ອົງການເອກກະຊົນ ຮຽກຮ້ອງຣັຖບານໄທ
2011.02.08
ກົດຟັງສຽງ
ມູລນິທິ ເພື່ອສິດທິມະນຸດ ແລະ ການພັທນາ ແຮງງານ ຂ້າມຊາດ ຂອງໄທ ແນະນໍາ ໃຫ້ຣັຖບານໄທ ເລັ່ງແກ້ໄຂບັນຫາ ເຣື້ອງສິດທິ ຂອງແຮງງານ ຕ່າງດ້າວ ໃນປະເທດໄທ, ໂດຍສະເພາະ ສິດທິ ເຣື້ອງການຮັກສາ ສຸຂພາບ, ສິດທິ ການອອກລູກ, ສິດທິ ໃນການຖືບັດ ແຮງງານຕ່າງດ້າວ ໃນປະເທດໄທ. ເນື່ອງຈາກວ່າ ເຣື້ອງດັ່ງກ່າວ ຍັງບໍ່ມີຄວາມຄືບໜ້າ ມາດົນແລ້ວ. ຍານາງ ພຽງຕາ ສວັນປະສົບ ເຈົ້າໜ້າທີ່ ຈາກມູລນິທິ ສິດທິມະນຸດ ແລະ ພັທນາແຮງງານ ຂ້າມຊາດ ຂອງໄທ ກ່າວວ່າ:
ຍານາງ ກ່າວວ່າ…ພາກແຮງງານ ບາງກຸ່ມ ທີ່ເຂົ້າໃຈ ສະຖານະການ ກໍມີການຫາລືກັນ ກ່ຽວກັບ ປະເດັນນີ້ ຄືກັນ. ຂະເຈົ້າ ເຫັນວ່າ ການຢື່ນພິສູດ ສັນຊາດແລ້ວ ເມື່ອພີ່ນ້ອງ ແຮງງານ ຂ້າມຊາດ ມີເອກກະສານ ຄົບແລ້ວ ກໍໜ້າຈະໄດ້ຮັບ ການຄຸ້ມຄອງ ຕາມທີ່ຣັຖບານ ປະກາດ ຊຶ່ງປັດຈຸບັນເອງ ກໍຍັງບໍ່ໄດ້ຮັບ ຄືກັນ.”
ແຮງງານຕ່າງດ້າວ ໂດຍສະເພາະ ລາວ, ກັມພູຊາ ແລະ ພະມ້າ ທີ່ເຂົ້າໄປເຮັດວຽກ ໃນປະເທດໄທ ຢ່າງຖືກຕ້ອງຕາມ ກົດໝາຍ ນັ້ນ ຍັງບໍ່ສາມາດ ນໍາໃຊ້ສິດທິ ການຄຸ້ມຄອງ ດ້ານການປິ່ນປົວ ຕາມກົດໝາຍ ຂອງຣັຖບານໄທ ໄດ້ເຕັມ 100 ສ່ວນຮ້ອຍ ເປັນເຣື້ອງ ທີ່ເຫັນວ່າ ຍັງບໍ່ຖືກຕ້ອງ ຕາມຫລັກສິດທິມະນຸດ ຂັ້ນພື້ນຖານ ແຕ່ບໍ່ເຖິງກັບ ລະເມີດ ສິດທິມະນຸດເທື່ອ ດັ່ງນັ້ນ ຣັຖບານໄທ ຄວນຈະເຂົ້າ ໄປເບິ່ງແຍງ ໃນເຣື້ອງນີ້ ຢ່ງຈິງຈັງ.
ສະເພາະ ແຮງງານລາວ ຖືກກົດໝາຍ ໃນປະເທດໄທ ທີ່ມີຢູ່ ຈໍານວນຫລາຍກ່ວາ 1 ແສນຄົນ, ຊຶ່ງເປັນກຸ່ມ ທີ່ມີບັນຫາ ເຣື້ອງການເຂົ້າເຖິງ ສິດທິ ຕ່າງໆ, ໂດຍສະເພາະ ເຣື້ອງການເຂົ້າເຖິງ ສິດທິດ້ານ ການປິ່ນປົວສຸຂພາບ ແລະ ສິດທິ ທາງດ້ານປະກັນສັງຄົມ ພາຍໃຕ້ ກົດໝາຍ ປະກັນສັງຄົມ ຂອງໄທ, ຊຶ່ງກາຍເປັນວ່າ ແຮງງານ ເຫລົ່ານີ້ ຈໍາເປັນຕ້ອງໄປຮັກສາ ພຍາບານ ຕາມຄລິນິກ ຕ່າງໆ ແລະ ຕ້ອງເສັຍຄ່າ ໃຊ້ຈ່າຍເອງ.