ນາຍົກຣັຖມົນຕຣີ ຄົນໃໝ່ຂອງສປປລ
2010.12.23

ກົດຟັງສຽງ
ກອງປະຊຸມ ສມັຍສາມັນ ຄັ້ງທີ 10 ຂອງ ສະພາແຫ່ງຊາດ ຊຸດທີ 6 ໄດ້ສິ້ນສຸດ ລົງແລ້ວ ໂດຍໄດ້ມີ ການຮັບຮອງ ເອົາຮ່າງກົດໝາຍ ຫລາຍສະບັບ, ໃນເວລາ ດຽວກັນ ກໍໄດ້ມີ ການປະກາດ ປ່ຽນຕຳແໜ່ງ ໜ້າທີ່ ສຳຄັນຫລາຍ ຕຳແໜ່ງ ຂອງປະເທດ ໂດຍສະເພາະ ຕຳແໜ່ງ ປະທານ ສະພາແຫ່ງຊາດ ແລະ ຕຳແໜ່ງ ນາຍົກຣັຖມົນຕຣີ. ຍານາງ ປານີ ຍາທໍ້ຕູ້ ປະທານ ສະພາແຫ່ງຊາດ ຜູ້ໃໝ່ ໄດ້ປະກາດອັດ ກອງປະຊຸມວ່າ:
"ກອງປະຊຸມ ຍັງໄດ້ ພິຈາຣະນາ ແລະ ຮັບຮອງເອົາ ການລາອອກ ຈາກການເປັນ ນາຍົກຣັຖມົນຕຣີ ຂອງ ທ່ານບົວສອນ ບຸບຜາວັນ ແລະ ຮັບຮອງເອົາ ການສເນີ ແຕ່ງຕັ້ງ ທ່ານ ທອງສິງ ທັມມະວົງ ເປັນ ນາຍົກຣັຖມົນຕຣີ ຄົນໃໝ່".
ຍານາງ ປານີ ຍາທໍ້ຕູ້ ໄດ້ກ່າວສລຸບ ປະເດັນຕ່າງໆ ໃນພິທີອັດ ກອງປະຊຸມ ສະພາ ເທື່ອນີ້ວ່າ ທາງສະພາ ໄດ້ແກ້ໄຂ ກົດໝາຍຫລາຍ ສະບັບ ເຊັ່ນກົດໝາຍ ສະພາແຫ່ງຊາດ, ກົດໝາຍເລືອກຕັ້ງ, ກົດໝາຍ ແກ້ໄຂຂໍ້ຂັດແຍ່ງ ທາງເສຖກິດ ແລະ ກົດໝາຍ ສະບັບໃໝ່ ຄືກົດໝາຍ ວັດແທກ ແລະ ຍັງໄດ້ມີ ມະຕິ ເຫັນດີຮັບຮອງ ເອົາໂຄງການ ຣົດໄຟຟ້າ ຄວາມໄວສູງ ຈາກ ຈີນຫາລາວ ອີກດ້ວຍ.
ນອກຈາກນັ້ນ ກອງປະຊຸມ ຍັງໄດ້ ສລຸບການ ເຮັດວຽກ ໃນລະຍະ ເວລາ 5 ປີ ທີ່ຜ່ານມາ ຂອງສະມາຊິກ ສະພາແຫ່ງຊາດ, ຄນະຣັຖບານ, ແລະຍັງໄດ້ ປຶກສາຫາລື ບັນຫາຄ້າງຄາ ຈາກກອງປະຊຸມ ສະພາແຫ່ງຊາດ ຄັ້ງທີ 9 ນໍາອີກ. ຍານາງ ປານີ ຍາທໍ້ຕູ້ ໄດ້ກ່າວອີກວ່າ:
"ຊຶ່ງລາຍງານ ດັ່ງກ່າວ ໄດ້ເຮັດໃຫ້ ສະມາຊິກ ສະພາແຫ່ງຊາດ ຮັບຮູ້ລາຍ ລະອຽດຕື່ມ ກ່ຽວກັບແຜນ ນະໂຍບາຍ ຂອງພັກ ແລະ ແຜນພັທນາ ເສຖກິດສັງຄົມ ໃນຊຸ່ມປີ ຕໍ່ໜ້າ".
ປະເດັນສຳຄັນ ອີກອັນນຶ່ງ ກອງປະຊຸມ ໄດ້ພິຈາຣະນາ ຮັບຮອງເອົາ ການລາອອກ ຈາກການເປັນ ປະທານ ສະພາແຫ່ງຊາດ ຂອງ ທ່ານ ທອງສິງ ທັມມະວົງ ກັມມະການ ກົມການເມືອງ ສູນກາງພັກ ແລະ ໄດ້ແຕ່ງຕັ້ງ ຍານາງ ປານີ ຍາທໍ້ຕູ້ ກັມມະການ ກົມການເມືອງ ສູນກາງພັກ ເປັນປະທານ ສະພາແຫ່ງຊາດ ຄົນໃໝ່.