ລາວວຽດນາມກໍາພູຊາ ຈະໃຊ້ວີຊ້າດຽວ

ສປປລາວ ວຽດນາມ ແລະ ກຳພູຊາ ກຳລັງ ພິຈາຣະນາ ໃຫ້ນັກ ທ່ອງທ່ຽວ ຂໍວິຊ້າ ເທື່ອດຽວ ເພື່ອໄປ ທ່ອງທ່ຽວ ເຂດ ສາມຫລ່ຽມ ພັທນາ ຊຶ່ງເປັນເຂດ ທີ່ ປະກອບດ້ວຍ 13 ແຂວງ ຂອງ ສາມປະເທດ ໃນນັ້ນ 4 ແຂວງຂອງລາວ ຄື: ຈຳປາສັກ ອັດຕະປື ສາຣະວັນ ແລະ ເຊກອງ.
ອະວາຣີ
2011.12.15

ກົດຟັງສຽງ

ສາມປະເທດ ຕົກລົງ ຈະເປີດ ຣະບົບການ ໃຫ້ນັກ ທ່ອງທ່ຽວ ຕ່າງປະເທດ ຂໍວິຊ້າ ພຽງຄັ້ງດຽວ ເລີ້ມ ແຕ່ປີ 2009 ຈົນເຖິງ ປັດຈຸບັນ ກໍຍັງບໍ່ທັນ ມີຄວາມຄືບໜ້າ ແນວໃດເທື່ອ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍາລັງ ສຶກສາ ສໍາຣວດ ເຣື່ອງນີ້ ເພິ້ມເຕີມຢູ່. ເຈົ້າໜ້າທີ່ ກະຊວງ ການຕ່າງ ປະເທດ ສປປລາວ ເວົ້າວ່າ:

“ຕາມຣາຍງານ ກໍມີ ແຕ່ວ່າ ການປະຊຸມ ເພິ່ນຈະມີການ ຖແລງການ ຢູ່ ມີຣາຍງານ ຂອງ ກະຊວງ ການຕ່າງ ປະເທດ ເປັນຜູ້ ຣາຍງານ ເກັບກຳ ຢູ່ໃນ ປັດຈຸບັນນີ້ ຍັງຊອກຫາ ເອກກະສານ ນັ້ນຢູ່ ເພາະວ່າ ກອງປະຊຸມ ຄັ້ງສຸດທ້າຍ ແມ່ນ ຣັຖມົນຕຣີ ຂອງ ສາມປະເທດ ໄດ້ເຊັນ ບົດບັນທຶກ ນຳກັນ”.

ເຈົ້າໜ້າທີ່ ກະຊວງ ການ ຕ່າງປະເທດ ຂອງລາວ ກ່າວອີກວ່າ ບັນຫານຶ່ງ ທີ່ທາງການ ກຳລັງ ສຶກສາ ຄົ້ນຄວ້າ ກໍແມ່ນ ບັນຫາ ການເກັບ ຄ່າທຳນຽມ ຜ່ານແດນ ຂອງ ແຕ່ລະປະເທດ. ຈຸດປະສົງ ໃຫຍ່ ຂອງ ການໃຫ້ ນັກທ່ອງທ່ຽວ ຂໍວິຊ້າ ຄັ້ງດຽວ ເພື່ອໄປ ສາມປະເທດ ໄດ້ກໍແມ່ນ ເພື່ອ ສົ່ງເສີມ ການທ່ອງທ່ຽວ ແລະ ການລົງທຶນ ໃນຂົງເຂດ. ເຈົ້າໜ້າທີ່ ຜແນກສຳພັນ ຕ່າງປະເທດ ແຂວງ ອັດຕະປື ເວົ້າວ່າ

“ມັນເປັນການ ຍົກຣະດັບ ເພິ້ມຕື່ມ ຂື້ນອີກ ເພາະວ່າການ ໃຊ້ປໂຍດ ແມ່ນວ່າ ນະໂຍບາຍ ຫລັກໆ ຈະເປັນການ ດຶງດູດ ແລະ ການລົງທຶນ ຢູ່ ເຂດສາມຫລ່ຽມ".

ເມື່ອສັປດາ ທີ່ຜ່ານມາ ບັນດາ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ຂອງລາວ ວຽດນາມ ແລະ ກຳພູຊາ ໄດ້ປະຊຸມ ຫາລືກັນ ທີ່ ແຂວງ ອັດຕະປື ແລະ ຕົກລົງ ຈະຮ່ວມກັນ ສົ່ງເສີມ ການຄ້າ ການລົງທຶນ ການທ່ອງທ່ຽວ ການ ຄົມມະນາຄົມ ຂົນສົ່ງ ກະສິກັມ ການສ້າງເຂື່ອນ ໄຟຟ້າ ໃນເຂດ ສາມຫລ່ຽມ ພັທນາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.