຍສະເພາະ ກໍາພູຊາ ແລະ ວຽດນາມ ທີ່ຕັ້ງຢູ່ ປາຍນໍ້າຂອງ ໃນເຂດລຸ່ມ ຮວມທັງກຸ່ມ ເຄືອຂ່າຍ ປະຊາຊົນໄທ ທີ່ຍັງມີ ຄວາມວິຕົກ ກັງວົນ ກ່ຽວກັບ ການຂຶ້ນລົງ ຂອງນໍ້າ ແລະ ການສືບພັນ ຂອງປາ ແລະ ດິນຝຸ່ນຕົມ ທີ່ໄຫລມາຕາມ ສາຍນໍ້າ ໃນແມ່ນໍ້າຂອງ. ດ້ວຍເຫດນີ້ ທາງການລາວ ຈຶ່ງໄດ້ ອະນຸມັດ ໃຫ້ມີການ ສຶກສາສໍາຮວດ ກ່ຽວກັບ ຜົນກະທົບ ຕໍ່ສິ່ງແວດລ້ອມ ຄືນໃໝ່ອີກ.

ທ່ານ ໄດ້ເວົ້າກ່ຽວກັບ ການສຶກສາ ສໍາຣວດວ່າ ເພື່ອແກ້ໄຂບັນຫາ ດິນຝຸ່ນຕົມ ທີ່ໄຫລມາຕາມ ສາຍນໍ້າໃນ ແມ່ນໍ້າຂອງ ແລະ ການຂຶ້ນລົງ ເຄື່ອນຍ້າຍ ຂອງໝູ່ປາ ທັງບໍຣິສັດ ທີ່ປຶກສາ ຈາກ Swiss ແລະ ຝຣັ່ງເສດ ໄດ້ແນະນໍາ ໃຫ້ໃຊ້ວິທີ ເປັ່ງນໍ້າຜ່ານເຂື່ອນ ເປັນປະຈໍາ ເພື່ອປ່ອຍໃຫ້ ດິນຝຸ່ນຕົມ ໄຫລຜ່ານເຂື່ອນໄດ້ ສ່ວນປາ ກໍໃຫ້ເຮັດເຂື່ອນ ເປັນຂັ້ນໆ ເພື່ອປ່ອຍໃຫ້ປາ ຂຶ້ນລົງເຄື່ອນຍ້າຍ ໄດ້ສະດວກ. ທ່ານເວົ້າວ່າ ເພື່ອໃຫ້ ໂຄງການ ກໍ່ສ້າງເຂື່ອ ໄຊຍະບຸຣີ ສອດຄ່ອງກັບ ສິ່ງແວດລ້ອມ ແບບແຜນ ຂອງການກໍ່ສ້າງ ໄດ້ຖືກດັດແປງ ແມ່ນແຕ່ໝາກປິ່ນ ຂອງເຄື່ອງຈັກ ປັ່ນໄຟຟ້າຍັງ ສ້າງໃຫ້ເຂົ້າກັບ ສະພາບ ຂອງປາ.

ເຖິງຢ່າງໃດ ກໍຕາມ ຜູ້ອໍານວຍການ ຄນະກັມມາທິການ ແມ່ນໍ້າຂອງ ທ່ານ Hans Guttman ເປັນຫ່ວງ ກ່ຽວກັບ ໂຄງການ ສ້າງເຂື່ອນໃສ່ ແມ່ນໍ້າຂອງ ທີ່ອາດຈະກໍ່ ໃຫ້ເກີດຄວາມ ຂັດແຍ່ງ ກັນ ຣະຫວ່າງ ສະມາຊິກ ແມ່ນໍ້າຂອງ ໄດ້ ຍ້ອນວ່າ ຜົນກະທົບ ຈາກການພັທນາ ຈະບໍ່ຈໍາກັດ ຢູ່ພາຍ ໃນປະເທດດຽວ ແຕ່ຈະກວມຂ້າມ ເຂດຊາຍແດນ ໄປຫາ ປະເທດອື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 07, 2012 08:02 AM

ເມື່ອມີລົມພັດແຮງກໍ່ຖອຍຫລັງຄືນກ້າວນຶ່ງເພື່ອພັກຜ່ອນ, ເມື່ອມີແຮງໄດ້ໂອກາດດີແລ້ວກໍ່ກ້າວຫນ້າສາມບາດ, ໃຫ້ບັນລຸເປົ້າໝາຍທີ່ວາງໄວ້.