ຄົນລາວມີສິດເລືອກ ສີ່ງທີ່ພັກຣັຖເລືອກໃຫ້

ນັກເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ໃນລາວ ເວົ້າວ່າ ຊາວລາວ ຍັງຂາດ ສິດເສຣີພາບ ດ້ານການເມືອງ ແລະ ການເລືອກຕັ້ງ ແບບເສຣີ ກໍບໍ່ມີ.
ສິດນີ
2012.02.29

ກົດຟັງສຽງ

ຄນະກັມມະທິການ ດ້ານການ ລົບລ້າງ ການຈຳແນກ ເຊື້ອຊາດ ເຜົ່າພັນ ສຫະປະຊາຊາດ ໄດ້ມີປະຊຸມ ກ່ຽວກັບ ປະເທດລາວ ໃນມື້ນີ້ ທີ່ສູນກາງໃຫຍ່ ທີ່ ນະຄອນ ເຈເນວາ ປະເທດ ສວີຊແລນ ໂດຍໄດ້ ເຊື້ອເຊີນ ຜູ້ຕ່າງຫນ້າ ຂອງ ກຸ່ມຕໍ່ສູ້ ເພື່ອ ປະຊາທິປະຕັຍ ໃນລາວ ຈາກ ຕ່າງປະເທດ ຫລາຍອົງການ ເຂົ້າຮ່ວມ.

ນື່ງໃນນັ້ນ ກໍມີກຸ່ມ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ມີສູນກາງ ໃນຢູໂຣບ ໄດ້ລາຍງານຕໍ່ ຄນະກັມມະທິການ ສະຫະປະຊາຊາດ ວ່າ ຣັຖບານ ລາວ ໄດ້ລ່ວງລະເມີດ ກົດຫມາຍ ວ່າດ້ວຍ ການຈຳແນກ ເຊື້ອຊາດ ເຜົ່າພັນ ຂອງອົງການ ສະຫະປະຊາຊາດ. ໃນ ສປປລາວ ຍັງບໍ່ມີ ສິດເສຣິພາບ ທາງດ່້ານ ການເມືອງ ແລະ ສິດທິ ໃນການເລືອກ ຕັ້ງແບບເສຣີ ເທື່ອ. ກົດຫມາຍ ຣັຖ ທັມມະນູນ ຂອງ ສປປລາວ ຣະບຸ ວ່າ ພັກຄອມມຸນິດລາວ ເປັນພັກໂທນ ພັກດຽວ ໃນການ ປົກຄອງ ປະເທດ.

ສຳລັບ ສະຖານະການ ດ້ານຜູ້ຍີງ ໃນລາວນັ້ນ ກຸ່ມດ່ັງກ່າວ ບອກວ່າ ໃນປັດ ຈຸບັນ ຜູ້ຍີງລາວ ຖືກຕົກ ເປັນເຫຍື່ອ ຂອງກຸ່ມຄ້າ ປະເວນີ ຫລາຍຂື້ນ, ຖືກການ ບີບບັງຄັບ ແຮງງານ ຈາກນາຍຈ້າງ ແລະ ກຸ່ມຄ້າມະນຸດ ແລະ ຜູ້ຍິງລາວ ບາງຄົນ ກໍຕິດເຊື້ອ hiv ຍ້ອນການ ຂົ່ມຂຶນ ທາງເພດ.

ກ່ຽວກັບບັນຫາ ຊາວຫນຸ່ມຍີງສາວ ໃນລາວ ໃນປັດຈຸບັນ ກຸ່ມດັ່ງກ່າວ ບອກວ່າ ຊາວຫນຸ່ມລາວ ເປັນຈຳນວນ ຫລວງຫລາຍ ວ່າງງານ ເຮັດໃຫ້ ເກີດບັນຫາ ທາງດ້ານສັງຄົມ ແລະ ຊາວຫນຸ່ມລາວ ຫລາຍຄົນ ກໍຕົກ ເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ໃນປະເທດ ເພື່ອນບ້ານ. ສຳລັບ ປະຊາຊົນ ຊາວເຜົ່າ ໃນລາວນັ້ນ ບັນຫາ ທີ່ຂະເຈົ້າ ເປັນຫ່ວງຫລາຍ ທີ່ສຸດກໍ່ ແມ່ນການທຳ ລາຍປ່າໄມ້ ບ່ອນທີ່ ຂະເຈົ້າ ຫາຢູ່ຫາກີນ.

ໃນບັນຫາ ຄວາມເລື່ອມລ້ຳ ຕ່ຳສູງ ໃນສັງຄົມ. ຕົວແທນ ຂອງຊາວມົ້ງ ເວົ້າວ່າ ທະຫານ ລາວ ແລະ ວຽດນາມ ຍັງມີການ ເຂັ່ນຂ້າຊາວມົ້ງ ໃນລາວ ຢູ່ຢ່າງຕໍ່ເນື່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 03, 2012 01:22 PM

ແຕ່ກອ່ນແມ່ນແທ້ວ່າພັກປະຊາຊົນປະຕິວັດລາວ- ແຕ່ດຽວນີ້ຮູ້ບໍ່ ພັກດັ່ງກ່າວດຽວນີ້ ເຂົາເອີ້ນກັນວ່າ "ພັກພວກ ພີ້ນອ້ງຂອງຕົນ"

Anonymous
Mar 01, 2012 12:08 AM

ຄວາມຈິງແລ້ວບ້ານເມືອງລາວມັນກໍ່ເປັນເຊັ່ນນັ້ນແທ້, ຄົນລາວບໍ່ມີສິດເສລິພາບໃນການຕຳນິຕິຕຽນລັດຖະບານ, ຖ້າມີໃຜຜູ້ໜຶ່ງຕຳນິຫຼືອອກຄຳເຫັນໃນທາງລົບຂອງລັດຖະບານ ຜູ້ນັ້ນກໍ່ຖືກດຳເນີນຄະດີຍ້ອນຄັດຄ້ານລັດຖະບານ ອັນເປັນສາຍເຫດເຮັດໃຫ້ປະຊາຊົນລາວສ່ວນຫຼວງຫຼາຍບໍ່ກ້າອອກຄຳເຫັນຕິຕຽນລັດຖະບານ, ພວກທ່ານລອງຄິດນຳກັນເບິ່ງວ່າ ແບບນີ້ເຂົາເອີ້ນວ່າປະຊາທິປະໄຕຫຼືບໍ່?

Anonymous
Mar 01, 2012 03:03 AM

ຢູ່ ສປປລ ມີປະຊາທິປະໄຕ ລວມສູນ ຊຶ່ງມີພັກນຳພາ ລັດຄຸ່ມຄອງ ແລະ ປະຊາຊົນ ເປັນເຈົ້າ ແນ່ນອນທີ່ສຸດທຸກສິ່ງທຸກຢ່າງ ກໍ່ຕ້ອງແລ້ວແຕ່ພັກ-ລັດ ມອບຫມາຍໃຫ້ ຖ້າຄັດຂືນກໍ່ຈະຕົກໃນ ຈຳນວນພວກບໍ່ດີ.

Anonymous
Mar 05, 2012 01:22 PM

ລັດຖະບານເຮົາທຸກມື້ນິ ບໍ່ແມ່ນປະຊາຊົນເລືອກ ບໍ່ເຫັນຈັກຄົນນັ່ງໃນສະພາ ຕາມທີເຮົາໃດ້ສືກສາມາຫຼາຍປີ ຄົນລາວ ຊົນເຜົາໃດເລືອກ,ລັດຖະບານ,ລາວລຸ້ມ”ລາວສູງ”ລາວເທີງ” ເຮົາຢາກຮູ້

Anonymous
Mar 01, 2012 10:31 PM

ແມ່ນແລ້ວ ຈັນທອນ ຢາກໃຫ້ລັດຖະບານອະທິບາຍ ຄວາມໝາຍລະຫວ່າງ ປະຊາທິປະໄຕລວມສູນ ແລະ ປະຊາທິປະໄຕ ໃຫ້ປະຊາຊົນເຂົ້າໃຈແຈ້ງ ວ່າມັນໝາຍຄວາມວ່າຈັ່ງໃດກັນແທ້